ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື​ປື​ນ​ສັງ​ຫານ 14 ຄົນ​ຢູ່​ໂບດ ໃນ​ປະ​ເທດ ເບີ​ກິນາ ຟາ​ໂຊ


ທະ​ຫານ ເບີ​ກິ​ນາ ຟາ​ຟ​ຊ ອອກ​ລາດ​ຕະ​ເວນ​ຢູ່​ຖະ​ໜົນ​ ໃນ​ເຂດ ຊາ​ແຮ​ລ, ປະ​ເທດ ເບີ​ກິ​ນາ ຟາ​ໂຊ. 3 ມີ​ນາ, 2019.
ທະ​ຫານ ເບີ​ກິ​ນາ ຟາ​ຟ​ຊ ອອກ​ລາດ​ຕະ​ເວນ​ຢູ່​ຖະ​ໜົນ​ ໃນ​ເຂດ ຊາ​ແຮ​ລ, ປະ​ເທດ ເບີ​ກິ​ນາ ຟາ​ໂຊ. 3 ມີ​ນາ, 2019.

ມື​ປືນ​ທີ່ບໍ່​ມີ​ໃຜ​ຮູ້​ຈັກ​ໄດ້​ເປີດ​ສາກ​ຍິງໃສ່​ໂບດ​ແຫ່ງ​ນຶ່ງ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ເບີ​ກິ​ນາ ຟາ​ໂຊ ໃນ​ວັນ​ອາ​ທິດ​ວານນີ້, ສັງ​ຫານ​ຢ່າງ​ໜ້ອຍ 14 ຄົນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ ຮານ​ຕູ​ຄູ​ຣາ, ໃກ້​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ ໄນ​ເຈີ.

ບັນ​ດາ​ທະ​ຫານ​ແມ່ນ​ກຳ​ລັງ​ຕາມ​ລ່າ​ຫາ​ນັກ​ໂຈມ​ຕີ ຜູ້​ທີ່​ໄດ້ຫຼົບ​ໜີ​ໄປ​ດ້ວຍ​ລົດ​ຈັກ ຫຼັງ​ຈາກ​ໄດ້​ຍິງ​ສັງ​ຫານ​ຜູ້​ໄປ​ບູ​ຊາ ໃນ​ລະ​ຫວ່າງ​ການ​ສູດ​ມົນ​ຂອງວັນ​ອາ​ທິດ​ວານນີ້.

ບໍ່​ມີ​ໃຜ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ, ແຕ່​ພວກ​ຫົວ​ຮຸນ​ແຮງ​ອິ​ສ​ລາມ​ແມ່ນ​ຜູ້​ຕ້ອງ​ສົງ​ໄສ.

ຊາວ​ຄ​ຣິ​ສ​ຕຽນ ແລະ ຄົນ​ອື່ນໆ​ໄດ້​ອາ​ໄສ​ຢູ່​ຢ່າງ​ສະ​ຫງົບ​ໃນ​ປະ​ເທດ​ທີ່​ມີ​ຊາວ ມຸ​ສ​ລິມ ສ່ວນຫຼາຍ​ນັ້ນ ຈົນ​ກວ່າ​ການ​ໂຈມ​ຕີ​ຕ່າງໆ​ທີ່​ຖືກ​ອ້າງ​ໃສ່​ພວກ ຈີ​ຮາດ ໄດ້​ກະ​ຈາຍ​ຂ້າມ​ມາ​ປະ​ເທດ ມາ​ລີ ທີ່​ຢູ່​ໃກ້​ຄຽງ​ໃນ​ປີ​ກາຍນີ້, ເຮັດ​ໃຫ້ຫຼາຍ​ຮ້ອຍ​ຄົນ​ເສຍ​ຊີ​ວິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG