ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປະທ້ວງ ຕໍ່​ຕ້ານ ລັດ​ຖະ​ບານ​ໄທ ຄົນນຶ່ງ ​ຖືກ​ມື​ປືນ ຍິງ​ຕາຍ (ວີ​ດີ​ໂອ)


THAILAND PROTEST VO
please wait
Embed

No media source currently available

0:00 0:00:55 0:00
ພວກ​ມື​ປືນ​ ໃນ​ປະ​ເທດ​ໄທ​ ໄດ້​ຍິງສັງຫານ​ພວກ​ປະ​ທ້ວງ​
ຕໍ່​ຕ້ານລັດຖະບານຕາຍນຶ່ງ​ຄົນ ​ແລະ​ບາດ​ເຈັບ 4 ຄົນ.

ການຍິງໂຈມຕີພວກປະທ້ວງທີ່ບາງກອກ ໃນວັນອັງຄານ
ມື້ນີ້ ແມ່ນຄວາມຮຸນແຮງທາງດ້ານການເມືອງຄັ້ງຫຼ້າສຸດ
ຢູ່ໃນໄທ ນັບຕັ້ງແຕ່ ການ​ປະ​ທ້ວງ​ຂອງ​ຝ່າຍ​ຄ້ານ​ເລີ້ມ​ຂຶ້ນ
ໃນເດືອນ​ພະຈິກປີກາຍນີ້. ​

ສະຫລຸບ​ແລ້ວມີ 24 ຄົນ​ໄດ້ຖືກຂ້າຕາຍ​ ພ້ອມ​ກັບ​ຫຼາຍ
ຮ້ອຍ​ຄົນໄດ້ຮັບ ​ບາດ​ເຈັບ.

ພວກ​ປະ​ທ້ວງ​ດັ່ງກ່າວ ​ຮຽກ​ຮ້ອງ​ໃຫ້ນາຍົກ​ລົດ​ຖະມົນຕີ Yingluck Shinawatra
ລາ​ອອກ​ ແລະ​ກ່າວ​ວ່າ​ລັດຖະບານ​ຂອງ​ທ່ານນາງ​ສໍ້​ລາດ​ບັງ​ຫຼວງແບບບໍ່​ມີ​ຄວາມ​ຫວັງ​ເລີຍ.

ມື້ວານ​ນີ້ ນາຍົກ​ລັດຖະມົນຕີ ​ໄດ້ກ່າວປ້ອງກັນ ຕໍ່​ຂໍ້​ກ່າວ​ຫາ​ກ່ຽວ​ກັບ​ກໍ ລະນີໂຄງການ​ຈຳນຳ​ເຂົ້າຈາກ​ພວກຊາວ​ນາ​ພາຍໃນ​ປະ​ເທດ.

ໃນ​ວັນ​ຈັນວານນີ້ ທ່ານ​ນາງ Yingluck ​ໄດ້ກ່າວໃຫ້ການ ຕໍ່ຄະນະ​ກຳມະການ​ຕ້ານ​ຄໍຣັບຊັ່ນແຫ່ງປະເທດໄທ ຫຼື National Anti-Corruption Commission ທີ່​ໄດ້​ຟ້ອງທ່ານນາງ ​ໃນ​ຂໍ້​ກ່າວ​ຫາ​ວ່າ ຖານ​ປະລະ​ໜ້າ​ທີ່​ ຊຶ່ງ​ກໍລະ​ນີນີ້ຈະ​ນຳ​ໄປ​ສູ່ການ​ປົດ​ຕຳ​ແໜ່​ງຂອງທ່ານ​ນາງ​ນັ້ນ.

ທ່ານ Prasart Pongsivapai ສະມາຊິກຂອງອົງການຕ້ານຄໍຣັບຊັ່ນ ກ່າວ​ຕໍ່​ນັກ​ຂ່າວ
ພາຍ​ຫຼັງ​ວ່າ​ ນາຍົກລັດຖະມົນຕີໄດ້​ຍື່ນ​ເອກະສານ​ຈຳນວນ​ນຶ່ງ​ແລະ​ໄດ້​ໃຫ້​ການ​ສັ້ນໆ
ຕໍ່ຄະນະກຳມະການດັ່ງກ່າວ. ທ່າ​ນ Prasart ກ່າວ​ຕື່ມ​ວ່າ ທ່ານນາງ​ໄດ້​ຂໍ​ຮ້ອງ​ໃຫ້​ຄະນະ​ກຳມະການ ຮຽກຕົວພະ​ຍານ​ຈຳນວນ 10 ຄົນມາໃຫ້ການ​ຕື່ມແລະຂໍໃຫ້ຕໍ່
ເວລາເສັ້ນຕາຍ ເພື່ອໃຫ້ທະນາຍຂອງທ່ານນາງ​ຍື່ນ​ຫຼັກ​ຖານ​ເພີ້​ມ​ເຕີມ.

ໃນເວລາ 2 ປີ​ທີ່​ຜ່ານ​ມາ ລັດຖະບານ​ໄທ​ໄດ້ໃຊ້ຈ່າຍເງິນຫລາຍກວ່າ ​ 20 ຕື້​ໂດ​ລາ ໃຫ້ພວກພໍ່ໄຮ່ຊາວນາແລະໂຮງສີຕ່າງໆ ໃນຖານະທີ່ເປັນ ສ່ວນນຶ່ງຂອງໂຄງການທີ່
ສະເໜີຊື້ເຂົ້າໃນລາຄາ 50 ເປີເຊັນທີ່ສູງກວ່າ ລາຄາຕະຫຼາດໂລກ.

ແຕ່​ນັກວິເຄາະກ່າວ​ວ່າ​ແຜນການ​ດັ່ງ​ກ່າວ​ບໍ່​ປະສົບ​ຜົນສຳ​ເລັດ​ເພາະມີ ການ​ກ່າວ​ຫາ​ກ່ຽວກັບການ​ສໍ້ລາດ​ບັງ​ຫຼວງ​ແລະ​ກ່າວ​ຫາວ່າມີການປອມແປງ​ຂໍ້​ສັນຍາ​ລະຫວ່າງ​ລັດ​ຖະບານ​ຕໍ່​ລັດຖະບານທີ່ບໍ່​ເປັນ​ຈິງນັ້ນ.

ການ​ຟ້ອງ​ຮ້ອງຕໍ່​ນາຍົກ​ລັດຖະມົນຕີ​ໄດ້ມີຂຶ້ນຫລັງຈາກການ​ປະ​ທ້ວງ​ຄັ້ງໃຫຍ່ຂອງ​ພວກຝ່າ​ຍຄ້ານ​ເປັນ​ເວລາ​ຫຼາຍ​ເດືອນ​ທີ່​ພະຍາຍາມ​ກົດ​ດັນ​ທ່ານນາງ​ໃຫ້​ລາ​ອອກ​ຈາກ​ຕຳແໜ່​ງ.
XS
SM
MD
LG