ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມືປືນ ໃນປາຣີ ປຸ້ນ ເຈົ້າຊາຍຊາ​ອຸ​ດີ ອາຣາ​ເບຍ ໄດ້ເງິນສົດ ໄປ $335,000


ແຜນທີ່ປະເທດຝຣັ່ງ
ແຜນທີ່ປະເທດຝຣັ່ງ

ທີ່ປະ​ເທດຝຣັ່ງນັ້ນ ຕຳຫລວດ​ກ່າວ​ວ່າ ມື​ປືນຈຳນວນ​ນຶ່ງ ​ໄດ້
ໂຈມ​ຕີຂະ​ບວນລົດ​ຂອງ ​ເຈົ້າ​ຊາຍ​ຊາ​ອຸ​ດີ ອາຣາ​ເບຍ ອົງ​ນຶ່ງ ​
ໃນ​ນະຄອນຫລວງ​ປາຣີ ​ແລະ​ໄດ້​ໜີ​ໄປ​ພ້ອມ​ກັບ​ເງິນ​ສົດ​ ຈຳ
ນວນ 335.000 ດອລລ່າ ​ແລະເອກະສານສຳຄັນ​ຈຳນວນ​ນຶ່ງ.

ການດັກ​ໂຈມຕີດັ່ງກ່າວ​ເກີດ​ຂຶ້ນ​ ໃນ​ຕອນ​ແລງ​ຂອງ​ວັນ​ອາທິດ
​ວານ​ນີ້ ຢູ່ໃນ​ເຂດ​ເໜືອ​ຂອງ​ປາຣີ ຂະນະ​ທີ່​ຂະ​ບວນລົດ ກຳລັງ​
ມຸ້ງ​ໜ້າ​ໄປ​ຍັງ​ເດີ່ນ​ບິນເມືອງ Le Bourget.

ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດການ​ນີ້.

ອົງການ​ຂ່າວຝຣັ່ງ ລາຍ​ງານ​ວ່າ ລົດ​ຂອງ​ເຈົ້າຊາຍ​ໄດ້​ຖືກ​ລັກເອົາ​ໄປ ​ແລະ ​ໄດ້ຖືກ​ພົບ​ເຫັນ ​ໃນ​ສະພາບ​ຖືກ​ເຜົາ​ ​ໃນເວລາ​ຕໍ່​ມາ.

ຕຳຫລວດ​ກ່າວ​ວ່າ ພວກນັກ​ປຸ້ນ ​ແມ່ນ​ແນ່ນອນ​ວ່າ ​ຮູ້​ເລື້ອງ​ດີກ່ຽວກັບ ລາຍ​ລະອຽດ​ການ​ເດີນທາງ​ຂອງ​ເຈົ້າຊາຍ​ນັ້ນ.

ຍັງ​ບໍ່ສາມາດ​ຈັບ​ຕົວ​ພວກ​ນັກ​ປຸ້ນ​ໃນ​ຄະດີ​ນີ້ໄດ້​ເທື່ອ ​ໃນເວລານີ້.

XS
SM
MD
LG