ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ໃສ່ເຄື່ອງແບບ ທະຫານ ອັຟການິສຖານ ສັງຫານ ທະຫານເນໂຕ້ 2 ຄົນ


ແຜນທີ່ ແຂວງ Helmand ຂອງອັຟການິສຖານ
ແຜນທີ່ ແຂວງ Helmand ຂອງອັຟການິສຖານ

ອົງການເນໂຕ້ ກ່າວວ່າ ມືປືນ 2 ຄົນ ທີ່ໃສ່ເຄື່ອງແບບທະຫານ
ອັຟການິສຖານໄດ້ໂຈມຕີຄ້າຍທະຫານທີ່ແຂວງ Heldmand
ໃນພາກໃຕ້ອັຟການິສຖານເມື່ອວັນພຸດມື້ນີ້ໂດຍຍິງປືນເຂົ້າໃສ່ ລົດແລະສັງຫານກຳລັງປະສົມ 2 ຄົນ.

ຖະແຫຼງການຂອງອົງການເນໂຕ້ກ່າວວ່າ ທະຫານກຳລັງປະ
ສົມໄດ້ຍິງຕອບໂຕ້ຄືນ ແລະໄດ້ສັງຫານມືປືນທັງ 2.

ອົງການເນໂຕ້ບໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບສັນຊາດຂອງພວກ
ທະຫານທີ່ເສຍຊີວິດ ໂດຍປ່ອຍໃຫ້ປະເທດກ່ຽວຂ້ອງເປັນຜູ້
ປະກາດເອງ.

ໃນລະຫວ່າງການປະຕິບັດງານສູ້ລົບ ພາຍໃຕ້ການນຳພາຂອງສະຫະລັດ ໃນອັຟການິສ
ຖານ ໄດ້ມີຫລາຍໆສິບຄັ້ງ ທີ່ທະຫານອັຟການິສຖານ ໄດ້ຍິງປືນເຂົ້າໃສ່ທະຫານອາເມຣິ ກັນແລະທະຫານຂອງປະເທດອື່ນໆ. ການໂຈມຕີເຫຼົ່ານີ້ໄດ້ມີການຖິ້ມໂທດໃສ່ບາງພາກ ສ່ວນຂອງກຳລັງອັຟການິສຖານ ທີ່ພວກຕາລີບານໄດ້ແຊກຊຶມເຂົ້າໄປຢູ່ໃນກອງທັບຕະ
ຫຼອດເຖິງຄວາມຄຽດແຄ້ນເປັນການສ່ວນຕົວ ຫລືຄວາມເຂົ້າໃຈຜິດທາງດ້ານວັດທະນະ ທຳລະຫວ່າງທະຫານພັນທະມິດ.

ອົງການເນໂຕ້ໄດ້ປະກາດຢຸດເຊົາການປະຕິບັດງານສູ້ລົບເມື່ອເດືອນທັນວາປີກາຍນີ້ແລະ ພວມດຳເນີນງານ ກັບກຳລັງທະຫານ ທີ່ຫລຸດຜ່ອນລົງ ຍັງເຫລືອຢູ່ ປະມານ 13,000 ຄົນ ຊຶ່ງສ່ວນໃຫຍ່ແມ່ນທະຫານອາເມຣິກັນເພື່ອໃຫ້ຄຳແນະນຳ ຊ່ອຍເຫລືອແລະເຝິກແອບກຳ ລັງອັຟການິສຖານ.

XS
SM
MD
LG