ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ຍິງຂະບວນລົດ ຂອງອົງການ ສປຊ ໃນ ລີເບຍ


ແຜນທີ່ປະເທດ ລີເບຍ.
ແຜນທີ່ປະເທດ ລີເບຍ.

ມືປືນໄດ້ລະດົມຍິງໃສ່ຂະບວນລົດຂອງອົງການສະຫະປະຊາຊາດ ໃນປະເທດ ລີເບຍ
ແລະໄດ້ກັກຕົວຜູ້ສັງເກດການ 7 ຄົນໄວ້ ໃນວັນພຸດ ວານນີ້.

ໂຄສົກອົງການສະຫະປະຊາຊາດຄົນໜຶ່ງໄດ້ກ່າວວ່າ ຂະບວນລົດໄດ້ ເດີນທາງລະ
ຫວ່າງນະຄອນຫຼວງ ທຣິໂປລີ ແລະ ເມືອງ ເຊີມານ ໃນພາກຕາເວັນຕົກຂອງລີເບຍ ເວ
ລາພວກມືປືນໄດ້ເລີ່ມລະດົມຍິງເຂົ້າໃສ່. ລົດຄັນໜຶ່ງໄດ້ຮັບຄວາມເສຍຫາຍ, ແຕ່ພະນັກ
ງານ 7 ຄົນທີ່ຖືກກັກຕົວ ນັ້ນ ບໍ່ດົນຕໍ່ມາກໍໄດ້ຖືກປ່ອຍ ໂດຍບໍ່ໄດ້ຮັບບາດເຈັບໃດໆ.

ອົງການສະຫະປະຊາຊາດ ໄດ້ຂອບໃຈບັນດາເຈົ້າໜ້າທີ່ລັດຖະບານ ລີເບຍ ແລະ ອຳ
ນາດການປົກຄອງທ້ອງຖິ່ນ ສຳລັບການຊ່ວຍເຫຼືອ ເພື່ອຮັບປະກັນຄວາມປອດໄພຂອງ
ພະນັກງານ, ແລະ ໄດ້ກ່າວວ່າ ພະນັກ ງານອົງການສະຫະປະຊາຊາດໃນປະເທດ ລີເບຍ
ຍັງຄົງມີ ຄວາມມຸ່ງໝັ້ນ ເພື່ອສະໜັບສະໜູນສັນຕິພາບ ແລະ ຄວາມປອດໄພ.

ລັກສະນະຂອງພວກມືປືນແມ່ນບໍ່ຊັດເຈນ, ແຕ່ພວກທະຫານບ້ານແມ່ນ ເຊື່ອວ່າໄດ້ແຜ່
ກະຈາຍໄປທົ່ວຫຼາຍພາກສ່ວນ ໃນພາກຕາເວັນຕົກຂອງ ລີເບຍ.

ປະເທດ ລີເບຍ ໄດ້ມີການແຕກແຍກກັນ ລະຫວ່າງ ລັດຖະບານທີ່ຖືກ ຮັບຮູ້ໂດຍສາກົນ
ໃນນະຄອນຫຼວງ ທຣິໂປລີ ແລະ ລັດຖະບານທີ່ເປັນຄູ່ແຂ່ງ ເຊິ່ງຕ່າງກໍປະຕິບັດການ
ເພື່ອສະແຫວງຫາອຳນາດ ແລະ ເພື່ອຄວບຄຸມຄວາມອຸດົມສົມບູນໃນດ້ານນ້ຳມັນຂອງ
ປະເທດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG