ຄະນະປະຕິບັດງານຂອງອົງການສະຫະປະຊາຊາດ ໃນ
ຊູດານໃຕ້ ກ່າວວ່າ ສີ່ຄົນໄດ້ຮັບບາດເຈັບໃນວັນພະຫັດ
ວານນີ້ ເວລາພວກມືປືນໄດ້ໂຈມຕີເຮືອແພທີ່ນຳເອົາສະ
ບຽງອາຫານ ໄປໃຫ້ຄ້າຍຂອງສະຫະປະຊາຊາດ.
ນີ້ເປັນເທຶ່ອທີສອງໃນເດືອນນີ້ ທີ່ຄະນະປະຕິບັດງານ
ຂອງສະຫະປະຊາຊາດໃນຊູດານໃຕ້ໄດ້ຕົກເປັນເປົ້າ
ຫລັງຈາກຝູງຊົນຈຸນຶ່ງ ໄດ້ໂຈມຕີຄ້າຍ ຂອງສະຫະປະ
ຊາຊາດຢູ່ທີ່ເມືອງ Bor ໃນວັນທີ 18 ເມສາຜ່ານມານີ້.
ຄະນະປະຕິບັດງານສະຫະປະຊາຊາດ ກ່າວວ່າ ການໂຈມ
ຕີໃນວັນພະຫັດວານ ນີ້ເກີດຂື້ນໃນຂະນະທີ່ເຮືອແພສີ່ລຳ ພວມລ່ອງໄປຍັງທາງຕາ
ເວັນອອກ ຕາມລຳແມ່ນຳ້ Nileໂດຍໄດ້ບັນທຸກອາຫານ ແລະນຳ້ມັນ ໄປໃຫ້ຄ້າຍຂອງ
ສະຫະປະຊາຊາດ ທີ່ເມືອງMalakal ໃນລັດ Upper Nile ບ່ອນທີ່ພົນລະເຮືອນ
ຫລາຍພັນຄົນ ພາກັນໄປຫລົບລີ້ຄວາມຮຸນແຮງນັ້ນ.
ຄະນະປະຕິບັດງານສະຫະປະຊາຊາດກ່າວວ່າ ທັງໂຄສົກ ຂອງລັດຖະບານຊູດານ
ແລະກຳລັງຂອງພວກກະບົດ ຕ່າງກໍໄດ້ປະຕິເສດວ່າ ບໍ່ແມ່ນຕົນເປັນຜູ້ ຮັບຜິດຊອບ.
ສະພາຄວາມໝັ້ນຄົງສະຫະປະຊາຊາດ ກຳລັງພິຈາລະນາລົງໂທດຕໍ່ບັນດາຜູ້ນຳ ທີ່
ເຊື່ອວ່າຊຸກຍູ້ໃຫ້ມີການກໍ່ຄວາມຮຸນແຮງໃນຊູດານໃຕ້ ບ່ອນທີ່ລັດຖະບານ ແລະ ກຳ
ລັງພວກກະບົດໄດ້ທຳການສູ້ລົບກັນຕັ້ງແຕ່ເດືອນທັນວາປີກາຍນີ້ເປັນຕົ້ນມາ.