ມືປືນໄດ້ຂ້າຄົນຢ່າງໜ້ອຍ 14 ຄົນວັນອັງຄານມື້ນີ້ ໃນການໂຈມຕີໝູ່ບ້ານແຫ່ງໜຶ່ງໃນທາງພາກຕາເວັນອອກສຽງເໜືອຂອງປະເທດ Kenya.
ອົງການກາແດງ Kenya ກ່າວວ່າ ມີຄົນອື່ນໆອີກຢ່າງໜ້ອຍ 11 ຄົນ ໄດ້ຮັບບາດເຈັບໃນການຍິງຕໍ່ສູ້ກັນໃນເມືອງ Soko Mbuzi, ຕັ້ງຢູ່ໃກ້ກັບເຂດຊາຍແດນຂອງ Kenya ຕິດກັບປະເທດ
Somalia. ເຈົ້າໜ້າທີ່ກ່າວວ່າ ຜູ້ທີ່ໄດ້ຮັບເຄາະຮ້າຍແມ່ນກຳມະ
ກອນບໍ່ແຮ່.
ສຳລັບການໂຈມຕີດັ່ງກ່າວ ແມ່ນຍັງບໍ່ມີຜູ້ໃດ ອອກມາອ້າງເອົາ
ຄວາມຮັບຜິດຊອບໂດຍທັນທີທັນໃດເທື່ອ.
ພວກຫົວຮຸນແຮງ al-Shabab ທີ່ມີຖານປະຕິບັດງານຢູ່ Somalia ໄດ້ປະຕິບັດການໂຈມຕີຫຼາຍຄັ້ງໃນ Kenya ຕັ້ງແຕ່ທະຫານຂອງ Kenya ໄດ້ເຂົ້າຮ່ວມໃນພາລະກິດຕໍ່ສູ້ກັບພວກຫົວຮຸນແຮງ ທີ່ເປັນເຄືອຂ່າຍຂອງກຸ່ມ al-Qaida ກຸ່ມນີ້ ໃນ Somalia ໃນປີ 2011.
ການໂຈມຕີທີ່ສຳຄັນຫຼາຍຄັ້ງດັ່ງກ່າວ ລວມມີ ການສັງຫານ 148 ຄົນ ໂດຍພວກຫົວຮຸນ ແຮງທີ່ມະຫາວິທະຍາໄລ Garissa ໃນເດືອນເມສາ ຜ່ານມາ ແລະ ພວກເຂົາໄດ້ສັງອີກຢ່າງໜ້ອຍ 67 ຄົນຢູ່ສູນການຄ້າ ໃນນະຄອນຫຼວງ Nairobi ເມື່ອປີ 2013.