ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກມືປືນອີຣັກ ສັງຫານ ຄອບຄົວຊາວ ຊີໄອ ເສຍຊີວິດ 16 ຄົນ (ວີດີໂອ/ສະໄລດ໌)


iraq
please wait
Embed

No media source currently available

0:00 0:00:53 0:00
ພວກ​ມື​ປືນ​ໄດ້​ທໍາ​ການໂຈມ​ຕີຊາວ Shi’ite ຄອບ​ຄົວ​ນຶ່ງ​ຢູ່​ທາງ​
ທິດ​ໃຕ້​ຂອງ​ເມືອງ​ຫລວງ​ ຂອງອີຣັກ​ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 16
ຄົນ​ ຫລາຍ​ຊົ່ວ​ໂມງ​ຫລັງ​ຈາກ ຄື້ນຟອງ​ການ​ວາງ​ລະ​ເບີດ​ໃນ​
Baghdad ທີ່​ເຮັດ​ໃຫ້​ຢ່າງ​ໜ້ອຍ 50 ຄົນ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ພວກ​ຄົນ​ຮ້າຍ​ໄດ້​ລະ​ເບີດ​ເຮືອນ​
ສອງ​ຫລັງ ຢູ່​ບ່ອນ​ເກີ​ດ​ເຫດ ຫລັງຈາກ​ໄດ້​ລະດົມ​ຍິງ​ພວກ​ເຄາະ​ຮ້າຍ​ໃນ​ຕອນ​ກາງຄືນໃນ​
ເມືອງ Latifiyah. ອາທິດ​ແລ້ວ​ນີ້ ຢູ່​ໃນ​ເມືອງ​ດຽວ​ກັນ ພວກ​ມື​ປືນ​ກໍໄດ້​ສັງຫານ​ສະມາຊິກ
ຢ່າງ​ໜ້ອຍ​ 5 ຄົນຂອງ​ຊາວ Shi’ite ຄອບຄົວນຶ່ງ.

ການ​ວາງ​ລ​ະ​ເບີດຢູ່ Baghdad ​ໃນ​ຕອນ​ແລງ​ຂອງວັນ​ອັງຄານ ​ໄດ້​ແນ່​ໃສ່ເປົ້າ​ໝາຍ
ຮ້ານ​ອາຫານ ຕະຫລາດ ​ແລະ​ວັດ​ມຸສລິ​ມ ຢູ່​ໃນ​ຄຸ້ມບ້ານ​ຂອງ ຊາວ Shi’ite.


iraq
please wait
Embed

No media source currently available

0:00 0:00:55 0:00

ການ​ໂຈມຕີບັ້ນ​ຮ້າຍ​ແຮງ​ທີ່​ສຸດ ​ແມ່ນ​ມີຂື້ນຢູ່​ໃນຄຸ້ມ Talibiyah ຂອງ​ແບກ​ແດດ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລະ​ເບີດ​ທີ່ຫ້າງໄວ້ຢູ່​ໃນ​ລົດ​ຄັນ​ນຶ່ງ ຫລື​ຫລາຍ​ຄັນ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ​ເກົ້າ​ຄົນ​ ຢູ່​ໃນ​ຖະໜົນສາຍ​ນຶ່ງ​ທີ່​ມີ​ຄົນສັນຈອນ ​ຢ່າງໜາແໜ້ນ.

ການ​ສັງຫານ​ຄັ້ງ​ສຸດ​ທ້າຍ​ ເປັນ​ພາກສ່ວນນຶ່ງ​ຂອງການ​ເພີ້​ມ​ທະວີ​ຂຶ້ນ​ໃນ​ການ​ກໍ່ຄວາມ​ຮຸນ​ແຮງ ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ເອົາ​ໄປ​ພົວພັນ​ໃສ່​ກັບ ຄວາມພະຍາຍາມຂອງ​ພວກ​ກະບົດ​ຊາວ Sunni ທີ່ມີ​ສ່ວນ​ພົວພັນ​ກັບພວກກໍ່​ການ​ຮ້າຍ al-Qaida ​ເພື່ອ​ສ້າງ​ຄວາມ​ເຄັ່ງ​ຕຶງ ລະຫວ່າງ​ສາສະໜາ​ແລະ​ຊົນ​ເຜົ່າ.

ສະຫະ​ປະຊາ​ຊາດ ກ່າວ​ວ່າ ຫລາຍ​ກວ່າ 4000 ຄົນ ​ໄດ້​ເສຍ​ຊີວິດ ​ໃນ​ກຸງ Baghdad ​ແລະ​ເມືອງອື່ນໆ ນັບ​ຕັ້ງ​ແຕ່​ເດືອນ​ເມສາ ​ເວລາທະຫານຂອງລັດຖະບານ​ ທີ່ນໍາພາ​ໂດຍ
ຊາວ Shi”ite ​ເຂົ້າ ທັບ​ມ້າງຄ້າຍ​ຂອງພວກ​ປະ​ທ້ວງຊາວ Sunni ຢູ່​ທາງ​ກໍ້າເໜືອ​ຂອງ​ເມືອງຫລວງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG