ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ອິສລາມ ບຸກໂຈມຕີ ວິທະຍາໄລຕຳຫຼວດ ທີ່ເມືອງ Quetta ໃນປາກິສຖານ


Pakistan Siege_25Oct16
please wait

No media source currently available

0:00 0:01:02 0:00

ກຸ່ມ​ລັດ​ອິສລາມ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ໃນ​ການ​ໂຈ​ມຕີ​ດ້ວຍ​ລະ​ເບີດ​ສະຫຼະ​ຊີບທີ່​ແນ​ເປົ້າ​ໝາຍ​ໃສ່​ສູນ​ການ​ຝຶກ​ອົບຮົມ​ຂອງ​ຕຳຫຼວດ​ໃນພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ປາ​ກິ​ສຖານ ​ໄດ້​ສັງຫານຕຳຫຼວດ​ເກນ​ໃໝ່ຢ່າງ​ໜ້ອຍ 60 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບອີກ ຫຼາຍ​ກວ່າ 120 ຄົນ.

ການ​ໂຈມ​ຕີ​ທີ່​ວ່າ​ນີ້ ມີ​ຂຶ້ນກ່ອນ​ທ່ຽງ​ຄືນຂອງ​ວັນ​ຈັນ​ວານ​ນີ້ ພຽງ​ໜ້ອຍ​ດຽວ ​ໂດຍ​ມີ​ຜູ້​ບຸກ​ໂຈມ​ຕີ 3 ຄົນ ​ເຂົ້າ​ໄປໃນ​ບ່ອນ​ພັກ​ຂອງ​ພວກ​ຕຳຫຼວດ​ເກນ​ໃໝ່ ທີ່ຢູ່​ໃນຄ້າຍ ​ແລະ​ລະ ດົມ​ຍິງເຂົ້າ​ໃສ່​ພວກ​ກ່ຽວ.

​ໃນ​ວັນ​ອັງຄານ​ມື້​ນີ້ ກຸ່ມ​ລັດ​ອິສລາມ ​ໂດຍຜ່ານ​ທາງ​ອົງການ​ຂ່າວ Amaq ຂອງ​ຕົນນັ້ນ ​ໄດ້​ນຳ​ອອກ​ເຜີຍ​ແຜ່ ຮູບ​ພາບຂອງ​ຜູ້​ໂຈມ​ຕີທັງ​ສາມ ​ທີ່​ມີ​ປືນ​ກົນ ​ແລະ​ລະ​ເບີດ​ສະຫຼະ​ຊີບ​ມັດ​ຕິດ​ໃສ່ເຕັມຕົວ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ພວກ​ໂຈມ​ຕີ​ທີ່​ວ່າ​ນີ້ ​ໄດ້​ຈັບ​ກຸມ​ຫຼາຍໆ​ຄົນ​ເພື່ອ​ເປັນ​ຕົວ​ປະກັນ ກ່ອນ​ກອງ​ກຳລັງ​ປາ​ກິ​ສຖານ ​ແລະ​ໜ່ວຍກ້າ​ຕາຍ​ປິດ​ລ້ອມສະຖານ​ທີ່​ດັ່ງກ່າວ ​ແລະ​ປະ​ເຊີນ​ໜ້າ​ກັບ​ພວກ​ມື​ປືນ​.

ການ​ຕໍ່ສູ້​ກັນ ​ເພື່ອ​ກວດ​ລ້າງ​ສະຖານ​ທີ່​ດັ່ງກ່າວນັ້ນ​ແມ່ນ​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ. ພວກ​ໂຈມ​ຕີ 2 ຄົນ ​ໄດ້​ລະ​ເບີດ​ຕົວ​ເອງ​ຕາຍ ​ແລະ​ຜູ້​ທີ 3 ​ແມ່ນ​ຖືກ​ຍິງຕາຍ ​ໃນ​ການ​ຍິງ​ຕໍ່ ສູ້ກັນ​ກັບ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ເຮັດ​ໃຫ້ການ​ຈັບ​ໂຕ​ປະກັນ​ໃນ​ຕອນ​ເຊົ້າມືດຂອງ​ວັນ​ອັງຄານ​ມື້​
ນີ້ສິ້ນສຸດ​ລົງ ອີງຕາມ​ຄຳ​ເວົ້າຂອງເຈົ້າ​ໜ້າ​ທີ່​ແຂວງ​.

ພວກອາສາສະໝັກປາກິສຖານ ຮີບເຮັ່ງເຂົ້າຊ່ອຍພວກທີ່ໄດ້ຮັບບາດເຈັບໃນໂຮງໝໍ Quetta, ປາກິສຖານ, 24 ຕຸລາ, 2016.
ພວກອາສາສະໝັກປາກິສຖານ ຮີບເຮັ່ງເຂົ້າຊ່ອຍພວກທີ່ໄດ້ຮັບບາດເຈັບໃນໂຮງໝໍ Quetta, ປາກິສຖານ, 24 ຕຸລາ, 2016.

“ພວກ​ທີ່​ໄດ້​ຮັບ​ເຄາະ​ທັງ​ໝົດ ​ແມ່ນພວກ​ຝຶກແອບທີ່ບໍ່​ມີ​ອາວຸດ​ຕິດ​ຕົວ​ ຜູ້​ຊຶ່ງ​ຕາມ​ປົກກະຕິ​ແລ້ວ ໃນ​ຕອນ​ກາງຄືນ ​ແມ່ນ​ພາກັນນອນຢູ່​ທີ່​ຕຽງ ຫຼື​ບໍ່​ກໍ​ຫຼິ້ນ​ກັບ​ໂທລະສັບ​ມື​ຖື ​ໃນ​ເວລາ​ພັກຜ່ອນສ່ວນ​ຕົວ​ຂອງ​ພວກ​ເຂົາ​ເຈົ້າ ​ເພາະສະ​ນັ້ນ ມັນ​ເກີດ​ຂຶ້ນ​ຢ່າງ​ບໍ່​ທັນ​ໄດ້​ຕັ້ງ​ຕົວ,”
​ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ປະຈຳແຂວງ ທ່ານ Anwar-ul Hag Kakar ທີ່​ໄດ້​ບອກ​ກັບ VOA.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG