ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຈັບກຸມ ພວກມືປືນບຸກໂຈມຕີ ຫໍຈັດງານຄອນເສີນ ຂະນະທີ່ຈຳນວນຄົນເສຍຊີວິດສູງຂຶ້ນເຖິງ 115 ຄົນ


ພວກຄົນຈຳນວນນືຶງວາງດອກໄມ້ໃສ່ອະນຸສອນສະຖານຊົ່ວຄາວ ຢູ່ດ້ານໜ້າຂອງຫໍຈັດງານທີ່ເອີ້ນວ່າ Crocus City Hall ໃນວັນທີ 23 ມີນາ 2024, ນຶ່ງວັນຫຼັງຈາກ ເກີດການໂຈມຕີທີ່ຮ້າຍແຮງຢູ່ຊານເມືອງຂອງນະຄອນຫຼວງມົສກູກ ທີ່ໄດ້ສັງຫານຢ່າງໜ້ອຍ 115 ຄົນ.
ພວກຄົນຈຳນວນນືຶງວາງດອກໄມ້ໃສ່ອະນຸສອນສະຖານຊົ່ວຄາວ ຢູ່ດ້ານໜ້າຂອງຫໍຈັດງານທີ່ເອີ້ນວ່າ Crocus City Hall ໃນວັນທີ 23 ມີນາ 2024, ນຶ່ງວັນຫຼັງຈາກ ເກີດການໂຈມຕີທີ່ຮ້າຍແຮງຢູ່ຊານເມືອງຂອງນະຄອນຫຼວງມົສກູກ ທີ່ໄດ້ສັງຫານຢ່າງໜ້ອຍ 115 ຄົນ.

ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ກ່າວໃນວັນເສົາມື້ນີ້ ວ່າ ທາງການຣັດເຊຍ ໄດ້ຈັບກຸມ 11 ຄົນໃນການບຸກເຂົ້າໂຈມຕີຫໍຈັດງານຄອນເສີດ ຢູ່ຊານເມືອງຂອງນະຄອນຫຼວງມົສກູ ທີ່ໄດ້ສັງຫານຢ່າງໜ້ອຍ 115 ຄົນ ແລະໄດ້ເຜົາສະຖານທີ່ດັ່ງກ່າວ ເຮັດໃຫ້ເກີດຄວາມເສຍຫາຍຢ່າງກວ້າງຂວາງ.

ໃນການກ່າວຄຳປາໄສຕໍ່ປະເທດຊາດ ທ່ານປູຕິຮນ ເອີ້ນການໂຈມຕີວ່າ “ການນອງເລືອດ, ເປັນການກະທຳກໍ່ການຮ້າຍທີ່ປ່າເຖື່ອນ” ແລະໄດ້ກ່າວວ່າ ທັງໝົດສີ່ຄົນຜູ້ທີ່ມີສ່ວນກ່ຽວຂ້ອງໂດຍກົງໄດ້ຖືກຄວບຄຸມໂຕ. ທ່ານໄດ້ໃຫ້ທັດສະນະວ່າ ພວກເຂົາໄດ້ພະຍາຍາມຂ້າມຊາຍແດນເຂົ້າໄປໃນເຂດຢູເຄຣນ ເຊິ່ງທ່ານໄດ້ກ່າວວ່າ ໄດ້ພະຍາຍາມສ້າງ “ຊ່ອງທາງ” ເພື່ອຊ່ວຍໃຫ້ພວກເຂົາຫຼົບໜີ.

ຢູເຄຣນ ໄດ້ປະຕິເສດຢ່າງແຂງຂັນຕໍ່ການມີສ່ວນກ່ຽວຂ້ອງໃດໆໃນການໂຈມຕີດັ່ງກ່າວ. ທ່ານປູຕິນ ໄດ້ກ່າວໃນວັນເສົາມື້ນີ້ ວ່າ ນອກຈາກມາດຕະການດ້ານຄວາມປອດໄພທີ່ໄດ້ຖືກວາງອອກໄປແລ້ວຢູ່ທົ່ວປະເທດ ແລະຍັງໄດ້ປະກາດວັນທີ 24 ມື້ນີ້ ໃຫ້ເປັນວັນຂອງຄວາມໄວ້ອາໄລແຫ່ງຊາດ.

ກຸມລັດອິສລາມສາຂາໃນອັຟການິສຖານ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີໃນວັນສຸກວານນີ້ ຢູ່ໃນຖະແຫລງການສະບັບນຶ່ງທີ່ໄດ້ນຳລົງໃນຊ່ອງທາງຕ່າງໆທີ່ເປັນເຄືອຂ່າຍດ້ານສື່ສັງຄົມ. ເຈົ້າໜ້າທີ່ສືບລັບຂອງສະຫະລັດ ທ່ານນຶ່ງ ໄດ້ກ່າວຕໍ່ອົງການຂ່າວເອພີ ວ່າ ອົງການຕ່າງໆຂອງສະຫະລັດ ໄດ້ຢືນຢັນວ່າ ກຸ່ມດັ່ງກ່າວນັ້ນ ເປັນກຸ່ມຮັບຜິດຊອບສຳລັບການໂຈມຕີ.

ການໂຈມຕີນັ້ນ ເຊິ່ງຮ້າຍແຮງທີ່ສຸດໃນຮອບຫຼາຍປີ ຢູ່ໃນຣັດເຊຍ ໄດ້ມີຂຶ້ນພຽງບໍ່ເທົ່າໃດຫຼັງຈາກທີ່ ທ່ານປູຕິນ ໄດ້ກຳອຳນາດຢ່າງໜຽວແໜ້ນໃນການເລືອກຕັ້ງທີ່ໄດ້ຖືກຈັດແຈງຂຶ້ນນັ້ນຢ່າງຖະລົ່ມທະລາຍ ແລະໃນຂະນະທີ່ສົງຄາມຂອງປະເທດໃນຢູເຄຣນໄດ້ແກ່ຍາວເຂົ້າສູ່ປີທີສາມແລ້ວ.

Russian President Vladimir Putin said Saturday that authorities have detained 11 people in the attack on a suburban Moscow concert hall that killed at least 115 people and left the sprawling venue a smoldering ruin.

In an address to the nation, Putin called it “a bloody, barbaric terrorist act” and said all four people who were directly involved had been taken into custody. He suggested they had been trying to cross the border into Ukraine, which, he said, tried to create a “window” to help them escape.

In this photograph distributed by the Russian state agency Sputnik, Russia's President Vladimir Putin delivers his address in Moscow on March 23, 2024, the day after a gun attack on the Crocus City Hall in suburban Moscow.
In this photograph distributed by the Russian state agency Sputnik, Russia's President Vladimir Putin delivers his address in Moscow on March 23, 2024, the day after a gun attack on the Crocus City Hall in suburban Moscow.

Ukraine has strongly denied any involvement in the attack. Putin said Saturday that additional security measures have been imposed throughout the country and declared Sunday a day of national mourning.The Islamic State group’s Afghanistan branch claimed responsibility for Friday’s attack in a statement posted on affiliated channels on social media. A U.S. intelligence official told The Associated Press that U.S. agencies had confirmed that the group was responsible for the attack.

The attack, which was the deadliest in Russia in years, came just days after Putin cemented his grip on power in a highly orchestrated electoral landslide and as the country’s war in Ukraine dragged into a third year.

XS
SM
MD
LG