ບັນດາເຈົ້າໜ້າທີ່ ໃນພາກຕາເວັນຕົກ ຂອງອັຟການິສ
ຖານ ກ່າວວ່າ ກຳລັງຮັກ ສາຄວາມປອດໄພ ໄດ້ສັງຫານ
ມືປືນສອງຄົນ ທີ່ໄດ້ໂຈມຕີກົງສຸນອິນເດຍຢູ່ເມືອງ Herat.
ພວກເຈົ້າໜ້າທີ່ ກ່າວວ່າ ຢ່າງໜ້ອຍມືປືນສາມຄົນ ທີ່ຕິດ
ອາວຸດເຕັມອັດຕາ ໄດ້ເປີດສາກຍິງລະດົມຍິງໃສ່ກົງສຸນ
ໃນຕອນເຊົ້າວັນສຸກມື້ນີ້. ບໍ່ມີບັນດາເຈົ້າໜ້າທີ່ກົງສຸນໄດ້
ຮັບບາດເຈັບຈາກການໂຈມຕີແຕ່ຢ່າງໃດ.
ກົງສຸນ ທີ່ເມືອງ Herat ໄດ້ຖືກຍາມປ້ອງກັນ ໂດຍກຳລັງຕຳ
ຫຼວດຊາຍແດນອິນເດຍທິເບດ ແລະກຳລັງອັຟການິສຖານ.
ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ.
ອິນເດຍ ໄດ້ລົງທຶນ 2 ພັນລ້ານໂດລາ ໃນການຊ່ວຍເຫລືອເພື່ອບູລະນະສ້າງສາ ອັຟ
ການິສຖານ.
ເມືອງ Herat ຕັ້ງຢູ່ໃນບໍລິເວນຊາຍແດນອັຟການິສຖານ ຕິດກັບອີຣ່ານ.
ຄວາມຮຸນແຮງເກີດຂື້ນ ໃນຂະນະທີ່ກຸ່ມທາລີບານໄດ້ເລີ້ມບຸກໂຈມຕີ ໃນລະດູບານໃໝ່
ປະຈຳປີ ໂດຍໃຫ້ຄຳໝັ້ນສັນຍາທີ່ຈະເພີ້ມທະວີການໂຈມຕີ ຕໍ່ກຳລັງຮັກສາຄວາມປອດ
ໄພອັຟການິສຖານ ໃນຄວາມພະຍາຍາມເພື່ອບ່ອນທຳລາຍ ຕໍ່ລັດຖະບານທີ່ໄດ້ຮັບ
ການໜຸນຫລັງຈາກຕາເວັນຕົກ. ກຸ່ມກໍ່ການຮ້າຍທາລິບານ ຍັງໄດ້ປະກາດທີ່ຈະກໍ່ກວນ
ການປ່ອນບັດ ໃນຂະນະທີ່ຊາວອັຟການິສຖານ ພວມຕຽມການເລືອກຕັ້ງປະທານາທິ
ບໍດີ ຮອບທີສອງ ໃນເດືອນໜ້ານີ້.
ອັຟການິສຖານ ກຳລັງປະເຊີນກັບການໂຈມຕີເພີ້ມຂຶ້ນຂອງພວກກະບົດ ໃນຂະນະທີ່
ກຳລັງທະຫານນາໆຊາດ ຕຽມຈະຖອນອອກຈາກປະເທດດັ່ງກ່າວ ໃນທ້າຍປີນີ້.