ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຈະບໍ່ ລົດລະ ການນຳຫາ ຄາດຕະກອນ ທີ່ຢູ່ ເບື້ອງຫລັງ ການໂຈມຕີໃນ ມາລີ


How Siege by Al-Qaida-Linked Groups in Mali Unfolded
please wait

No media source currently available

0:00 0:02:37 0:00

ປ. ສຫລ ທ່ານ ບາຣັກ ໂອບາມາ ​ໄດ້ປະນາມ ອັນທີ່ທ່ານເອີ້ນວ່າ
“ການໂຈມຕີ ທີ່ໜ້າອະໜາດ” ຂອງພວກກໍ່ການຮ້າຍ ທີ່ໂຮງ
ແຮມໃນນະຄອນຫຼວງຂອງມາລີ ທີ່ເອົາຊິວິດຜູ້ຄົນໄປ 25 ຄົນ
ແລະປະຕິຍານວ່າ ຈະຕິດຕາມຫາຕົວພວກຄາຕກອນເຫຼົ່າ
ຢ່າງບໍ່ລົດລະ.

ໃນການກ່າວຢູ່ທີ່ກອງປະຊຸມສຸດຍອດຂອງຜູ້ນຳຂົງເຂດ ໃນນະ
ຄອນຫຼວງຂອງມາເລເຊຍນັ້ນ ທ່ານ ໂອບາມາເວົ້າວ່າ ການໂຈມ
ຕີນະຄອນຫຼວງບາມາໂກ ແມ່ນຈະເພີ້ມທະວີ ການຕັດສີນໃຈ
ເດັດດ່ຽວຂຶ້ນ ຂອງ ສຫລ ທີ່ຈະເຮັດສົງຄາມກັບລັດທິກໍ່ການ
ຮ້າຍນີ້.

ທ່ານ ໂອບາມາກ່າວຢູ່ໃນນະຄອນຫຼວງກົວລາລຳເປີໃນຂະນະທີ່ເຂົ້າຮ່ວມກອງປະຊຸມ
ປະຈຳປີຂອງສະມາຄົມບັນດາປະຊາຊາດເອເຊຍອາຄະເນ ຫຼືອາຊ່ຽນ ວ່າ “ເຊັ່ນດຽວກັນ
ກັບ ການໂຈມຕີທີ່ໂຫດຫ້ຽມປ່າເຖື່ອນທີ່ພວກເຮົ່ໍາເຫັນຢູ່ປາຣີແລະການໂຈມຕີຢູ່ແຫ່ງ
ອື່ນໆເປັນປະຈຳນັ້ນ ຄັ້ງນີ້ ແມ່ນເປັນການເຕືອນຄວາມຊົງຈຳອັນສະຫຍົດສະຫຍອງ
ທີ່ລັດທິກໍ່ການຮ້າຍສ້າງຂຶ້ນກັບປະເທດຊາດຕ່າງໆຂອງພວກເຮົາ”.

ປະຊາຊົນຮ້ອງໂຮສະໜັບສະ ທະຫານມາລີ ຢູ່ຕໍ່ໜ໊າໂຮງແຮມ Radisson ທີເມືອງ Bamako, ປະເທດ Mali.
ປະຊາຊົນຮ້ອງໂຮສະໜັບສະ ທະຫານມາລີ ຢູ່ຕໍ່ໜ໊າໂຮງແຮມ Radisson ທີເມືອງ Bamako, ປະເທດ Mali.

ທ່ານກ່າວວ່າ ສຫຣ ພ້ອມດ້ວຍພັນທະມິດ ແລະຄູ່ຮ່ວມງານທັງຫຼາຍ ແມ່ນມີຄວາມເດັດ
ດ່ຽວທີ່ຈະປົກປ້ອງປະຊາຊົນຂອງຕົນ ປັດເຂ່ຍອຸດົມການກຽດຊັງທີ່ຝັງຢູ່ໃນສະໝອງຂອງ
ລັດທິກໍ່ການຮ້າຍໃຫ້ໝົດສິ້ນໄປ”ແລະຖອນກົກຖອນຮາກຕານ່າງພວກກໍ່ການຮ້າຍຕ່າງໆ.

ພວກຫົວຮຸນແຮງສອງກຸ່ມໃນອັຟຮິກາຕາເວັນຕົກ ຄືອານໄກດາໃນອິສລາມິກ ມາກເຣັບ ​ຫຼື ອາກິມ ແລະເຄືອຂ່າຍຂອງເຂົາຄື ແອລ ມູຣາບິຕູໄດ້ອ້າງເອົາຄວາມຮັບຜິດຊອບຮ່ວມກັນ
ໃນການໂຈມຕີດ່າງກ່າວ. ເຈົ້າໜ້າທີ່ທ່ານນຶ່ງຂອງ ສຫຣ ເອີ້ນ ອາກິມວ່າ ເປັນຜູ້ຕ້ອງສົງ
ໄສຂັ້ນນຳໜ້າໃນການໂຈມຕີດັ່ງກ່າວ.

Malian Forces Still Clearing Hotel After Militant Attack
please wait

No media source currently available

0:00 0:00:27 0:00

ຕາມຄຳເວົ້າຂອງພວກເຈົ້າໜ້າທີ່ມາລີແມ່ນວ່າ ນອກນັ້ນ ຕົວປະກັນ 25​ ຄົນ ກໍຖືກຂ້າ ແລະ ມືປືນສອງຄົນ ແມ່ນເສຍຊິວິດເວລາກຳລັງພິເສດຂອງມາລີບຸກເຂົ້າຈູ່ໂຈມທົ່ວ
ໂຮງແຮມດັ່ງກ່າວ.

ນັກສື່ຂ່າວຂອງວີໂອເອທີ່ບາມາໂກເວົ້າວ່າ ບໍ່ເປັນທີ່ແຈ້ງຂາວວ່າ ມີມືປືນຄົນທີສາມຫຼືບໍ່ ຢູ່ໃນການໂຈມຕີດັ່ງກ່າວ. ນາງກ່າວວ່າ ການສັນລະສູດຊາກສົບຍັງພວມດຳເນີນໄປຢູ່
ໃນໂຮງແຮງໃນຄໍ່າຄືນຂອງວັນສຸກວານນີ້.

XS
SM
MD
LG