ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 170 ຄົນ ຖືກຈັບ ເປັນຕົວປະກັນ ໃນການ ໂຈມຕີ ໂຮງແຮມ ໃນນະຄອນຫຼວງ Mali


MALI
please wait
Embed

No media source currently available

0:00 0:00:45 0:00

Aleksis adlı eksotik heyvanlar həvəsları qarğıdalı ilanı (pantherophis guttatus) ilə oynayarkən. Bordo, Fransa.

ພວກ​ມື​ປືນ​ໄດ້​ໂຈມ​ຕີ ​ໂຮງ​ແຮມ​ທີ່​ຫລູຫລາ​ແຫ່ງ​ໜຶ່ງ ​ໃນ​ນະຄອນ
ຫລວງ Mali ຈັບ​ເອົາບັນດາແຂກທີ່​ພັກ​ເຊົາ​ປະມານ 140 ຄົນ
ພ້ອມ​ດ້ວຍ​ພະນັກງານອີກ 30 ຄົນ ​ເປັນ​ໂຕ​ປະກັນ.

ສະຖານທູດ ສະຫລັດ ​ໃນ Mali ​ໄດ້ກ່າວ​ຢູ່ຖະ​ແຫລ​ງການ​ໃນ​
ວັນ​ສຸກ​ມື້​ນີ້​ວ່າ “ສະຖານທູດ ຮູ້​ດີ​ກ່ຽວ​ກັບ​ການໂຈມ​ຕີ ທີ່ດຳ​
ເນີນ​ ຢູ່​ໃນໂຮງ​ແຮມ Radison Hotel ນັ້ນ."

ສະຖານທູດ ໄດ້​ຮຽກຮ້ອງ​ໃຫ້ ຜູ້​ຄົນສັນຊາດ​ສະຫະລັດ ​ແລະ
​ພະນັກງານ​ສະຖານທູດ ​ໃຫ້ “ພາກັນ​ຫາ​ບ່ອນລີ້​ຊ້ອນ ຢູ່.”

ຍັງ​ບໍ່​ເປັນ​ທີ່ຈະ​ແຈ້ງ​ໃນ​ທັນ​ໃດ​ເທື່ອວ່າ ​ໄດ້​ມີຕົວ​ປະກັນ​ໃດໆ ​ໄດ້​ຖືກ​ສັງຫານ ຫລື​ໄດ້​ຮັບ​ບາດ​ເຈັບ.

​ແຫ​ລ່ງຂ່າວ​ຄວາ​ມປອດ​ໄພ ກ່າວ​ຕໍ່ ອົງການ​ຂ່າວຝຣັ່ງວ່າ ພວກ​ມື​ປືນ​ຢູ່​ຊັ້ນ​ທີເຈັດ ຂອງ​ໂຮ​ງ​ແຮມ Radison Blu ​ໃນ​ນະຄອນ Bamako. ແລະ​ວ່າ “ພວກ Jihadists ຍິ​ໄດ້​ເປີດ​ສາກ​ຍິງ​ຢູ່​ທາງຢ່າງ.”

ການ​ໂຈມ​ຕີ ​ໄດ້​ສ້າງ​ຄວາມ​ຂົ່ມຂູ່​ຈາກ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຜູ້​ທີ່​ຍັງ​ເຄຶ່ອນ​ໄຫວ​ຢູ່​ພາກ​ເໜືອ ​ແລະ ພາກ​ກາງຂອງ Mali ​ເຖິງ​ແມ່ນ​ວ່າໄດ້​ມີ​ການມີໜ້າ​ຂອງໜ່ວຍ​ພິທັກ​ສັນຕິພາບ ສະຫະ​ປະຊາ​ຊາດ ຢູ່​ທີ່​ນັ້ນ ກໍ​ຕາມ.

ແຜນທີ່ ປະເທດ Mali, Africa
ແຜນທີ່ ປະເທດ Mali, Africa

ກຳລັງທະຫານ​ທີ່​ນຳພາ​ໂດຍ​ຝຣັ່ງ ​ໄດ້​ຂັບ​ໄລ່​ບັນດາ​ກຸ່ມລັດ​ອິສລາມອອກ​ຈາກ ອຳນາດ​ຢູ່​ພາກ​ເໜືອ Mali ​ໃນ​ປີ 2013. ບັນດາ​ກຸ່ມ​ດັ່ງ​ກ່າວ​ໄດ້​ຍຶດ​ອຳນາດ​ຢູ່​ພາກ​ເໜືອ ​ຫລັງ​ຈາກ ທະຫານ​ໄດ້​ກໍ່ລັດຖະປະຫານ​ຂຶ້ນ ໃນນະຄອນ Bamako ​ໃນ​ປີ 2012.

ການ​ ໂຈມ​ຕີ​ໃນ​ນະຄອນຫລວງ​ໃນ​ເດືອນ​ມີນາຜ່ານ​ມາ ຢູ່​ຮ້ານ​ອາຫານ ທີ່ນິຍົມຂອງ​ພວກ​ນັກ​ທ່ອງ​ທ່ຽວນັ້ນ ຍັງ​ຜົງ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫ້າ​ຄົນ.

XS
SM
MD
LG