ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຕປະກັນ ຖືກປ່ອຍ ຂະນະທີ່ ການປະເຊີນໜ້າ ທີ່ໂຮງແຮມ ໃນມາລີ ສິ້ນສຸດລົງ


ປະທານາທິບໍດີມາລີ ທ່ານ Ibrahim Boubacar Keita (ຂວາ) ກຳລັງກວດແຖວທະຫານ.
ປະທານາທິບໍດີມາລີ ທ່ານ Ibrahim Boubacar Keita (ຂວາ) ກຳລັງກວດແຖວທະຫານ.

ພວກ​ທະຫານ​ມາລີ ​ໄດ້​ບຸກ​ເຂົ້າ​ໄປ​ໃນໂຮງ​ແຮມແຫ່ງນຶ່ງ ຢູ່ໃນ​
ພາກ​ກາງປະເທດ ເພື່ອປ່ອຍ​ໂຕ​ປະກັນສີ່​ຄົນແລະ​ເຮັດໃຫ້ການ
ປະ​ເຊີນ​ໜ້າກັບພວກ​ຫົວ​ຮຸນ​ແຮງ​ອິສ ລາມສິ້ນສຸດລົງ ທີ່​ເປັນ
ເຫດ​ໃຫ້​ຢ່າງ​ໜ້ອຍ 11 ຄົນ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​
ກັບ​ສັນຊາດ​ຂອງ​ໂຕ​ປະກັນທີ່​ຖືກ​ປ່ອຍ ​ຈາກ​ການ​ປະຕິບັດ​ງານ
ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້.

ພວກ​ຫົວ​ຮຸນ​ແຮງ Jihad ​ໄດ້​ບຸກເຂົ້າໄປໃນໂຮງ​ແຮມ Byblos
​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ໂດຍໄດ້ສັງຫານພະນັກງານສະຫະ​
ປະຊາ​ຊາດ ​ໜຶ່ງຄົນ ​ແລະ​ທະຫານ​ມາລີ ຫ້າ​ຄົນ ​ແລ້ວກໍ​ຈັບ​ໂຕບັນດາ​ແຂກຢູ່​ໃນໂຮມ​ແຮງ​ເປັນໂຕປະກັນ. ພວກ​ຫົວ​ຮຸນ​ແຮງຢ່າງ​ໜ້ອຍສອງ​ຄົນໄດ້​ເສຍ​ຊີວິດ.

​ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ຢ່າງ​ໜ້ອຍອີກ​ສາມ​ຊາກ​ສົບ​ໄດ້ຖືກ​ພົ​ບ​ເຫັນ ຢູ່​ທີ່​ໂຮງ​ແຮມ ຫລັງ​
ຈາກ​ການ​ບຸກ​ເຂົ້າ​ໄປຂອງເຈົ້າໜ້າທີ່ໃນວັນເສົາມື້ນີ້ ​ແຕ່ພວກເຂົາເຈົ້າເປັນໃຜນັ້ນແມ່ນຍັງ
​ບໍ່ທັນ​ເປັນ​ທີ່​ແຈ້ງ​ຂາວເທື່ອ.​

ການ​ປະ​ເຊີນ​ໜ້າ​ກັນ​ໄດ້ມີຂຶ້ນ​ເກືອບໝົດ​ມື້ຫລັງ​ຈາກ​ພວກ Jihad ສາມາດ​ຕ້ານຢັນ ການ
ບຸກໂຈມຕີຫຼາຍໆຄັ້ງໃນຂັ້ນຕົ້ນຂອງເຈົ້າໜ້າທີ່ທີ່ພະຍາຍາມ​ຂັບ​ໄລ່​ພວກເຂົາ​ໃຫ້ອອກໄປ
ຈາກໂຮງແຮມ.

​ໂຮງ​ແຮມ​ດັ່ງກ່າວ ​ໄດ້​ໃຊ້​ໂດຍພະນັກງານ ອົງການ​ສະຫະ​ປະຊາ​ຊາດ ​ແລະ​ມີ​ແຂກ​ຈາກ
ຝຣັ່ງ ອາ​ຟຣິກກາ​ໃຕ້ ຣັດ​ເຊຍ ​ແລະ​ຢູ​ເຄຣນນຳດ້ວຍ.

ການ ​ໂຈມ​ຕີ​ໄດ້ສະແດງໃຫ້ເຫັນເຖິງໄພ​ຂົ່ມຂູ່ຈາກພວກ​ຫົວ​ຮຸນ​ແຮງ​ອິສລາມ​ທີ່​ຍັງເຄື່ອນ
​ໄຫວ​ຢູ່​ໃນພາກ​ເໜືອ ​ແລະ​ພາກ​ກາງ​ມາລີ ​ເຖິງ​ແມ່ນໄດ້ມີກອງກໍາລັງ​ຮັກສາສັນຕິພາບສະ
ຫະ​ປະຊາ​ຊາດປະຕິບັດງານຢູ່ທີ່ນັ້ນກໍຕາມ..

ກຳລັງ​ທະຫານ​ ຝຣັ່ງ ທີ່​ໄດ້​ຂັບ​ໄລ່ ບັນດາ​ກຸ່ມຫົວຮຸນແຮງອິສ​ລາມອອກ​ຈາກ​ອຳນາດຢູ່​ໃນ
ພາກ​ເໜືອ​ມາລີ ​ໃນ​ປີ 2013. ບັນດາ​ກຸ່ມ​ດັ່ງກ່າວ​ໄດ້ເຂົ້າ​ຍຶດ​ເອົາອຳ​ນາດ ​ໃນ​ພາກ​ເໜືອ
ຂອງປະເທດ ຫລັງ​ຈາກ​ທະຫານ​ໄດ້​ເຮັດລັດ​ຖະ​ປະ ຫານ​ໃນນະຄອນຫຼວງBamako ​ໃນ​ປີ 2012.

XS
SM
MD
LG