ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກມືປືນ ສັງຫານ ຢ່າງໜ້ອຍ 12 ຄົນ ຢູ່ ຮ້ານກາເຟ ໃນອີຣັກ


ແຜນທີ່ ບ່ອນວາງລະເບີດ ຢູ່ຮ້ານກາເຟໃນເມືອງ Balad ປະເທດ ອີຣັກ.
ແຜນທີ່ ບ່ອນວາງລະເບີດ ຢູ່ຮ້ານກາເຟໃນເມືອງ Balad ປະເທດ ອີຣັກ.

ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 12 ​ແລະ​ອີກ 15 ຄົນ​ໄດ້​ຮັບ​ບາດ​ເຈັບ ຫລັງ​ຈາກ​ມື​ປືນໂຈມ​ຕີ​ ຮ້ານ​ກາ​ເຟ ​ຊຶ່ງ​ເປັນ​ທີ່​ນິຍົມ​ຂອງ​ຜູ້​ຄົນ​ໃນ​ເມືອງ​ແຫ່ງ​ນຶ່ງ ທີ່​ຕັ້ງຢູ່​ທາງ​ເໜືອ ຂອງ​ນະຄອນ ຫຼວງ Bagdad.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ມື​ປືນ 3 ຄົນ ​ໄດ້​ໂຈມ​ຕີ​ຮ້ານ​ກາ​ເຟ ທີ່​ເມືອງ Balad ຊຶ່ງ​ປະຊາ​ຊົນ​ສ່ວນ ​ໃຫຍ່ ​ນັບຖື​ສາສະໜາ​ຊີ​ໄອ ​ໂດຍ​ໄດ້​ຍິງ​ປືນ​ເຂົ້າ​ໃສ່​ຜູ້​ຄົນ ຫລັງຈາກທ່ຽງ​ຄືນ​ວັນ​ພະຫັດ ​ໜ້ອຍ​ນຶ່ງ. ​ເມື່ອ​ຕຳຫລວດ​ໄປ​ຮອດ​ບ່ອນ​ເກີດ​ເຫດ ພວກ​ມື​ປືນ ກໍ​ບີບ​ຄະ​ນວນ​ລະ​ເບີດ​ໃຫ້ ​ແຕກຂຶ້ນ.

​ເມືອງ Balad ຕັ້ງຫ່າງ​ຈາກ​ນະຄອນຫຼວງ Bagdad ​ໄປ​ທາງ​ເໜືອ​ປະມານ 80 ກິ​ໂລ​ແມັດ ເວລາ​ນີ້ກຳລັງ​ມີ​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ. ພວກ​ໂຈມ​ຕີ​ໄດ້​ຜ່ານ​ດ່ານ​ກວດ​ ເຂົ້າ​ໄປ​ເຖິງ 3 ບ່ອນ​ ກ່ອນ​ຈະ​ເຖິງ​ເປົ້າໝາຍ​ຂອງ​ພວກ​ເຂົາ​ເຈົ້າ ອີງ​ຕາມ​ແຫ​ລ່ງຂ່າວ​ຂອງ​ ຕຳຫຼວດທີ່​ກ່າວ​ຕໍ່​ອົງການ​ຂ່າວ​ຮອຍ​ເຕີ້.

ພວກ​ເຈົ້າໜ້າ​ທີ່​ໄດ້ບອກ​ຕໍ່​ອົງການ​ຂ່າວ​ໂດຍ​ຂໍ​ສະຫງວນ​ຊື່ ຍ້ອນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ ຖະ​ແຫຼງ​ໃດໆ​ຕໍ່​ສື່​ມວນ​ຊົນ.

ການ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນຫຼັງ​ຈາກ​ກະ​ແສ​ຟອງ​ຂອງ​ການວາງ​ລະ​ເບີດ ​ໃນ​ນະຄອນຫຼວງທີ່​ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 80 ຄົນ.​ ກຸ່ມ​ລັດ​ອິສລາມ​ໄດ້​ອ້​າງ​ເອົາ​ຄວາມ​ຮັບ ຜິດ​ຊອບ​ໃນ​ການ ໂຈມ​ຕີ​ເຫຼົ່ານີ້.

​ໃນຕົ້ນອາທິດ​ນີ້ ພົນ​ຕີ Gary Volesky ຜູ້​ບັນຊາ​ການ​ກຳລັງ​ສະຫະລັດ​ໃ​ນອີ​ຣັກ ກ່າວ​ວ່າ ກຸ່ມ​ລັດ​ອິສລາມ​ແມ່ນ​ອ່ອນ​ແອ​ລົງ​ນັບ​ມື້ ຢູ່​ໃນ​ອີຣັກ ທັງໆ​ທີ່​ພວກ​ນັກ​ລົບ ຂອງ​ກຸ່ມ​ດັ່ງກ່າວ ໄດ້​ທຳ​ການ​ໂຈ​ມຕີ​ຮ້າຍແຮງ​ທີ່​ນະຄອນຫຼວງ Bagdad.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG