ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນສັງຫານ 13 ຄົນ ໃນການໂຈມຕີ ຢູ່ທາງຫຼວງສາຍນຶ່ງ ໃນອັຟການິສຖານ


ແຜນທີ່ປະເທດອັຟການິສຖານ ສະແດງທີ່ຕັ້ງຂອງແຂວງ Zabul.
ແຜນທີ່ປະເທດອັຟການິສຖານ ສະແດງທີ່ຕັ້ງຂອງແຂວງ Zabul.

ບັນດາ​ເຈົ້າ​ໜ້າ​ທີ່ອັ​ຟກາ​ນິສຖານ ກ່າວ​ວ່າ ພວກ​ມຶຶ​ປືນ​ໄດ້​ສັງ
ຫານ​ຢ່າງ​ໜ້ອຍ 13 ຄົນ​ ໃນ​ການ​ໂຈມ​ຕີ​ເມື່ອ​ຕອນ​ເດິ​ກຂອງ
ຄືນແລ້ວນີ້ ​ຕໍ່ຜູ້ໂດຍສານທີ່​ເດີນທາງໄປມາ​ ຢູ່ໃນທາງ​ຫລວງ
ສາຍນຶ່ງ ​ໃນ​ພາກ​ກາງຂອງ​ອັຟກ​ານິສຖານ.

​ທ່ານ Attahullah Khogyani ໂຄສົກຂອງເຈົ້າແຂວງ Wardak
ກ່າວ​ວ່າ ຜູ້​ໂຈມ​ຕີ​ຈຳນວນ​ນຶ່ງ​ ໄດ້​ເປີດ​ສາກ​ລະດົມຍິງ​ໃ​ສ່ລົດ ປະ
ມານ 1 ​ໂມງ​ເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນ ​ໃນ​ວັນ​ອັງຄານ​ມື້​ນີ້.

ມີຜູ້​ເຄາະ​ຮ້າຍຈຳນວນ​ນຶ່ງ ​ໄດ້​ເດີນທາງ​ໄປ​ກັບ​ລົ​ດ​ໂດຍສານ ທີ່​ມຸ້ງ​ໜ້າສູ່​ພາກ​ໃຕ້​ຂອງ​
ອັຟກາ​ນິສຖານ.

ສາ​ເຫດຂອງການ​ໂຈມ​ຕີ​ຍັງ​ບໍ່​ທັນ​ມີການລະບຸກັນເທື່ອ ​ແລະກໍ​ບໍ່ທັນ​ມີ​ກຸ່ມ​ໃດ​ອ້າງເອົາ
​ຄວາມຮັບຜິດຊອບ​ໃນ​ການ​ໂຈມ​ຕີ ຊຶ່ງ​ຫລ້າ​ສຸດ​ແມ່ນແນ​ໃສ່​ບັນດາ​ລົດ​ໂດຍ ສານຢູ່ໃນ
​ອັຟກາ​ນິສຖານ.

​ໃນ​ເດືອນ​ແລ້ວ​ນີ້ ພວກ​ມື​ປືນ​ໄດ້​ລັກພາ​ໂຕສະມາຊິກ 30 ຄົນຂອງພວກຊົນກຸ່ມນ້ອຍ
Hazara ຊຶ່ງເປັນ​ຊາວມຸສລິ​ມນິກາຍ Shi’ite ​ທີ່​ເດີນທາງ​ໄປ​ກັບ​ລົດ​ໂດຍສານ ​ໃນ​ແຂວງ
Zabul.

ພວກ​ທີ່​ຖືກ​ລັກພາ​ໂຕ ຍັງ​ຫາຍສາບ​ສູນ​ຢູ່.

​ຊາວ Hazara ​ໄດ້ຕົກ​ເປັນ​ເປົ້າ​ໝາຍໃນ​ການ​ວາງລະ​ເບີດ ການ​ລັກພາ​ໂຕ ​ແລະ​ການ​ໂຈມ
​ຕີ​ຕ່າງໆ​ໃນ​ໄລຍະສອງສາມ​ປີ​ທີ່​ຜ່ານ​ມາໂດຍ​ພວກ​ຫົວ​ຮຸນ​ແຮງຈັດ Taliban ແລະພວກ​
ຫົວ​ຮຸນ​ແຮງຈັດ Sunni ອື່ນໆຢູ່​ໃນ​ອັ​ຟກາ​ນິສຖານ ​ແລະປາ​ກິ​ສຖານ.

ອັຟກາ​ນິສຖານ ຍັງ​ສືບຕໍ່ປະເຊີນກັບ​ຄວາມ​ຮຸນ​ແຮງ​ຢູ່​ເປັນ​ປະຈຳ ​ເຖິງ​ແມ່ນ​ວ່າ ສະຫະລັດ
ພວມສືບ​ຕໍ່​ຫລຸດຜ່ອນ​ການມີໜ້າທາງ​ດ້ານ​ທະຫານຂອງຕົນ​ລົງຢູ່​ໃນ​ປະ​ເທດດັ່ງກ່າວ ຫລັງ
​ຈາກທີ່ໄດ້ເກີດສົງຄາມມາ​ເກືອບ 14 ປີ.

XS
SM
MD
LG