ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ 3 ຄົນ ໂຈມຕີ ສູນກາງຝຶກແອບ ຂອງ ອົງການສືບລັບ ອັຟການິສຖານ ໃນນະຄອນ ກາບູລ


ຊາວອັຟການິສຖານໄວ້ອາໄລແກ່ ຜູ້ໄດ້ຮັບເຄາະຮ້າຍ ທີ່ ຖືກຂ້າຕາຍຢູ່ໃນການໂຈມຕີ ດ້ວຍລະເບີດສະຫລະຊີບ ຢູ່ສະຖາບັນສຶກ ສາແຫ່ງນຶ່ງ ທີ່ຢູ່ໃນຕຶກຂອງເອກຊົນຢູ່ໃນຄຸ້ມ Dasht-i Barcha ທີ່ມີຊາວຊີໄອ ອາໄສຢູ່ຢ່າງຫລວງຫລາຍ ໃນນະຄອນຫລວງກາບູລ ຂອງອັຟການິສຖານ ໃນວັນທີ 15 ສິງຫາ 2018 ກ່ອນໜ້າຈະມີການໂຈມຕີ ສູນກາງຝຶກແອບ ທີ່ອົງການ ສືບລັບຂອງອັຟການິສຖານ ຢູ່ນະຄອນຫລວງກາບູລ ເຊັ່ນກັນໃນມື້ຕໍ່ມາ.
ຊາວອັຟການິສຖານໄວ້ອາໄລແກ່ ຜູ້ໄດ້ຮັບເຄາະຮ້າຍ ທີ່ ຖືກຂ້າຕາຍຢູ່ໃນການໂຈມຕີ ດ້ວຍລະເບີດສະຫລະຊີບ ຢູ່ສະຖາບັນສຶກ ສາແຫ່ງນຶ່ງ ທີ່ຢູ່ໃນຕຶກຂອງເອກຊົນຢູ່ໃນຄຸ້ມ Dasht-i Barcha ທີ່ມີຊາວຊີໄອ ອາໄສຢູ່ຢ່າງຫລວງຫລາຍ ໃນນະຄອນຫລວງກາບູລ ຂອງອັຟການິສຖານ ໃນວັນທີ 15 ສິງຫາ 2018 ກ່ອນໜ້າຈະມີການໂຈມຕີ ສູນກາງຝຶກແອບ ທີ່ອົງການ ສືບລັບຂອງອັຟການິສຖານ ຢູ່ນະຄອນຫລວງກາບູລ ເຊັ່ນກັນໃນມື້ຕໍ່ມາ.

ພວກມືປືນໄດ້ພາກັນໂຈມຕີສູນກາງຝຶກແອບ ທີ່ອົງການສືບລັບຂອງອັຟການິສຖານ ຢູ່ນະຄອນຫລວງກາບູລ.

ທ່ານ ນາສແຣດ ຣາຮີມີ, ຮອງໂຄສົກປະຈໍາກະຊວງພາຍໃນຂອງປະເທດດັ່ງກ່າວ
ເວົ້າວ່າ ຜູ້ຊາຍ 3 ຄົນ ພາກັນຂີ່ລົດໂຕໂຢຕາໂຄໂຣລາ ໄປຫາຕຶກນັ້ນ ແລະກໍໄດ້ເຂົ້າ
ໄປໃນຕຶກທີ່ກໍາລັງກໍ່ສ້າງທີ່ຕັ້ງຢູ່ໃກ້ກັບສູນຝຶກແອບຂອງອົງການຄວາມໝັ້ນຄົງແຫ່ງ
ຊາດ. ຊາຍຄົນນຶ່ງໃນຈໍານວນນັ້ນ ຖືກຂ້າຕາຍໃນຂະນະທີ່ອີກສອງຄົນກໍາລັງຍິງຕໍ່ສູ້
ກັບກໍາລັງຮັກສາຄວາມປອດໄພທີ່ປິດລ້ອມເຂດນັ້ນຢູ່. ພວກທີ່ອາໄສຢູ່ເຂດນັ້ນລາຍ
ງານວ່າ ເຂົາເຈົ້າໄດ້ຍິນສຽງລະເບີດແຕກຢ່າງໜ້ອຍນຶ່ງລູກ.

ການໂຈມຕີໃນວັນພະຫັດມື້ນີ້ ແມ່ນເກີດຂຶ້ນໃນນຶ່ງມື້ ພາຍຫລັງທີ່ຫລາຍສິບຄົນ ຖືກ
ຂ້າຕາຍຢູ່ໃນການໂຈມຕີດ້ວຍລະເບີດສະຫລະຊີບ ຢູ່ສະຖາບັນການສຶກສາແຫ່ງນຶ່ງ ໃນນະຄອນຫລວງຂອງອັຟການິສຖານ. ເຫດລະເບີດແຕກດັ່ງກ່າວຢູ່ທີ່ວິທະຍາຄານ
ໂມວວູດ (Mowoud)ຢູ່ໃນເຂດທີ່ມີຊາວຊີໄອອາໄສຢູ່ເປັນສ່ວນໃຫຍ່ຂອງເມືອງນັ້ນ
ແມ່ນເກີດຂຶ້ນໃນຂະນະທີ່ພວກນັກສຶກສາກໍາລັງພາກັນສອບ ເສັງເພື່ອເຂົ້າໄປຮຽນ
ໃນສະຖາບັນນັ້ນ. ພວກຕາລີບານ ໃນອັຟການິສຖານ ໄດ້ປະຕິເສດວ່າ ບໍ່ແມ່ນ
ຕົນເປັນຜູ້ຮັບຜິດຊອບຕໍ່ການໂຈມຕີຄັ້ງນີ້. ການໂຈມຕີໃນຄັ້ງກ່ອນໆ ຕໍ່ຊາວຊີໄອ
ຢູ່ນະຄອນຫລວງກາບູລນັ້ນ ແມ່ນພວກກຸ່ມລັດອິສລາມພາກັນອ້າງເອົາຄວາມຮັບ
ຜິດຊອບ ຕໍ່ການໂຈມຕີດັ່ງກ່າວເຫລົ່ານັ້ນ.

ກ່ອນໜ້ານັ້ນ ໃນມື້ດຽວກັນ, ພວກຕາລີບານໄດ້ບຸກເຂົ້າໄປໃນຄ້າຍທະຫານຢູ່ເມືອງ
ແບັກແລນ ຢູ່ທາງພາກເໜືອຂອງອັຟການິສຖານ ຊຶ່ງໄດ້ສັງຫານຊີວິດຂອງເຈົ້າໜ້າ
ທີ່ຮັກສາຄວາມປອດໄພ 40 ຄົນ.

ເກືອບຢູ່ໃນເວລາດຽວກັນນັ້ນເລີຍ ພວກຕາລີບານທີ່ຕິດອາວຸດກໍໄດ້ພາກັນບຸກ ຖະຫລົ່ມດ່ານກວດຂອງຕໍາຫລວດ ຢູ່ໃກ້ເມືອງຄາແລັດ ໃນແຂວງຊາບູລ ຊຶ່ງ
ໄດ້ເຮັດໃຫ້ເຈົ້າໜ້ທີ່ຕໍາຫຼວດຫລາຍຄົນເສຍຊີວິດ. ສະມາຊິກຂອງກຸ່ມຕາລີບານ
ກໍໄດ້ຖືກຂ້າຕາຍເຊັ່ນກັນ ໃນຂະນະທີ່ມີການຍິງຕໍ່ສູ້ກັນຢູ່ນັ້ນ.

ມື້ນຶ່ງກ່ອນໜ້ານັ້ນ ພວກຕາລີບານ ກໍໄດ້ບຸກເຂົ້າຢຶດເອົາຄ້າຍທະຫານອີກແຫ່ງນຶ່ງ
ຢູ່ໃນແຂວງຟາຢັບ ທີ່ຢູ່ໃກ້ກັນນັ້ນ ພາຍຫລັງທີ່ມີການຕໍ່ສູ້ກັນຢ່າງໜັກ. ພວກເຈົ້າ
ໜ້າທີ່ເວົ້າວ່າ ທະຫານ 40 ຄົນໃນຈໍານວນທັງໝົດ 70 ຄົນທີ່ຢູ່ໃນຄ້າຍແຫ່ງນັ້ນ ພາ
ກັນຍອມຈຳນົນ ຕໍ່ພວກຕາລີບານ.

ໃນຂະນະດຽວກັນ ຮອງຜູ້ຕາງໜ້າອົງການໃຫ້ຄວາມຊ່ວຍເຫຼືອຂອງສະຫະປະຊາຊາດ
ໃນອັຟການິສຖານ ໄດ້ເຕືອນວ່າ ຈະມີຜົນຕາມມາ ທີ່ຮ້າຍແຮງທາງດ້ານມະນຸດສະທໍາ
ຕໍ່ປະຊາຊົນທີ່ອາໄສຢູ່ໃນເມືອງກາສນີ (Ghazni) ຊຶ່ງເປັນເມືອງທີ່ມີຄົນອາໄສຢູ່ຫລາຍ
ເປັນອັນດັບສອງຂອງປະເທດ ທີ່ຕ້ອງປະເຊີນກັບການສູ້ລົບກັນທີ່ແກ່ຍາວໄປເປັນເວລາ
5 ມື້ນັ້ນ. ພວກຕາລີບານ ໄດ້ເລີ້ມການໂຈມຕີ ໃນວັນສຸກອາທິດແລ້ວນີ້ ແລະກໍສາມາດ
ບຸກເຂົ້າໄປເຖິງ ເຂດໃຈກາງເມືອງໄດ້.

ການສູ້ລົບກັນຍັງດໍາເນີນໄປຢູ່ໃນເຂດທີ່ມີຄົນອາໄສຢູ່ຢ່າງໜາແໜ້ນ ຊຶ່ງໄດ້ເຮັດໃຫ້
ພົນລະເມືອງຫລາຍເຖິງ 150 ຄົນເສຍຊີວິດ ພ້ອມທັງ ການເສຍຊີວິດຂອງນັກລົບ
ກຸ່ມຕາລີບານ ແລະເຈົ້າໜ້າທີ່ຮັກສາຄວາມສະຫງົບຫລາຍຮ້ອຍຄົນ, ອີງຕາມຄໍາເວົ້າ
ຂອງສະຫະປະຊາຊາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG