ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມືປືນລອບສັງຫານ ຄຸນພໍ່ສາສະໜາຄຣິສຕຽນ ແລະອີກ​ອົງ​ນຶ່ງບາດເຈັບ ໃນເມືອງເປຊາວາຣ ​ປະ​ເທດປາກິສຖານ


ພວກຜູ້ຊາຍຫາມສົບຂອງຄຸນພໍ່ ວີລລຽມ ຊີຣາຈ (William Siraj) ຜູ້ທີ່, ອີງຕາມຕຳຫຼວງ, ໄດ້ຖືກສັງຫານ ໂດຍພວກມືປືນບໍ່ຊາບຝ່າຍໃນເມືອງເປຊາວາຣ ຂອງປາກິສຖານ Peshawar, ວັນທີ 30 ມັງກອນ 2022.
ພວກຜູ້ຊາຍຫາມສົບຂອງຄຸນພໍ່ ວີລລຽມ ຊີຣາຈ (William Siraj) ຜູ້ທີ່, ອີງຕາມຕຳຫຼວງ, ໄດ້ຖືກສັງຫານ ໂດຍພວກມືປືນບໍ່ຊາບຝ່າຍໃນເມືອງເປຊາວາຣ ຂອງປາກິສຖານ Peshawar, ວັນທີ 30 ມັງກອນ 2022.

ພວກມືປືນບໍ່ຊາບຝ່າຍ ໄດ້ຍິງຄຸນ​ພໍ່ສາສະໜາຄຣິສຕຽນ​ຄົນ​ນຶ່ງຕາຍ ແລະອີກຄົນ​ນຶ່ງບາດເຈັບ ໃນການໂຈມຕີຢູ່ທີ່ເມືອງເປຊາວາຣ (Peshawar) ທາງພາກຕາ ເວັນຕົກສຽງເໜືອຂອງປາກິສຖານ.

ຕຳຫຼວດແລະບັນດາຜູ້ນຳທ້ອງຖິ່ນຂອງຊຸມຊົນກຸ່ມນ້ອຍ ໄດ້ກ່າວວ່າ ພວກຜູ້ເຄາະຮ້າຍທັງຫຼາຍກຳລັງພາກັນອອກມາຈາກໂບດຂອງເມືອງດັ່ງກ່າວ ພາຍຫຼັງການ​ປະ​ກອບພິທີ​ທາງ​ສາ​ສະ​ໜາປະຈຳວັນອາທິດ ເມື່ອຊາຍສອງຄົນຂີ່ລົດຈັກອອກມາດັກຍິງ ລົດຂອງຄຸນພໍ່.

ຕຳຫຼວດໄດ້ລະບຸໂຕຄຸນພໍ່ ທີ່ເສຍ​ຊີ​ວິດ ຄື ຄຸນພໍ່ວີລລຽມ ຊີຣາຈ ທີ່ມີອາຍຸ 75 ປີ.

ທ່ານໝໍໄດ້ກ່າວວ່າ ຄຸນພໍ່ແພດທຣິກ ນາອີມ ຜູ້ທີ່ໄດ້ຮັບບາດເຈັບນັ້ນ ໄດ້ຮັບການຮັກສາປິ່ນປົວຢູ່ທີ່ໂຮງໝໍເມືອງເປຊາວາຣ ແລະໄດ້ອະທິບາຍວ່າ ອາການຂອງເພິ່ນແມ່ນຄົງທີ່.

ບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນທັນທີ ສຳລັງການຍິງໂຈມຕີດັ່ງກ່າວ.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ປະຕິບັດການເພື່ອຊອກຫາແລະຈັບກຸມພວກຜູ້ຮ້າຍ ໄດ້ດຳເນີນໄປ.

ບັນດາຜູ້ນຳສາສະໜາຄຣິສຕຽນ ໄດ້ກ່າວປະນາມການໂຈມຕີດັ່ງກ່າວ.

“ພວກເຮົາຮຽກຮ້ອງຄວາມຍຸຕິທຳ ແລະການປົກປ້ອງຊາວຄຣິສຕຽນ ຈາກລັດ ຖະບານປາກິສຖານ” ນັ້ນແມ່ນຂໍ້ຄວາມ ທີ່ໄດ້ຂຽນລົງໃນທວີດເຕີ ໂດຍສັງຄະລາດ ອາຊາດ ມາຣແຊລ ພ້ອມ​ທັງ​ເປັນ​ວິ​ຊາ​ການ​ດ້ານ​ການ​ສຶກ​ສາ ຈາກໂບດຄ​ຣິ​ສ​ຕຽນ ຂອງປາກິສຖານ.

ສະມາຊິກຂອງຊຸມຊົນຊາວຄຣິສຕຽນ ກ່ອນໜ້ານີ້ ໄດ້ຕົກເປັນເປົ້າໝາຍໃນການ​ໂຈມ​ຕີ​ຢູ່ເມືອງເປຊາວາຣ ມາ​ແລ້ວ.

ການໂຈມຕີທີ່ຮ້າຍແຮງທີ່ສຸດ ໄດ້ເກີດຂຶ້ນໃນປີ 2013 ເມື່ອຜູ້​ໂຈມ​ຕີສະຫຼະຊີບສອງຄົນ ໄດ້ບີບ​ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນຢູ່ທີ່ໂບດຂອງເມືອງ​ດັ່ງ​ກ່າວ ໃນຂະນະທີ່ພວກຖືສາສະໜາຫຼາຍຮ້ອຍຄົນ ກຳລັງພາກັນອອກມາຈາກພິທີທາງ​ສາ​ສະ​ໜາປະຈຳວັນອາທິດ. ການໂຈມຕີນັ້ນ ໄດ້ສັງຫານຢ່າງໜ້ອຍ 80 ຄົນ ແລະອີກ 120 ຄົນ ໄດ້ຮັບບາດເຈັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG