ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມືປືນຜູ້ນຶ່ງ ຂ້າ 9 ຄົນ ບວກກັບຜູ້ກ່ຽວເອງ ໃນເຫດການຍິງສັງຫານໝູ່ ຢູ່ໃນລັດຄາລີຟໍເນຍ


ເຈົ້າໜ້າທີ່ຕຳຫຼວດ ພາກັນໄປຈຸດເກີດເຫດໃນການຍິງສັງຫານ ຢູ່ໃນສະຖານບໍລິການຂົນສົ່ງ ຂອງເຂດແຊນຕາ ແຄລຣາ ວາເລ ຫຼື (VTA) ໃນວັນພຸດ ທີ 26 ພຶດສະພາ 2021, ໃນເມືອງແຊນ ໂຮເຊ ລັດຄາລີຟໍເນຍ.
ເຈົ້າໜ້າທີ່ຕຳຫຼວດ ພາກັນໄປຈຸດເກີດເຫດໃນການຍິງສັງຫານ ຢູ່ໃນສະຖານບໍລິການຂົນສົ່ງ ຂອງເຂດແຊນຕາ ແຄລຣາ ວາເລ ຫຼື (VTA) ໃນວັນພຸດ ທີ 26 ພຶດສະພາ 2021, ໃນເມືອງແຊນ ໂຮເຊ ລັດຄາລີຟໍເນຍ.

ມືປືນຜູ້ນຶ່ງໄດ້ເປີດສາກຍິງໃສ່ພວກຄົນງານຢູ່ສະຖານທີ່ສ້ອມແປງລາງລົດໄຟຂະໜາດນ້ອຍແຫ່ງນຶ່ງ ໃນລັດຄາລີຟໍເນຍ ເມື່ອວັນພຸດວານນີ້ ໂດຍໄດ້ສັງຫານ 9 ຄົນ ກ່ອນທີ່ຜູ້ກ່ຽວຈະຂ້າຕົວຕາຍ.

ຕຳຫຼວດໄດ້ລະບຸໂຕມືປືນດັ່ງກ່າວຄື ທ້າວແຊມ ແຄສຊີດີ ອາຍຸ 57 ປີ ຜູ້ທີ່ເປັນພະນັກງານເຮັດວຽກຢູ່ສະຖານທີ່ບໍລິການຂົນສົ່ງຂອງເຂດວາລເລ ໃນເມືອງແຊນໂຮເຊ.

ຜູ້ບັນຊາການຕຳຫຼວດຂອງເຂດແຊນຕາ ແຄລຣາ ທ່ານນາງລໍຣີ ສມິດ ໄດ້ກ່າວວ່າ ທ້າວແຄສຊີດີ ໄດ້ເອົາຊີວິດຂອງລາວເອງໃນຂະນະທີ່ຕຳຫຼວດກຳລັງຈະຈັບຜູ້ກ່ຽວ.

ບັນດາເຈົ້າໜ້າທີ່ ຍັງບໍ່ທັນສາມາດລະບຸສາເຫດສຳລັບການຍິງສັງຫານດັ່ງກ່າວ ຫຼືເປີດເຜີຍຊະນິດຂອງປືນ ທີ່ໄດ້ຖືກນຳໃຊ້ໃນການໂຈມຕີ.

ໃນຖະແຫລງການຈາກທຳນຽບຂ່າວ ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວວ່າ ທ່ານແລະຮອງປະທານາທິບໍດີ ຄາມາລາ ແຮຣິສ ໄດ້ຮັບ ແຈ້ງການໃຫ້ຊາບ ກ່ຽວກັບເຫດການຍິງສັງຫານນັ້ນ.

ທ່ານປະທານາທິບໍດີ ໄດ້ກ່າວວ່າ “ຂ້າພະເຈົ້າມີໜ້າທີ່ອັນສຳຄັນອີກຄັ້ງນຶ່ງໃນການສັ່ງໃຫ່ຊັກທຸງຊາດລົງເຄິ່ງເສົາ ພຽງບໍ່ເທົ່າໃດອາທິດຫຼັງຈາກທີ່ໄດ້ເຮັດເຊັ່ນນັ້ນ ພາຍຫລັງຈາກການຍິງສັງຫານໝູ່ຢູ່ທີ່ສະຖານອົບນວດຢູ່ໃນແລະອ້ອມແອ້ມ ນະຄອນແອດແລນຕາ ຢູ່ໃນຮ້ານຄ້າ ໃນເມືອງໂບລເດີ ລັດໂຄໂລຣາໂດ, ຢູ່ທີ່ເຮືອນໃນເມືອງຣອກຮີລ ລັດຄາໂຣໄລນາໃຕ້ ແລະ ຢູ່ສະຖານທີ່ຂອງບໍລິສັດ FedEx ໃນນະຄອນອິນເດຍນາໂປລິສ ລັດອິນເດຍນາ. ພໍແລ້ວ.”

ທ່ານກ່າວຕື່ມວ່າ “ອີກຄັ້ງນຶ່ງ ຂ້າພະເຈົ້າຮຽກຮ້ອງຕໍ່ລັດຖະສະພາໃຫ້ເອົາມາດຕະການໃນທັນທີ ແລະໃຫ້ຟັງຄຳຮຽກຮ້ອງຂອງປະຊາຊົນຊາວອາເມຣິກັນ ລວມທັງພວກເຈົ້າຂອງປືນສ່ວນໃຫຍ່ທັງຫຼາຍ, ໃຫ້ຊ່ອຍຍຸຕິໂຣກລະບາດຂອງຄວາມຮຸນແຮງຍ້ອນປືນຢູ່ໃນອາເມຣິກາ.”

ສ່ວນຜູ້ປົກຄອງລັດຄາລີຟໍເນຍ ທ່ານແກວິນ ນິວຊຳ ໄດ້ກ່າວໃນເມືອງແຊນໂຮເຊ ຫຼັງຈາກທີໄດ້ກ່າວເຖິງການຍິງສັງຫານເມື່ອບໍ່ດົນມານີ້ຢູ່ໃນລັດ ວ່າ “ມັນມີຄວາມຄ້າຍຄືກັນນີ້ ແລະຄວາມມຶນຊາອັນນັ້ນ ຂ້າພະເຈົ້າຄຶດວ່າ ເປັນບາງສິ່ງບາງຢ່າງທີ່ພວກເຮົາທັງໝົດຮູ້ສຶກ. ມັນເຮັດໃຫ້ຕ້ອງຕັ້ງຄຳຖາມວ່າ ແມ່ນຫຍັງກຳລັງເກີດຂຶ້ນ ຢູ່ໃນສະຫະລັດອາເມຣິກາ?”

ຮອງຜູ້ບັນຊາການຕຳຫຼວດ ຣັສໂຊລ ເດວິສ ແລະເປັນໂຄສົກຂອງສຳນັກງານກົມຕຳຫຼວດເມືອງແຊນຕາ ແຄລຣາ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຕຳຫຼວດໄດ້ຕອບຮັບຕໍ່ລາຍງານຈາກຫຼາຍພາກສ່ວນຂອງການຍິງສັງຫານ ຢູ່ໃກ້ສະຖານທີ່ດັ່ງກ່າວ ໃນເວລາປະມານ 6 ໂມງ 30 ນາທີຕອນເຊົ້າຕາມເວລາໃນທ້ອງຖິ່ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG