ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ຍິງສັງຫານ 7 ຄົນ ແລະບາດເຈັບ 3 ຄົນ ທີ່ມະຫາວິທະຍາໄລ ລັດຄາລີຟໍເນຍ


ເຈົ້າໜ້າທີ່ຕໍາຫລວດ Oakland ເອົາຜ້າປົກສົບຄົນຕາຍ ໃກ້ກັບມະຫາວິທະຍາໄລ Oikos University ທີ່ເມຶອງ Oakland ລັດ Calif., ວັນຈັນ ທີ 2 ເມສາ, 2012.
ເຈົ້າໜ້າທີ່ຕໍາຫລວດ Oakland ເອົາຜ້າປົກສົບຄົນຕາຍ ໃກ້ກັບມະຫາວິທະຍາໄລ Oikos University ທີ່ເມຶອງ Oakland ລັດ Calif., ວັນຈັນ ທີ 2 ເມສາ, 2012.

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໃນ​ເມືອງ Oakland ລັດ California ກ່າວ​ວ່າ ອ​ະດີດ​ນັກສຶກສາ
ຄົນ​ນຶ່ງ​ໄດ້​ຍິງ​ປືນ​ເຂົ້າ​ໃສ່​ຜູ້​ຄົນ ທີ່ມະຫາວິທະຍາ​ໄລ​ຄຣິສຕຽນເກົາຫຼີອາ​ເມຣິກັນຫຼື
Korean-American Christian college ​ໃນ​ວັນ​ຈັນ​ວານ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ
ໄປ​ເຈັດ​ຄົນ ​ແລະໄດ້​ຮັບ​ບາດ​ເຈັບ​ສາມ​ຄົນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ຕ້ອງ​ສົງໄສ​ອາຍຸ 43 ປີ​ເປັນ​ຄົນ​ສັນຊາດ​ເກົາຫລີ ​ໄດ້ເຂົ້າ​ມອບ​ໂຕ​
ພາຍຫລັງ​ເກີດ​ການ​ຍິງ​ກັນຂຶ້ນ​ໃນເວລາບໍ່​ດົນ​ຕໍ່​ມາ.

ບັນດາ​ຜູ້​ເຫັນ​ເຫດການ​ກ່າ​ວວ່າ ​ເຫັນຜູ້​ຕ້ອງ​ສົງ​ໄສ​ຍິງ​ພວກ​ເຄາະ​ຮ້າຍທີ່​ໂຕະ​ຮັບ​ແຂກ
ຂອງມະຫາວິທະຍາ​ໄລ Oikos ກ່ອນ​ຈະ​ຍິງ​ປືນ​ສຸມ​ເຂົ້າໃສ່ຫ້​ອງຮຽນ.

ຫົວໜ້າ​ຕໍາຫລວດ Oakland ທ່ານ Howard Jordan ເອີ້ນການ​ຍິງ​ກັນ​ໃນຄັ້ງ​ນີ້​ວ່າ
“ເປັນທີ່​ຕື່ນ​ຕົກ​ໃຈແລະໄຮ້ສະຕິ” ແລະບັນລະຍາຍບ່ອນ ເກີດເຫດວ່າ “ມີ​ຄວາມສັບສົນ
ວຸ້ນວາຍທີ່ສຸດ.”

ຄຸນພໍ່ Jong Kim ຜູ້ກໍ່ຕັ້ງມະຫາວິທະຍາໄລ Oikos ກ່າວຕໍ່ໜັງສືພິມ Oakland
Tribune ວ່າ ມືປືນນັ້ນແມ່ນອະດີດນັກສຶກສາພະຍາບານ. ຄຸນພໍ່ Kim ກ່າວອີກວ່າ
ທ່ານບໍ່ຊາບວ່າ ຜູ້ຕ້ອງສົງ​ໄສນັ້ນຖືກໄລ່ອອກ ຈາກໂຮງຮຽນ ຫລືວ່າອອກໜີ​ໄປເອງ.

ຈຸດປະສົງຂອງ ຜູ້ເປັນມືປືນນັ້ນ ຍັງບໍ່​ທັນ​ເປັນ​ທີ່​ຮູ້ກັນ​ເທື່ອ.

ໂຄສົກກະຊວງການຕ່າງປະເທດເກົາຫລີໃຕ້ກ່າວວ່າ ລັດຖະບານກໍາລັງ ຕິດຕາມ ລາຍງານກ່ຽວກັບອຸປະຕິເຫດດັ່ງກ່າວ ແລະເອີ້ນເຫດການ ຍິງກັນ​ໃນ​ຄັ້ງນີ້ວ່າ
“​ໂຊກ​ບໍ່​ດີ.”

XS
SM
MD
LG