ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຕຳ​ຫລວດ​ເວົ້າ​ວ່າ ມື​ປືນສັງ​ຫານ​ຊີ​ວິດ ນັກຮຽນ 18 ຄົນ ຢູ່ໃນ​ການ​ຍິງສັງ​ຫານ​ໝູ່ ຢູ່​ໂຮງ​ຮຽນ​ແຫ່ງ​ນຶ່ງ ໃນ​ ລັດ​ເທັກ​ຊັ​ສ


ຜູ້​ຄົນ​ສະ​ແດງ​ໃຫ້​ເຫັນ​ເຖິງຄ​ວາມ​ຮູ້​ສຶກເສຍ​ໃຈ​ຢູ່ນອກສູນກາງ​ສຳ​ລັບ​ຊຸມ​ຊົນ Ssgt Willie de Leon ບ​ອ່ນ​ທີ່​ນັກ​ຮຽນໄດ້​ຖືກ​ເອົາ​ອອກ​ມາ​ຈາກ​ໂຮງ​ຮຽນ​ປະ​ຖົມ Robb ໄປ​ໄວ້​ຫັ້ນ ຫລັງ​ຈາກ​ມີ​ເຫດ​ການ​ຍິງສັງ​ຫານ​ໝູ່ ຢູ່​ເມືອງ Uvalde, ລັດ​ເທັກ​ຊັ​ສ, ວັນ​ທີ 24 ພຶດ​ສະ​ພາ, 2022.
ຜູ້​ຄົນ​ສະ​ແດງ​ໃຫ້​ເຫັນ​ເຖິງຄ​ວາມ​ຮູ້​ສຶກເສຍ​ໃຈ​ຢູ່ນອກສູນກາງ​ສຳ​ລັບ​ຊຸມ​ຊົນ Ssgt Willie de Leon ບ​ອ່ນ​ທີ່​ນັກ​ຮຽນໄດ້​ຖືກ​ເອົາ​ອອກ​ມາ​ຈາກ​ໂຮງ​ຮຽນ​ປະ​ຖົມ Robb ໄປ​ໄວ້​ຫັ້ນ ຫລັງ​ຈາກ​ມີ​ເຫດ​ການ​ຍິງສັງ​ຫານ​ໝູ່ ຢູ່​ເມືອງ Uvalde, ລັດ​ເທັກ​ຊັ​ສ, ວັນ​ທີ 24 ພຶດ​ສະ​ພາ, 2022.

ໃນ​ນ້ຳ​ສຽງ​ທີ່​ເຕັມ​ໄປ​ດ້ວຍຄວາມ​ຮູ້ສຶກ​ເສຍ​ໃຈ​ຂອງ​ທ່ານ, ປະທານາທິບໍດີໂຈ ໄບ​ເດັນ ​ໄດ້ກ່າວ​ຕໍ່​ປະ​ເທດ​ຊາດ​ ໃນ​ຄືນ​ວັນ​ອັງຄານ​ວານ​ນີ້ ຫລັງ​ຈາກມີ​ການ​ຍິງ​ສັງ ຫານ​ໝູ່​ ຢູ່​ໂຮງຮຽນ​ປະຖົມ​ແຫ່ງ​ນຶ່ງໃນ​ລັດເທັກ​ຊັ​ສ. ທ່ານ​ກ່າວ​ວ່າ "ຂ້ອຍ​ເສຍ​ໃຈ ແລະເມື່ອຍ. ພວກເຮົາຕ້ອງໄດ້​ລົງ​ມືເຮັດ."

ເດັກນ້ອຍນັກຮຽນ 18 ຄົນຖືກຂ້າຕາຍໃນວັນອັງຄານວານນີ້ ເວລາມືປືນໄວ 18 ປີຄົນນຶ່ງ ໄດ້ຍ່າງເຂົ້າໄປໃນໂຮງຮຽນປະຖົມຂອງເຂົາເຈົ້າ ແລະເປີດ​ສາກຍິງ ປືນໃສ່. ມື​ປືນ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນ ​ໄດ້​ເສຍ​ຊີວິດໄປ.

​ຢ່າງ​ໜ້ອຍ​ມີ​ຜູ້​ໃຫຍ່ 2 ຄົນເສຍ​ຊີວິດ, ​ແຕ່​ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ໃນ​ຈຳ ນວນ​ນັ້ນ​ ແມ່ນ​ຮວມທັງ​ມື​ປືນຄົນ​ນັ້ນຫລື​ບໍ່.

ທ່ານໄບ​ເດັນກ່າວວ່າມັນເຖິງເວລາແລ້ວ ທີ່ຈະລຸກ​ຂຶ້ນຕ້ານກັບອຸດສາຫະກໍາປືນ.

“ບ່ອນໃດໃນນາມຂອງພະເຈົ້າທີ່ເປັນກະດູກສັນຫຼັງຂອງພວກເຮົາ, ຄວາມກ້າ ຫານທີ່ຈະເຮັດໃຫ້ຫຼາຍກວ່ານີ້ ແລະຈາກນັ້ນລຸກຂຶ້ນຕ້ານ​ພວກລອບ​ບີ?” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານໄບ​ເດັນ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ມັນເຖິງເວລາທີ່ຈະຫັນເອົາ ຄວາມເຈັບປວດອັນນີ້ ໄປສູ່ການປະຕິບັດ."

ສະມາຊິກສະພາສູງຂອງລັດເທັກ​ຊັ​ສ, ທ່ານໂຣ​ໂນ​ລ ກູ​ເຕຍ​ເຣ​ສ໌ (Roland Gutierrez) ຜູ້ທີ່ໄດ້ຮັບລາຍງານໂດຍຫຍໍ້ຈາກຕຳຫຼວດຂອງລັດກ່າວວ່າ ມີ 3 ຄົນໄດ້ຮັບບາດເຈັບ ແລະຖືກສົ່ງເຂົ້າໂຮງໝໍໂດຍ​ມີ​ອາ​ການ​ສາ​ຫັດ. ທ່ານກູ​ເຕຍ​ເຣ​ສ໌ (Guterrez) ກ່າວອີກວ່າ ຜູ້ຕ້ອງສົງໄສໄດ້ຂ້າແມ່ຕູ້ຂອງລາວ ກ່ອນທີ່ຈະ ໄປໂຮງຮຽນ.

ຄາດ​ວ່າ​ ຈຳນວນ​ຜູ້​ເສຍ​ຊີວິດ​ຈະ​ເພີ່ມ​ຂຶ້ນ, ​ເຈົ້າ​ໜ້າ​ທີ່​ບັງຄັບ​ໃຊ້​ກົດໝາຍ​ລັດຖະ ບານ​ກາງ​ຄົນ​ນຶ່ງກ່າວ​ໂດຍ​ບໍ່​ປະ​ສົງ​ບອກ​ນາມ​ເພາະວ່າລາວ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເປີດ​ເຜີຍ​ລາຍ​ລະອຽດ​ຂອງ​ການ​ສືບສວນ.

ທ່ານໄບ​ເດັນກ່າວວ່າ “ພະເຈົ້າອວຍພອນ ການສູນເສຍຊີວິດທີ່ບໍລິສຸດໃນມື້ ທີ່ ເຕັມ​ໄປ​ດ້ວຍ​ຄວາມໂສກເສົ້ານີ້.” “ຂໍ​ໃຫ້​ພະ​ຜູ້​ເປັນ​ເຈົ້າໄປ​ສະ​ຖິດ​ຢູ່​ໃກ້​ກັບ​ຄົນ​ທີ່​ເສຍ​ໃຈ ແລະ​ຊ່ວຍ​ໃຫ້​ຄົນ​ທີ່ຈິດ​ໃຈ​ຖືກ​ທຳ​ລາຍໃຫ້​ແຫລກນັ້ນ​ພົ້ນທຸກ ເພາະ​ພວກ​ເຂົາ​ເຈົ້າຈະ​ຕ້ອງ​ການຄວາມຊ່ວຍ​ເຫລືອ.”

ມັນເປັນການຍິງສັງຫານໝູ່ ໃນໂຮງຮຽນທີ່ນອງ​ເລືອດ​ທີ່​ສຸດ​ ຢູ່ໃນລັດເທັກຊັສ ແລະເປັນການຍິງສັງຫານໝູ່ໃນໂຮງຮຽນປະຖົມທີ່ນອງ​ເລືອດ​ທີ່​ສຸດ ນັບຕັ້ງແຕ່ ມີການໂຈມຕີ ໃນໂຮງຮຽນປະຖົມແຊນ​ດີ ຮຸກ (Sandy Hook) ໃນເມືອງນີວ​ທາວ, ລັດຄອນ​ເນັກ​ຕິ​ກັດ ໃນວັນທີ 14 ທັນວາ 2012 ທີ່ເຮັດໃຫ້ 26 ຄົນ ເສຍຊີວິດ ຊຶ່ງໃນນັ້ນ 20 ຄົນແມ່ນເດັກນ້ອຍນັກຮຽນ ເປັນ​ຕົ້ນ​ມາ.

ມືປືນ "ໄດ້ຍິງແລະສັງຫານ, ເຮັດ​ໃຫ້ນັກຮຽນ 14 ຄົນ ຢ້ານ​ສັ່ນ​ສາຍ, ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ​ເລີຍ, ແລະໄດ້ສັງຫານຄູສອນຄົນນຶ່ງ," ນັ້ນ​ຄື​ຄຳ​ເວົ້າ​ຂອງຜູ້​ປົກ​ຄອງລັດເທັກ​ຊັ​ສ, ທ່ານເກ​ຣັກ ແອບບອດ (Greg Abbott) ກ່າວກ່ອນ​ໜ້ານີ້ໃນມື້ນັ້ນ, ໂດຍກ່າວຕື່ມວ່າເຈົ້າໜ້າທີ່ 2 ຄົນ ທີ່ໄດ້ຮັບບາດເຈັບ ຄາດວ່າຈະລອດຊີວິດໄດ້.


ຜູ້​ປົກ​ຄອງລັດລະບຸວ່າ ມືປືນແມ່ນທ້າວ​ຊານ​ວາ​ດໍ ຣາ​ມົ​ສ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG