ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຍິງ​ສັງ​ຫານ​ໝູ່ ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄທ ເຮັດ​ໃຫ້​ຫຼາຍ​ສິບ​ຄົນ​ເສຍ​ຊີ​ວິດ ຮວມ​ທັງ​ເດັກ​ນ້ອຍ

ລົດ​ໂຮງ​ໝໍ​ທີ່​ໄປ​ຮັບ​ເອົາ​ສົບ​ຜູ້​ເສຍ​ຊີ​ວິດ ໄປ​ເຖິງ​ໂຮງ​ເຢັນ​ ທີ່​ຈັງ​ຫວັດ​ອຸ​ດອນ​ທາ​ນີ ປະ​ເທດ​ໄທ ເມື່ອ​ວັນ​ທີ 6 ຕຸ​ລາ 2022 ຫຼັງ​ຈາກ​ເກີດ​ເຫດ​ຮ້າຍ ​ຍິງ​ສັງ​ຫານ​ໝູ່ ຢູ່​ທີ່​ສູນ​ເບິ່ງ​ແຍງ​ເດັກ.
ລົດ​ໂຮງ​ໝໍ​ທີ່​ໄປ​ຮັບ​ເອົາ​ສົບ​ຜູ້​ເສຍ​ຊີ​ວິດ ໄປ​ເຖິງ​ໂຮງ​ເຢັນ​ ທີ່​ຈັງ​ຫວັດ​ອຸ​ດອນ​ທາ​ນີ ປະ​ເທດ​ໄທ ເມື່ອ​ວັນ​ທີ 6 ຕຸ​ລາ 2022 ຫຼັງ​ຈາກ​ເກີດ​ເຫດ​ຮ້າຍ ​ຍິງ​ສັງ​ຫານ​ໝູ່ ຢູ່​ທີ່​ສູນ​ເບິ່ງ​ແຍງ​ເດັກ.

ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 38 ຄົນ ຮວມ​ທັງ​ເດັກ​ນ້ອຍ 24 ຄົນ ໃນ​ການ​ໂຈມ​ຕີ​ດ້ວຍ​ປືນ ແລະ​ມີດ ເມື່ອ​ວັນ​ພະ​ຫັດ​ວານນີ້ ທີ່​ບ່ອນເບິ່ງ​ແຍງ​ເດັກ​ນ້ອຍ​ແຫ່​ງ​ນຶ່ງ​ໃນ​ພາກຕາ​ເວັນ​ອອກ​ສຽງ​ເໜືອ​ຂອ​ງ​ປະ​ເທດ​ໄທ. ນີ້​ແມ່ນ​ການ​ຍິງ​ສັງ​ຫານ​ໝູ່​ທີ່​ຮ້າຍ​ແຮງ​ສຸດ​ໂດຍ​ສ່ວນ​ບຸກ​ຄົນ​ຢູ່​ໃນ​ປະ​ເທດໄທ.

​ການ​ຍິງ​ສັງ​ຫານ​ດັ່ງ​ກ່າວ​ມີ​ຂຶ້ນ​ທີ່​ໜອງ​ບົວ​ລຳ​ພູ ປະ​ມານ 482 ກິ​ໂລ​ແມັດ​ຫ່າງ​ຈາກ​ບາງກອກ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ເໜືອ​. ມີ​ຢ່າງ​ໜ້ອຍ 10 ຄົນ​ໄດ້​ຮັບ​ບາດ​ເຈັບ ຊຶ່ງ​ບາງ​ຄົນ​ໃນ​ຈຳ​ນວນນີ້ມີ​ອາ​ການ​ສາ​ຫັດ ອີງ​ຕາມ​ຄຳ​ເວົ້າ​ຂອງ​ຕຳ​ຫຼວດ.

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ລະ​ບຸ​ມື​ປືນ​ມີ​ຊື່​ວ່າ ປັນ​ຍາ ກຳ​ຣາບ ອະ​ດີດຕຳ​ຫຼວດ​ທີ່​ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່​ໃນ​ປີ​ກາຍນີ້ ຍ້ອນ​ພົວ​ພັນ​ກັບ​ການ​ຄ້າ​ຢາ​ເສບ​ຕິດ.

ຜູ້​ຄົນ​ໄປ​ເຕົ້າ​ໂຮມ​ກັນ ທີ່ນອກ​ສູນ​ເບິ່ງ​ແຍງ​ເດັກ ຊຶ່ງ​ເປັນ​ບ່ອນ​ທີ່​ມີ​ການ​ຍິງ​ສັງ​ຫານ​ໝູ່ ທີ່​ເມືອງ​ອຸ​ໄທ​ສະ​ຫວັນ ປະ​ມານ 500 ກິ​ໂລ​ແມັດ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄທ ໃນ​ຈັງ​ຫວັດ​ໜອງ​ບົວ​ລຳ​ພູ.

ໃນ​ຕອນ​ຕົ້ນ ມື​ປືນ​ອາ​ຍຸ 34 ປີ ​ໄດ້​ຫຼົບ​ໜີ​ໄປ​ທາງ​ລົດ​ກະ​ບະ​ໂຕ​ໂຢ​ຕ້າ​ສີ​ຂາວ ແຕ່​ພັນ​ຕຳ​ຫຼວດ​ເອກ​ຈັກ​ກະ​ພັດ ວິ​ຈິດ​ໄຕ​ຣ​ທະ​ຍາ ຈາກ​ຈັງ​ຫວັດ​ດັ່ງ​ກ່າວ​ແຈ້ງ​ໃຫ້​ສື່ມວນ​ຊົນ​ຊາບ​ວ່າ ທ້າວ​ປັນຍາ ໄດ້​ຂ້າ​ໂຕ​ຕາຍ​ໃນ​ເວ​ລາ​ຕໍ່​ມາ ພ້ອມ​ກັບ​ເມຍ​ແລະ​ລູກ​ຂອງ​ລາວ. ຈຸດ​ປະ​ສົງ​ໃນ​ການ​ຍິງ​ສັງ​ຫານ​ຄັ້ງ​ນີ້ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ ແລະ​ການ​ສືບ​ສວນ​ກຳ​ລັງ​ເລີ້ມ​ຂຶ້ນ.

ໃນ​ການ​ລົງ​ຂ່າວ​ທາງ​ເຟ​ສ​ບຸກນັ້ນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ໄທ ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາເອີ້ນ​ເຫດ​ຮ້າຍ​ໃນ​ຄັ້ງ​ນີ້​ວ່າ “ເປັນ​ທີ່​ຕື່ນ​ຕົກ​ໃຈ” ແລະ​ໄດ້​ສະ​ແດງ​ຄວາມເສົ້າ​ສະ​ຫຼົດ​ໃຈຢ່າງ​ເລິກ​ເຊິ່ງ ​ໄປ​ຍັງ​ບັນ​ດາ​ຄອບ​ຄົວ​ຂອງ​ຜູ້ເສຍ​ຊີ​ວິດ​ແລະ​ບາດ​ເຈັບ.

ທ່ານ​ກ່າວ​ວ່າ “ນີ້​ບໍ່​ຄວນ​ເກີດ​ຂຶ້ນ​ເລີຍ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເສຍ​ໃຈ​ເປັນ​ທີ່​ສຸດ​ຕໍ່​ຜູ້​ເຄາະ​ຮ້າຍ​ແລະ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ.”

​ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ ໄປ​ຊ່ວຍ​ພວກ​ເຄາະ​ຮ້າຍ​ຢູ່​ສູນ​ເບິ່ງ​ແຍງ​ເດັກ​ທີ່​ຖືກ​ໂຈມ​ຕີ ເມື່ອ​ວັນ​ທີ 6 ຕຸ​ລາ 2022 ທີ່​ຈັງ​ຫວັດ​ໜອງ​ບົວ​ລຳ​ພູ ປະ​ເທດ​ໄທ.
​ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ ໄປ​ຊ່ວຍ​ພວກ​ເຄາະ​ຮ້າຍ​ຢູ່​ສູນ​ເບິ່ງ​ແຍງ​ເດັກ​ທີ່​ຖືກ​ໂຈມ​ຕີ ເມື່ອ​ວັນ​ທີ 6 ຕຸ​ລາ 2022 ທີ່​ຈັງ​ຫວັດ​ໜອງ​ບົວ​ລຳ​ພູ ປະ​ເທດ​ໄທ.

ໃນ​ເວ​ລາ​ຕໍ່​ມາ ໂຄ​ສົກ​ຂອງ​ທ່ານ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈະ​ເດີນ​ທາງ​ໄປ​ໜອງ​ບົວ​ລຳ​ພູ​ໃນ​ວັນ​ສຸກມື້ນີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ​ກໍ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຮູ້​ສຶກ​ເສົ້າ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ໂສກ​ນາດ​ຕະ​ກຳ​ທີ່​ຈັງ​ຫວັດ​ໜອງ​ບົວ​ລຳ​ພູ. ຄວາມ​ຮຸນ​ແຮງ​ດັ່ງ​ກ່າວເປັນ​ທັງ​ເລື້ອງ​ທີ່​ໄຮ້​ເຫດ​ຜົນ​ແລະ​ສຽບ​ແທງ​ຫົວ​ໃຈ. ພວກ​ເຮົາ​ແມ່ນ​ຢືນ​ຢູ່​ກັບ​ປະ​ຊາ​ຊົນ​ຊາວ​ໄທ ແລະ​ຂໍ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເປັນ​ທີ່​ສຸດ​ຕໍ່​ພວກ​ທີ່​ສູນ​ເສຍ​ຄົນ​ທີ່​ຕົນ​ຮັກ​ໃນ​ມື້ນີ້. ສະ​ຫະ​ລັດ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ໄທ​ຊຶ່ງ​ເປັນ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ ຫຼັງ​ຈາກ​ໄດ້​ເກີດ​ໂສກ​ນາດ​ຕະ​ກຳ​ນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG