ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຕ້ອງສົງໄສ ເປັນມືປືນ ຍິງສັງຫານ ຢູ່ໂບດ ໃນພາກໃຕ້ ສຫລ ໄປຂຶ້ນສານ


ຕຳຫຼວດນຳໂຕຜູ້ຕ້ອງສົງໄສ ທ້າວ Dylann Roof ເຂົ້າໄປໃນສານ ທີ່ເມືອງ Shelby ລັດ North Carolina (18 ມິຖຸນາ 2015)
ຕຳຫຼວດນຳໂຕຜູ້ຕ້ອງສົງໄສ ທ້າວ Dylann Roof ເຂົ້າໄປໃນສານ ທີ່ເມືອງ Shelby ລັດ North Carolina (18 ມິຖຸນາ 2015)

ໜຸ່ມນ້ອຍຜິວຂາວທີ່ສົງໄສເປັນມືປືນສັງຫານໝູ່ຢູ່ທີ່ໂບດປະຫວັດ
ສາດໃນລັດ South Carolina ມີກຳນົດທີ່ຈະໄປປາກົດໂຕຢູ່ສານ
ໃນວັນສຸກມື້ນີ້ ເພື່ອຮັບຟັງ ກ່ຽວກັບການຂໍ້ປະກັນໂຕ ໃນຂະນະທີ່ ພວກເຈົ້າໜ້າທີ່ຂອງລັດຖະບານກາງ ຍັງທຳການສືບສວນຢູ່ຕໍ່ໄປ ກ່ຽວກັບການສັງຫານດັ່ງກ່າວອາດເປັນອາຊະຍາກຳທີ່ພົວພັນກັບ
ເລື້ອງຜິວພັນ.

ທ້າວ Dylann Roof ໄດ້ຖືກສົ່ງໂດຍທາງເຮືອບິນກັບຄືນໄປຍັງ
ລັດ South Carolina ໃນວັນພະຫັດວານນີ້ ພາຍໃຕ້ ການຄຸ້ມ
ຄອງຂອງເຈົ້າໜ້າທີ່ສັນຕິບານກາງ FBI ຂອງສະຫະລັດ. ລາວ
ໄດ້ຂັບລົດໄປລັດ North Carolina ຫຼັງຈາກມີການກ່າວຫາວ່າ
ໄດ້ສັງຫານ 9 ຄົນທີ່ກຳລັງສວດມົນພາວະນາຢູ່ ຮວມທັງແມ່ຍິງອາຍຸ 87 ປີຄົນນຶ່ງ ແລະອີກ
3 ຄົນໄດ້ຮັບບາດເຈັບ ຢູ່ຂ້າງ ໃນຂອງໂບດ Emanuel African Methodist Episcopal
ທີ່ເມືອງ Charleston ໃນແລງວັນພຸດຜ່ານມານີ້.

ໂບດ Emanuel AME Church
ໂບດ Emanuel AME Church

ຕຳຫຼວດເວົ້າວ່າ ທ້າວ Roof ໄດ້ຍ່າງເຂົ້າໄປໃນໂບດ ແລະນັ່ງຢູ່ຢ່າງງຽບໆ ເປັນເວລານຶ່ງ ຊົ່ວໂມງ ໃນລະຫວ່າງການຮຽນຄຳສອນ ກ່ອນທີ່ຈະລຸກຂຶ້ນແລະເວົ້າວ່າ ລາວຕ້ອງໄດ້ຂ້າ ຄົນຜິວດຳ.

ພີ່ນ້ອງຄົນນຶ່ງຂອງຜູ້ເຄາະຮ້າຍກ່າວຕໍ່ໂທລະພາບ CNN ວ່າ ຜູ້ທີ່ລອດຊີວິດມາໄດ້ບອກ
ກັບລາວວ່າ ທ້າວ Roof ບອກພວກທີ່ຮຽນຄຳສອນຢູ່ ຊຶ່ງເປັນຄົນຜິວດຳທັງໝົດນັ້ນວ່າ “ພວກເຈົ້າໄດ້ຂົ່ມຂືນ ແມ່ຍິງຂອງພວກເຮົາ ແລະ ພວກເຈົ້າກຳລັງເຂົ້າຄວບຄຸມປະເທດ. ຂ້ອຍຕ້ອງໄດ້ເຮັດໃນສິ່ງທີ່ຂ້ອຍຕ້ອງເຮັດ.”

ເບິ່ງການຖະແຫຼງ ຂອງ ປ. ໂອບາມາ ກ່ຽວກັບການຍິງສັງຫານຄັ້ງນີ້

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້

ອົງການຂ່າວເອພີ ໄດ້ອ້າງຄຳເວົ້າໝູ່ຂອງທ້າວ Roof ຄົນນຶ່ງ ທີ່ໄດ້ຕິດຕໍ່ກັບຜູ້ກ່ຽວເມື່ອບໍ່ ດົນມານີ້ ທີ່ກ່າວວ່າ ຜູ້ຕ້ອງສົງໄສ ໄດ້ຕໍ່ວ່າກ່ຽວກັບຊາວຜິວດຳ ກຳລັງເຂົ້າຄວບຄຸມໂລກ ແລະຜູ້ໃດຜູ້ນຶ່ງຕ້ອງໄດ້ເຮັດສິ່ງໃດສິ່ງນຶ່ງລົງໄປ ເພື່ອຊາວຜິວຂາວ.

ຂະນະດຽວກັນ ເມືອງ Charleston ໄດ້ປະກາດວ່າ ພິທີໃຕ້ທຽນໄວ້ອາໄລ ໃຫ້ແກ່ພວກ ເຄາະຮ້າຍຈະມີຂຶ້ນໃນວັນສຸກມື້ນີ້.

XS
SM
MD
LG