ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງນ້ອຍ 25 ຄົນ ຖືກສັງຫານ ທີ່ວິທະຍາໄລ ໄນຈີເຣຍ


A pedestrian walks through a snow storm, in south Philadelphia, Pennsylvania, USA. The National Weather Service said the storm could bring 8 to 12 inches of snow to Philadelphia and New York City, and more than a foot in Boston.
A pedestrian walks through a snow storm, in south Philadelphia, Pennsylvania, USA. The National Weather Service said the storm could bring 8 to 12 inches of snow to Philadelphia and New York City, and more than a foot in Boston.
ພວກທີ່ເຫັນເຫດການກ່າວວ່າ ມີຢ່າງນ້ອຍ 25 ຄົນ ຖືກສັງຫານ
ທີ່ວິທະຍາໄລແຫ່ງນຶ່ງໃນພາກຕາເວັນອອກສຽງເໜືອຂອງໄນຈີ
ເຣຍ ໃນອັນທີ່ປາກົດວ່າ ເປັນການສັງຫານແບບມີລະບົບຂອງ
ພວກມືປືນ ທີ່ບໍ່ຮູ້ວ່າແມ່ນພວກໃດ.

ພວກນັກສຶກສາຂອງ Federal Polytechnic College
ໃນເມືອງ Mubi ລັດ Adamawaບອກກັບ VOA ວ່າ ໄດ້ຍິນ
ສຽງປືນດັງຂຶ້ນ ເລີ່ມຕົ້ນປະມານ 10 ໂມງແລງຂອງວັນຈັນຜ່ານ
ມານີ້ ແລະກໍໄດ້ດໍາເນີນຢູ່ຕໍ່ເນື່ອງອີກ ຢ່າງນ້ອຍ 3 ຊົ່ວໂມງ.

ຕໍາຫຼວດກ່າວວ່າ ພວກໂຈມຕີອາດຈະຮູ້ຈັກກັບພວກທີ່ໄດ້ຮັບ
ເຄາະນັ້ນ. ໂຄສົກຂອງຕໍາຫຼວດລັດ Adamawa ກ່າວວ່າ ພວກ
ຄົນຮ້າຍໄດ້ເຂົ້າໄປໃນເຂດຫໍພັກຂອງນັກສຶກສາຂ້າງນອກວິທະ
ຍາໄລ ແລະໄດ້ຮ້ອງຊື່ຂອງພວກທີ່ເຄາະຮ້າຍ ອອກມາ. ນັກສຶກສາຄົນນຶ່ງໄດ້ບອກກັບ
VOA ວ່າ ພວກຄົນຮ້າຍໄດ້ຖາມຜູ້ທີ່ເຂົາຮ້ອງອອກມາ ກ່ຽວກັບສາສະໜາແລະການເມືອງ
ແລະກໍສັງຫານຜູ້ທີ່ຕອບຄໍາຖາມ ບໍ່ຖືກ.

ລັດ Adamawa ກໍຄືກັນກັບສ່ວນໃຫຍ່ຂອງພາກເໜືອໄນຈີເຣຍ ແມ່ນໄດ້ຕົກເປັນເປົ້າໝາຍ
ການໂຈມຕີຂອງກຸ່ມອິສລາມຫົວຮຸນແຮງ Boko Haram ຊໍ້າແລ້ວຊໍ້າອີກ. ແຕ່ວ່າ ທາງການ
ຍັງສືບສວນສອບສວນນໍາອີກວ່າ ການສັງຫານດັ່ງກ່າວນີ້ ຊຶ່ງມີຂຶ້ນນຶ່ງມື້ຫລັງຈາກການ
ເລືອກຕັ້ງຂອງພວກນັກສຶກສານັ້ນ ແມ່ນມີສາເຫດມາຈາກການຜິດຖຽງກັນ ເລື້ອງການ
ເມືອງ ຢູ່ໃນວິທະຍາໄລນັ້ນ ຫລືບໍ່?
XS
SM
MD
LG