ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການ​ໂຈມ​ຕີບ່ອນ​​ໂຮມຊຸມ​ນຸມ ທີ່​ມີ​ເຈົ້າ​ໜ້າ​ທີ່​ຂັ້ນສູງ ຂອງ​ອັ​ຟນິ​ສ​ຖານ​ເຂົ້າ​ຮ່ວມ​ ໃນນະ​ຄອນ​ຫຼ​ວງ ກາ​ບູ​ລ


ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ກຳ​ລັງ​ມາ​ເຖິງ​ບ່ອນ​ເກີດ​ເຫດ ທີ່​ນະ​ຄອນ​ຫ໌ວງ​ກາ​ບູລ ໃນ​ທີ 6 ມີ​ນາ 2020.
ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ກຳ​ລັງ​ມາ​ເຖິງ​ບ່ອນ​ເກີດ​ເຫດ ທີ່​ນະ​ຄອນ​ຫ໌ວງ​ກາ​ບູລ ໃນ​ທີ 6 ມີ​ນາ 2020.

ພວກ​ເຈົ້າ​ໜ້າ​ທີ່ອັຟ​ກາ​ນິ​ສ​ຖານກ່​າວ​ວ່າ ຢ່າງ​ໜ້ອຍ 18 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນວັນ​ສຸກ​ມື້​ນີ້ ເວ​ລ​າທີ່​ມີ​ພວກ​ມື​ປືນ​ທີ່​ບໍ່​ຊ​າບວ່າ​ເປັນ​ໃຜ​ໄດ້​ເປີດ​ສາກ​ຍິງ​ຢູ່​ໂຮມ​ຊຸມ​ນຸມກັນ​ໃນນະ​ຄອນຫລວງ​ກາ​ບູ​ລ ທີ່​ມີ​ນັການ​ເມືອງ​ຝ່າຍ​ຄ້ານ​ລັດ​ຖະ​ບານ​ທີ່​ມີ​ຊື່​ສຽງ​ເຂົ້າ​ຮ່ວມ​ນຳ​ນັ້ນ.

ບັນ​ດາ​ຜູ້​ເຫັນ​ເຫດ​ການ​ກ່າວ​ວ່າ ການ​ຍິງ​ກັນ​ໄດ້​ເກີດ​ຂຶ້ນໃນ​ເວ​ລາທີ່​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ກາ​ຣິມ ຄາ​ລລີ​ລີ ກຳ​ລັງ​ກ່າວ​ຄຳ​ປາ​ໄສຢູ່ໃນ​ພິ​ທີອັນ​ນຶ່ງໃນ​ນະ​ຄອນ​ຫຼວງ​ຂອງອັ​ຟ​ກາ​ນິ​ສ​ຖານແຫ່ງນັ້ນ ທີ່​ໄດ້​ຈັດ​ຂຶ້ນ​ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ​ການ​ເສຍ​ຊີ​ວິດ​ຂອງ​ນັກ​ການ​ເມືອ​ງຊາວຊີ​ໄອຮາ​ຊາ​ຣາທີ່​ເປັນກຸ່ມຊົນ​ເຜົ່າ​ສ່ວນ​ນ້ອຍທີ່​ສຳ​ຄັນນັ້ນ.

ເຫດ​ການ​ໄດ້​ສະ​ແດງ​ໃ​ຫ້​ເຫັນ​ແບບ​ຖ່າຍ​ທອດ​ສົດຜ່ານ​ສະ​ຖາ​ນີ​ໂທ​ລະ​ພາບຕ່າງໆ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ແລະ​ສາ​ມາດ​ເຫັນ​ໄດ້​ວ່າ ທ່າ​ນ​ຄາ​ລລີ​ລີ ແລ່ນ​ຫລົບ​ໜີ​ໄປ​ລີ້ກັບ​ຄົນ​ອື່ນໆ​ເມື່ອມີການ​ຍິງ​ກັນ​ເກີດ​ຂຶ້ນ.

ບໍ່​ມີ​ກຸ່ມໃດ​ການອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີນັ້ນ​ເທື່ອ ແລະ​ພວກ​ກະ​ບົດຕາ​ລີບານໄດ້​ປະ​ຕິ​ເສດໃນ​ທັນ​ທີ​ວ່າ ຕົນ​ບໍ່​ໄດ້​ມີ​ສ່ວນພົວ​ພັນກັບ​ການ​ໂຈມ​ຕີດັ່ງ​ກ່າວ.

ເຄືອ​ຂ່າຍ​ຂອງ​ກຸ່ມລັດ​ອິ​ສ​ລາມ​ຢູ່​ໃນ​ຂົງ​ເຂດທີ່ເອີ້ນ​ກັນ​ວ່າແຂວງ ຄໍ​ຊານ ຫຼື ISKP ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີ​ທີ່​ຜ່ານ​ມາ ຕໍ່​ການ​ໂຮມຊຸມ​ນຸມ​ຂອງ​ຊາວ​ຊີ​ໄອ ແລະຕໍ່​ບ່ອນ​ສູດ​ມົນ​ຕ່າງໆ​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ຫົວ​ໜ້າ​ບໍ​ລິ​ຫານ​ຂອງອັ​ຟ​ກາ​ນິ​ສ​ຖານ ທ່ານ​ອັບ​ດູ​ລ​ລາ ອັບ​ດູ​ລ​ລາ ແລະ​ອະ​ດີດ​ປະ​ທານາທິ​ບໍ​ດີ ຮາ​ມິດ ຄາ​ຊາຍ ກໍໄດ້ຮວມຢູ່​ໃນ​ບັນ​ດາ​ແຂກທີ່​ຖືກ​ເຊີນ​ໃຫ້​ໄປ​ກ່າວ​ຄຳ​ປາ​ໄສຢູ່​ໃນ​ກອງ​ປະ​ຊຸມ​ຂອງ​ວັນ​ສຸກມື້​ນີ້. ທັງ​ສອງທ່ານ​ໄດ້​ຫລົບ​ໜີ​ໄປ​ຢ່າງ​ປອດ​ໄພ.

ປະ​ທາ​ນາ​ທິ​ບໍ​ດີ​ອາ​ສ​ຣັ​ຟ ກາ​ນີ ໄດ້​ປະ​ນາມ​ການ​ໂຈມ​ຕີ​ວ່າ “ເປັນ​ການກໍ່​ອາດ​ຊະ​ຍາກຳ​ຕ້ານ​ມະ​ນຸດຊາດ” ໂດຍກ່າວ​ວ່າ​ຄວາມ​ຮຸນ​ແຮງ​ໄດ້​ແນ​ໃສ່ທຳ​ລາຍ​ຄວາມ​ສາ​ມັກ​ຄີຂອງອັ​ຟ​ກາ​ນິ​ສ​ຖານໂດຍ​ກົງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ​ເພີ້ມ


Officials in Afghanistan say at least 27 people were killed and dozens more were injured when unknown gunmen opened fire at a gathering in Kabul, with high profile opposition politicians in attendance.

Witnesses said the shooting started when former vice president, Karim Khalili, was delivering his speech to a ceremony in the Afghan capital, organized to commemorate the death anniversary of a prominent minority Shi'ite Hazara politician.

The event was being shown live by Afghan television stations and Khalili could be seen running for cover along with others when the gunfire erupted.

There were no claims of responsibility, and the Taliban insurgency swiftly denied its involvement in the attack.

Islamic State's regional affiliate, known as Khorsan Province, or ISKP, has claimed responsibility for previous attacks on Shi'ite gatherings and worship places in Afghanistan.

Afghan Chief Executive Abdullah Abdullah and former president, Hamid Karzai, were also among guest speakers at Friday's meeting. Both of them escaped unharmed.

However, a former provincial governor was said to one among those wounded.

President Ashraf Ghani condemned the attack as a "crime against humanity", saying the violence was directed at Afghan national unity.

XS
SM
MD
LG