ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍິງປືນ ເຂົ້າໃສ່ພວກນັກສຶກສາ ກໍ່ໃຫ້ເກີິດຄວາມວຸ້ນວາຍ ທີ່ມະຫາວິທະຍາໄລກາບູລ


ພວກຕຳຫຼວດອັຟການິສຖານ ໄປເຖິງມະຫາວິທະຍາໄລກາບູລ ບ່ອນທີ່ພວກມືປືນໂຈມຕີ ເມືອວັນທີ 2 ພະຈິກ 2020.
ພວກຕຳຫຼວດອັຟການິສຖານ ໄປເຖິງມະຫາວິທະຍາໄລກາບູລ ບ່ອນທີ່ພວກມືປືນໂຈມຕີ ເມືອວັນທີ 2 ພະຈິກ 2020.

ມືປືນຈຳນວນນຶ່ງໄດ້ບຸກເຂົ້າໄປໃນມະຫາວິທະຍາໄລກາບູລ ໃນຕອນເຊົ້າວັນຈັນ ວານ
ນີ້ ແລະເປີດສາກລະດົມຍິງ ເຮັດໃຫ້ຢ່າງໜ້ອຍ 19 ຄົນ ເສຍຊີວິດ ແລະ ໄດ້ຮັບບາດ
ເຈັບອີກ ຫລາຍກວ່າ 20 ຄົນ.

ພວກນັກສຶກສາ ແລະນາຍຄູພາກັນແລ່ນອອກຈາກຫ້ອງຮຽນ ແລະຫລົບໜີອອກ ຈາກ
ເຂດມະຫາວິທະຍາໄລ ຈຳນວນນຶ່ງພາກັນປີນຂ້າມຮົ້ວໜາມໝາກຈັບ ຂອງມະຫາວິທະ
ຍາໄລໄປຫາບ່່ອນປອດໄພ. ຮູບພາບວີດີໂອ ທີ່ບັນທຶກຢູ່ໃນທວິດເຕີ ໂດຍຊ່ອງຂ່າວໂທ
ລະພາບອັຟການິສຖານ ໂຕໂລ (Tolo) ສະແດງໃຫ້ເຫັນວ່າ ພວກນັກສຶກສາພາກັນແລ່ນ
ໃນຂະນະທີ່ໄດ້ຍິນສຽງປືນ ຢູ່ເບື້ອງຫຼັງ.

ອາຈານສອນຄົນນຶ່ງທີ່ບໍ່ປະສົງອອກຊື່ກ່າວວ່າ “ພວກນັກສຶກສາຂອງຂ້າພະເຈົ້າ ແລະ
ຂ້າພະເຈົ້າພະຍາຍາມໜີອອກຈາກມະຫາວິທະຍາໄລ. ສະພາບການໄດ້ມີ ຄວາມເຄັ່ງ
ຕືງ. ທຸກໆຄົນໄດ້ພາກັນແລ່ນໜີ.”

ໃນບໍ່ຊ້າກຳລັງຮັກສາຄວາມປອດໄພກໍໄດ້ໄປອ້ອມ ແລະປິດເຂດດັ່ງກ່າວ. ລົດຫຸ້ມເກາະ
ຂອງກຳລັງຮັກສາຄວາມປອດໄພຫຼາຍຄັນ ໄດ້ເຫັນຢູ່ນອກມະຫາວິທະ ຍາໄລ. ທ່ານຕາຣິກ ອາຣຽນ ໂຄສົກຄົນນຶ່ງຂອງກະຊວງພາຍໃນ ກ່າວວ່າ ກຳລັງຮັກສາຄວາມປອດໄພ
ໄດ້ກວດລ້າງຢູ່ມະຫາວິທະຍາໄລ ແຕ່ເຄື່ອນຍ້າຍ ຢ່າງຊ້າໆເພື່ອຫລີກລ່ຽງການເສຍຊີວິດ
ຂອງພົນລະເຮືອນ.

ບັນດາຜູ້ເຫັນເຫດການກ່າວວ່າ ເຂົາເຈົ້າໄດ້ເຫັນມືປືນຫຼາຍຄົນ ເປີດສາກຍິງໃສ່ ພວກ
ນັກສຶກສາຢູ່ໃນມະຫາວິທະຍາໄລ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG