ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສຽງ​ປືນ ໄດ້​ທຳ​ລາຍ​ຄວາມ​ງຽບ ໃນ​ພິ​ທີ​ສວດ​ມົນ​ພາ​ວະ​ນາ​ເພື່ອ​ສັນ​ຕິ​ພາບ ໃນ​ວັນ​ພັກ​ອີດ ອາ​ລ-ອາ​ດາ


ປະ​ຊາ​ຊົນ​ພາ​ກັນ​ຫຼົບ​ໜີ ໃນ​ຂະ​ນະ​ທີ່​ຄວັນ​ກຸ້ມ​ຂຶ້ນ ໃນ​ມື້​ທຳ​ອິດ​ຂອງວັນ​ພັກ​ບຸນ​ອີດ ອາ​ລ-ອາ​ດາ ຂອງ​ຊາວ​ມຸ​ສ​ລິມ ທີ່​ເມືອງ​ຫວາດ ຮາ​ມິດ ປະ​ມານ 100 ກິ​ໂລ​ແມັດ ຢູ່​ທາງ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ຊູ​ດານ​ ວັນ​ທີ 28 ມິ​ຖຸ​ນາ 023.
ປະ​ຊາ​ຊົນ​ພາ​ກັນ​ຫຼົບ​ໜີ ໃນ​ຂະ​ນະ​ທີ່​ຄວັນ​ກຸ້ມ​ຂຶ້ນ ໃນ​ມື້​ທຳ​ອິດ​ຂອງວັນ​ພັກ​ບຸນ​ອີດ ອາ​ລ-ອາ​ດາ ຂອງ​ຊາວ​ມຸ​ສ​ລິມ ທີ່​ເມືອງ​ຫວາດ ຮາ​ມິດ ປະ​ມານ 100 ກິ​ໂລ​ແມັດ ຢູ່​ທາງ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ຊູ​ດານ​ ວັນ​ທີ 28 ມິ​ຖຸ​ນາ 023.

ຫຼາຍ​ຮ້ອຍ​ຄົນ​ໄປ​ໂຮມ​ຊຸມ​ນຸມ​ກັນ​ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມໃນ​ວ​ັນ​ພຸດ​ວານນີ້ ເພື່ອ​ສູດ​ມົນ​ພາ​ວະ​ນາ​ໃຫ້​ແກ່​ສັນ​ຕິ​ພາບໃນ​ວັນ​ພັກ​ບຸນ ອີດ ອາ​ລ ອາດາ ຂອງ​ຊາວ​ມຸ​ສ​ລິມ ແຕ່​ປະ​ຊາ​ຊົນ​ກ່າວ​ວ່າສຽງ​ປືນ​ໄດ້​ດັງ​ຂຶ້ນ ທຳ​ລາຍ​ຄວາມ​ງຽບ​ເປັນ​ເວ​ລາ​ສັ້ນໆ​ຂອງວັນ​ພັກ​ດັ່ງ​ກ່າວ ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ພວກ​ທີ່​ເຫັນ​ເຫດ​ການ​ຢູ່​ທີ່​ເມືອງ​ໂອມ​ດູ​ຣ​ແມນ (Omdurman) ຊຶ່ງ​ເປັນ​ເມືອງ​ຄູ່​ແຝດ​ຂອງ​ນະ​ຄອນ​ຫຼວງ ລາຍ​ງານ​ໃຫ້​ຊາບ​ໃນ​ຕອນ​ແລງວັນ​ພຸດນີ້​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດແລະ​ສຽງ​ປືນ​ຕໍ່​ຕ້ານ​ເຮືອ​ບິນ​ໄດ້​ດັງ​ຂຶ້ນ ທັງໆ​ທີ່​ໄດ້​ມີ​ການ​ປະ​ກາດຄົນ​ລະ​ເທື່ອ ໃຫ້​ມີ​ການ​ຢຸດ​ຍິງໂດຍ​ນາຍ​ພົນ​ຄູ່​ປໍ​ລະ​ປັກ​ທັງ​ສອງ.

ທ້າວ​ກາ​ແຊມ ອັບ​ແດ​ລ ບາ​ກີ ປະ​ຊາ​ຊົນ​ໃນ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ກ່າວ​ຕໍ່​ອົງ​ການ​ຂ່າວ AFP ໃນ​ຕອນ​ເຊົ້າ​ມື້ນີ້​ວ່​າ “ປະ​ເທດ​ຊາດ ​ບໍ່​ສາ​ມາດ​ຮັບ​ເອົາ​ສິ່ງ​ດັ່ງ​ກ່າວນີ້ ໄດ້​ອີກ​ຕໍ່​ໄປ​ແລ້ວ.”

ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ເກືອບ 2,800 ຄົນ ແລະ 2 ລ້ານ 8 ແສນ​ຄົນ​ຕ້ອງ​ໄດ້​ອົບ​ພະ​ຍົບ​ຫຼົບ​ໄພ ໃນ​ສົງ​ຄາມ​ລະ​ຫວ່າງ​ຜູ້​ບັນ​ຊາ​ການກອງ​ທັບ ນາຍ​ພົນ​ອັບ​ແດ​ລ ຟັດ​ຕາ ເບີ​ຮານ ແລະ​ຜູ້​ຮອງ​ຂອງ​ທ່ານ ຊຶ່ງ​ໄດ້​ກາຍ​ເປັນ​ຄູ່​ປໍ​ລະ​ປັກ ນາຍ​ພົນ​ໂມ​ຮຳ​ເໝັດ ຮາມ​ດານ ດາ​ກະ​ໂລ ຊຶ່ງ​ເປັນ​ຜູ້​ບັນ​ຊາ​ການກອງ​ກຳ​ລັງ​ເຄື່ອນ​ທີ່​ຢ່າງວ່ອງ​ໄວ ຫຼື RSF.

ນາຍ​ພົນ​ເບີ​ຮານ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຊູ​ດານ “​ທັງພວກ​ຊາວ​ໜຸ່ມ​ແລະ​ຜູ້​ທີ່​ສາ​ມາດ​ປ້ອງ​ກັນ​ປະ​ເທດ” ຈັບ​ອາ​ວຸດ​ລຸກ​ຂຶ້ນ​ຕໍ່​ສູ້​ກັບ​ພວກ​ທະ​ຫານ. ຄຳ​ຮ້ອງ​ຂໍ​ຂອງ​ທ່ານ​ແມ່ນ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ນຶ່ງ​ໃນ​ບັນ​ດາ​ເຈົ້າທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເມື່ອ​ເດືອນ​ແລ້ວນີ້ແລະ​ໄດ້​ຖືກ​ປະ​ຕິ​ເສດ​ຢ່າງກວ້າງ​ຂວາງ​ໂດຍ​ພວກ​ພົນ​ລະ​ເຮືອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG