ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍິງຕໍ່ສູ້ກັນໃນລີເບຍໄດ້ເຮັດໃຫ້ສະໜາມບິນນາໆ ຊາດແຫ່ງດຽວ ຂອງປະເທດ ປິດລົງ


ຍົນລຳນຶ່ງບິນຜ່ານ ສະນາມ​ບິນ ມິ​ຕິ​ກາ ລຸນຫຼັງການປະທະກັນໃນ​ນະຄອນຫຼວງ​ທຣິ​ໂປ​ລີ,ລີເບຍ, 15 ມັງກອນ 2018.
ຍົນລຳນຶ່ງບິນຜ່ານ ສະນາມ​ບິນ ມິ​ຕິ​ກາ ລຸນຫຼັງການປະທະກັນໃນ​ນະຄອນຫຼວງ​ທຣິ​ໂປ​ລີ,ລີເບຍ, 15 ມັງກອນ 2018.

​ການ​ຕໍ່ສູ້​ກັນ​ຢ່າງ​ດຸ​ເດືອດ​ລະຫວ່າງ​ກອງ​ກຳລັງ​ກະບົດ​ຫົວ​ຮຸນ​ແຮງ​ແລະ​ລັດຖະບານ ​
ໃນ​ສະນາມ​ບິນ​ນາໆຊາດ ພຽງ​ແຫ່ງ​ດຽວ​ຂອງລີ​ເບຍ ​ໄດ້​ສັງຫານ 20 ຄົນ ​ແລະ​ມີ​ອີ​ກ
ຫຼາຍກວ່າ 60 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນ​ວັນ​ຈັນ​ວານ​ນີ້.

ສະນາມ​ບິນ ມິ​ຕິ​ກາ ​ໃນ​ນະຄອນຫຼວງ​ທຣິ​ໂປ​ລີ ​ແມ່ນ​ໄດ້​ຖືກ​ປິດ​ລົງ​ໃນ​ວັນ​ຈັນ​ວານ​ນີ້ ​
ເກືອບ​ວ່າ​ໝົດມື້ເລີຍ ​ແລະ​ຍັງ​ບໍ່​ເປັນ​ການຈະ​ແຈ້ງ​ທີ່​ວ່າ ​ເມື່ອ​ໃດ​ແທ້​ຖ້ຽວບິນ​ຕ່າງໆ​ນັ້ນ ​
ຈະ​ກັບ​ຄືນ​ມາ​ບິນ​ໄດ້​ອີກ.

ສະນາມ​ບິນ ເມື່ອ​ກ່ອນ ​ເຄີຍ​ເປັນ​ຖານ​ທັບ​ທາງ​ທະຫານ ​ແລະ​ໄດ້​ຖືກ​ນຳ​ໃຊ້​ໃຫ້​ເປັນ​
ສະໜາມ​ບິນ​ພົນລະ​ເຮືອນ ​ນັບ​ຕັ້ງ​ແຕ່ສະນາມ​ບິນ​ໄດ້​ຖືກ​ທຳລາຍ ​ໃນ​ຕອນ​ທີ່​ສູ້​ລົບ​ກັນ​
ເມື່ອ 4 ປີ​ກ່ອນນັ້ນ.

ລັດຖະບານ​ຂອງ​ລີ​ເບຍ ທີ່​ທາງ​ປະຊາ​ຄົມນາ​ໆຊາດຮັບ​ຮູ້ ກ່າວ​ວ່າ ພວກ​ກະບົດ​ທີ່​ຕິດ​
ອາວຸດ ​ໄດ້​ໂຈມ​ຕີ​ສະໜາມ​ບິນ ບ່ອນ​ທີ່​ມີ​ຜູ້​ຄົນ​ຫຼາຍ​ກວ່າ 2 ພັນ 5 ຮ້ອຍ​ຄົນ ​ໄດ້​ຖືກ​ຕິດ​ຄຸກ
ຍ້ອນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕ່າງໆ.

“ການ​ໂຈມ​ຕີ​ດັ່ງກ່າວ ​ແມ່ນ​ແນ​ເປົ້າ​ໝາຍ​ໃສ່ ຢ່າງ​ນ້ອຍ ພວກ​ທີ່​ຖືກ​ປ່ອຍ ທີ່​ພົວພັນ​
ກັບ​ກຸ່ມ​ກໍ່​ການ​ຮ້າຍ ກຸ່ມ​ລັດ​ອິສລາມ ​ແລະກຸ່ມ​ກໍ່​ການ​ຮ້າຍ​ທີ່​ຈັດ​ຕັ້ງ​ແອ​ລ ໄຄ​ດາ ​
ແລະ​ກຸ່ມ​ອື່ນໆຈາກ​ສູນ​ກັກ​ຂັງ,”
ຊຶ່ງ​ນັ້ນ​ແມ່ນ​ລາຍ​ງານ​ຂອງ​ລັດຖະບານ.

ຍັງ​ບໍ່​ທັນ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ໃນ​ສະໜາມ​ບິນ​ຄັ້ງ​
ນີ້​ເທື່ອ ​ແລະ​ວ່າ​ແມ່ນ​ຜູ້​ໃດ​ແທ້​ທີ່​ຖືກ​ຂ້າ​ຕາຍ ຫຼື​ບາດ​ເຈັບ ​ໃນ​ການ​ໂຈມ​ຕີ​ຂອງ​ວັນ​ຈັນ
​ວານ​ນີ້ ຍັງ​ບໍ່​ທັນ​ຈະ​ແຈ້ງ​ເທື່ອ.

ລີ​ເບຍ ​ແມ່ນ​ຕົກ​ຢູ່​ໃນ​ສະພາບ​ສົນລະວົນ​ວຸ່ນວານ ບໍ່​ວ່າ​ທາງ​ການ​ເມືອງ ​ແລະ​ທາງ​ດ້ານ​ເສດຖະກິດນັບ​ຕັ້ງ​ແຕ່​ຜະ​ເດັດການໂມ​ອາມມາຣ໌ ​ກາ​ດາ​ຟີຖືກ​ໂຄ່ນ​ລົ້ມ​ແລະ​ສັງຫານ​ໃນ
​ປີ 2011.

​ເມືອງ​ຫຼວງ ນະຄອນ​ທຣິ​ໂປ​ລີ ​ໄດ້​ຖືກ​ຄວບ​ຄຸມ​ໂດນ​ກຸ່ມ​ທີ່​ທາງ​ອົງການ​ສະຫະ​ປະຊາ​ຊາດ​
ເອີ້ນ​ວ່າ​ ກຸ່ມລັດຖະບານ​ພິ​ເສດ​ແຫ່ງ​ຊາດ ທີ່​ມີ​ຂຶ້ນ​ຈາກ​ການເຈລະຈາ​ທີ່​ທາງ​ອົງການ​ສະຫະ​
ປະຊາ​ຊາດ​ເປັນ​ຜູ້​ໄກ່​ເກ່ຍ.

ລັດຖະບານ​ທີ່​ລຸກຮື​ຂຶ້ນ ​ແມ່ນ​ຄວບ​ຄຸມ​ໂດຍ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ລີ​ເບຍ, ປະຕິ​ເສດ​
ທີ່​ຈະ​ຮັບ​ເອົາ​ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ໜ້າ​ທີ່​ໃນນະຄອນ​ທຣິ​ໂປ​ລີ.

ໃນ​ທົ່ວ​ປະ​ເທດ​ ອຳນາດ​ທັງຫຼາຍແມ່ນ​ໄດ້​ຈູບ​ເອົາ ທີ່​ຍັງ​ຜົນ​ໃຫ້​ມີ​ການ​ຕໍ່ສູ້​ກັນ​ລະຫວ່າງ​ກຸ່ມ
​ທະຫານ​ບ້ານ​ແລະ​ເປີດ​ປະຕູ​ໃຫ້​ກຸ່ມ​ກໍ່​ການ​ຮ້າຍ​ເຊັ່ນ ​ແອ​ລ ໄຄ​ດາ ປະຕິບັດ​ການ​ໃນ​ລີ​ເບຍ.

XS
SM
MD
LG