ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

9 ຄົນ ເສຍຊີວິດ ໃນການຍິງ ຕໍ່ສູ້ກັນ ທີ່ນະຄອນຫຼວງ ຂອງ Chechnya


ຕຳຫຼວດຢືນຍາມ ຢູ່ໃກ້ກັບ ພວກດັບເພີງກຳລັງມອດໄຟ
ຢູ່ໃນຕະຫຼາດແຫ່ງນຶ່ງ ໃກ້ກັບອາຄານສື່ມວນຊົນທ້ອງຖິ່ນ ໃນນະຄອນຫຼວງ Grozny ຂອງ Checknya ວັນທີ 4 ທັນວາ 2014
ຕຳຫຼວດຢືນຍາມ ຢູ່ໃກ້ກັບ ພວກດັບເພີງກຳລັງມອດໄຟ ຢູ່ໃນຕະຫຼາດແຫ່ງນຶ່ງ ໃກ້ກັບອາຄານສື່ມວນຊົນທ້ອງຖິ່ນ ໃນນະຄອນຫຼວງ Grozny ຂອງ Checknya ວັນທີ 4 ທັນວາ 2014

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ກ່າວ​ວ່າ ການ​ຍິງ​ປືນ​ຕໍ່ສູ້​ກັນ​ໃນ​ຕອນ
​ເດິກ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ທີ່​ນະຄອນ Grozny ນະຄອນຫຼວງ​ຂອງ
Chechnya ​ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈະລາຈອນ​ຢ່າງ​
ໜ້ອຍ 3 ຄົນ ​ແລະ​ພວກ​ມື​ປືນ 6 ຄົນ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ​ເດີນທາງ​ມາ​ນຳ​ລົດ
3 ຄັນ ​ທຳ​ການ​ໂຈມ​ຕີ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ທີ່​ດ່ານ​ກວດ​ແຫ່ງ​ນຶ່ງ​
ໃນເມືອງ Grozny ກ່ອນ​ບຸກ​ເຂົ້າ​ໄປ​ໃນ​ພວກ​ອາຄານ​ແຫ່ງ​ຕ່າງໆ​
ຢູ່​ໃກ້​ກັນ​ນັ້ນ.

ຄະນະ​ກຳມະການ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ ທີ່​ມີ​ຫ້ອງ
ການ​ຕັ້ງ​ຢູ່​ໃນ​ນະ​ຄອນ​ຫຼວງ​ມົສກູ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ເຂົ້າ​ຄອບ​ຄອງ​ອາຄານ​ຂ່າວ​ຫຼັງ​ນຶ່ງ​ທີ່​ມີ​ຫຼາຍ​ຊັ້ນ ບ່ອນ​ທີ່​ພວກຫົວ​ຮຸນ​ແຮງ​ເຫຼົ່າ​ນີ້ 6 ຄົນ ​ເສຍ​ຊີວິດ​ນຳ​ໄຟ​ໄໝ້ຢູ່​ທີ່​ນັ້ນ.

ທ່ານ Ramzan Kadyrov ຜູ້ນຳChechnya ຫົວ​ນິຍົມວັງ Kremlin ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ບາງ​ຄົນ​ຖືກ​ປິດ​ລ້ອມ ​ຢູ່​ໃນ​ອາຄານ​ໂຮງຮຽນ​ຫຼັງ​ນຶ່ງ ​ແລະ​ກ່າວ​ຕື່ມ​ວ່າ ພວກ​ມື​ປືນ​
ໄດ້ “ຕິດ​ອາວຸດ​ຢ່າງ​ໜັກ​” ຮວມ ທັງ​ພວກ​ປືນ​ຍິງ​ລະ​ເບີດ​ມື​ນຳ.

ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ເຊົ້າ​ມື້​ນີ້ ມີ​ຂຶ້ນບໍ່ເທົ່າໃດຊົ່ວໂມງ ກ່ອນ​ປະ ທານາທິບໍດີ Vladimir Putin ກຳນົດ​ຈະກ່າວຄຳ​ປາ​ໄສ​ປະຈຳ​ປີ​ຕໍ່​ປະ​ເທດ​ຊາດ.

​ໃນ​ເດືອນ​ຕຸລາຜ່ານ​ມາ ຕຳຫຼວດ 5 ຄົນ​ເສຍ​ຊີວິດ​ໃນ​ເມືອງ Grozny ​ເວລາ​ພວກ​ເຂົາ​ເຈົ້າ​ພະຍາຍາມ​ຢຸດ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ໜຸ່ມ​ຄົນ​ນຶ່ງ ບໍ່​ໃຫ້​ໂຈມ​ຕີ​ໂຮງ​ສະ​ແດງດົນຕີ con
cert ​ແຫ່ງ​ນຶ່ງ ທີ່​ໄດ້​ທຳລາຍ​ໄລຍະ ເວລາ​ທີ່​ຂ້ອນຂ້າງງຽບ​ສະຫງົບສົມຄວນ ​ໃນ​ເຂດພາກ
ເໜືອ ຂອງ​ພູ​ Caucasus ທີ່ວຸ້ນວາຍນັ້ນ.

chechnyaviolenceupd4december14
please wait

No media source currently available

0:00 0:00:34 0:00

XS
SM
MD
LG