ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຄວາມຮຸນແຮງ ຈາກການໃຊ້ປືນໃນ ສະຫະລັດ ເພີ່ມຂຶ້ນຫຼາຍ ເປັນປະຫວັດການ ໃນປີ 2017


Gun Violence Surges to Record in 2017
please wait

No media source currently available

0:00 0:02:21 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ການກໍ່ຄວາມຮຸນແຮງດ້ວຍການໃຊ້ປືນໃນ ສະຫະລັດ ໄດ້ເພີ່ມຂຶ້ນສູງເປັນສະຖິຕິໃນ
ປີ 2017 ເຊິ່ງໄດ້ເກີດຂຶ້ນຫຼາຍກວ່າ 60,000 ກໍລະນີ, ສັງຫານປະຊາຊົນຫຼາຍກວ່າ
15,000 ຄົນ ອີງ ຕາມອົງການທີ່ບໍ່ຫວັງຜົນກຳໄລ ທີ່ຕິດຕາມຄວາມຮຸນແຮງຈາກ
ການໃຊ້ປືນ. ນັກຂ່າວວີໂອເອ ມາຣີອາມາ ດີອາໂລ ຈະຫວນຄືນໄປລະນຶກເຖິງເຫດ
ການຍິງກັນຄັ້ງຮ້າຍແຮງທີ່ສຸດຂອງ ສະຫະລັດ ໃນອະດີດ ແລະ ພຸດທະສອນ ຈະນຳ
ລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການສັງຫານໝູ່ ທີ່ນະຄອນ ລາສ໌ ເວກັສ໌ ເມື່ອວັນທີ 1 ຕຸລາປີກາຍນີ້ ແມ່ນການຍິງ
ຄົນຈຳນວນຫຼາຍ ຄັ້ງທີ່ໂຫດຮ້າຍທີ່ສຸດ ໂດຍມືປືນຄົນດຽວ ໃນປະຫວັດສາດຍຸກປັດ
ຈຸບັນຂອງ ສະຫະລັດ.

ທ້າວ ເຕັຟເຟັນ ແພດດັອກ ມືປືນ ໄດ້ເປີດການໂຈມຕີຈາກຫ້ອງໃນໂຮງແຮມຂອງ
ລາວຍິງປືນໃສ່ຄົນທີ່ໄປຊົມຄອນເສີດ ປະມານ 22,000 ຄົນ, ເຮັດໃຫ້ຢ່າງໜ້ອຍ 60
ຄົນເສຍຊີວິດ ແລະ ບາດເຈັບຫຼາຍຮ້ອຍຄົນ. ເຈົ້າໜ້າທີ່ຕຳຫຼວດກ່າວວ່າ ທ້າວ
ແພັດດັອກ ບໍ່ມີສາຍພົວພັນກັບກຸ່ມກໍ່ການຮ້າຍສາກົນ ແລະ ບໍ່ມີລາຍຊື່ຢູ່ໃນບັນທຶກ
ຂອງຕຳຫຼວດ.

ທ່ານ ໂຈ ລັອມບາໂດ ຕຳຫຼວດເມືອງ ຄລາກ ລັດ ເນວາດາ ໄດ້ກ່າວວ່າ “ພວກເຮົາໄດ້
ກວດຂໍ້ມູນລັດຖະບານກາງ, ຂໍ້ມູນໃນທ້ອງຖິ່ນ ແລະ ຂໍ້ມູນໃນລັດທັງໝົດ ແລະ ພວກ
ເຮົາກໍບໍ່ໄດ້ພົບເຫັນປະຫວັດອັນໃດ ກ່ຽວກັບ ຄົນຜູ້ນີ້.”

ປະມານນຶ່ງເດືອນຕໍ່ມາ (ວັນທີ 6 ພະຈິກ) ມືປືນດ່ຽວ ໄດ້ເຂົ້າໄປໃນໂບດແຫ່ງນຶ່ງ ໃນ
ເຂດຊົນນະບົດຂອງລັດ ເທັກຊັສ ແລະ ຍິງປືນກົນຂອງລາວໃສ່ຄົນ, ເຮັດໃຫ້ປະຊາ
ຊົນເສຍຊີວິດ 26 ຄົນ ແລະ ບາດ ເຈັບ 20 ຄົນໃນລະຫວ່າງການສູດມົນໃນວັນອາທິດ.
ມືປືນຄົນນີ້ ມີເຈຕະນາທີ່ຈະຂ້າຄົນໃຫ້ຫຼາຍເທົ່າທີ່ຈະເຮັດໄດ້, ອີງຕາມການກ່າວຂອງ
ບັນດາເຈົ້າໜ້າທີ່ຕຳຫຼວດ.

ນາງ ໂຣແຊນ ໂຊລິສ໌ ໄດ້ລອດຊີວິດຈາກບາດແຜທີ່ຖືກຍິງໃສ່ແຂນ ແຕ່ຈື່ໄດ້ຢ່າງ
ຊັດເຈນ 7 ນາທີ ທີ່ມືປືນໄດ້ລົງມືຍິງຜູ້ຄົນ.

ນາງ ໂຣແຊນ ໂຊລິສ໌ ຜູ້ເຄາະຮ້າຍຈາກການຍິງກັນໃນລັດ ເທັກຊັສ ກ່າວວ່າ “ຂ້າພະ
ເຈົ້າເຫັນສົບຄົນຕາຍຫຼາຍສົບ ພ້ອມດ້ວຍເລືອດ. ນັ້ນແມ່ນ ສິ່ງທັງໝົດ ທີ່ຂ້າພະເຈົ້າ
ຈື່ໄດ້ ເພາະວ່າ ຂ້າພະເຈົ້າບໍ່ໄດ້ກຽມທີ່ຈະໜີອອກໄປຈາກບ່ອນທີ່ຂ້າພະເຈົ້າລີ້ຢູ່.”

ໃນວັນທີ 14 ມິຖຸນາ, ສະມາຊິກສະພາ ສະຫະລັດ ທ່ານ ສຕີຟ ສກາລີສ໌ ແລະ ຄົນ
ອື່ນໆ ອີກສາມຄົນ ໄດ້ຖືກຍິງ ຢູ່ເດີ່ນຊ້ອມກິລາເບສບອລ ຕັ້ງຢູ່ບໍ່ໄກຈາກນະຄອນຫຼວງ
ວໍຊິງຕັນ. ສະມາຊິກສະພາ ສັງກັດພັກຣີພັບບລີກັນ ຈາກລັດ ລຸຍຊຽນນາ ຜູ້ທີ່ຖືກຍິງ
ໃສ່ແອວ ໄດ້ເຮັດໃຫ້ທ່ານມີອາການສາຫັດ. ຕໍ່ມາທ່ານກໍໄດ້ຟື້ນຕົວຄືນ ແລະ ກັບຄືນ
ໄປເຮັດວຽກທີ່ລັດຖະສະພາໃນເດືອນກັນຍາ.

ທ່ານ ສຕີຟ ສກາລີສ໌ ສະມາຊິກສະພາຕໍ່າ ສັງກັດພັກຣີພັບບລີກັນ ຈາກລັດ
ລຸຍຊຽນນາ ກ່າວວ່າ “ຂໍໃຫ້ພະເຈົ້າຄຸ້ມຄອງແຕ່ລະຄົນ ແລະ ພວກເຈົ້າທຸກຄົນ. ແລະ
ຂໍໃຫ້ພະເຈົ້າຄຸ້ມຄອງ ສະຫະລັດ.”

ເອກະສານຄວາມຮຸນແຮງຈາກການໃຊ້ປືນ ໄດ້ໃຫ້ນິຍາມການຍິງຄົນຈຳນວນຫຼາຍ
ວ່າເປັນເຫດການດຽວ ເຊິ່ງປະກອບມີ 4 ຄົນ ຫຼື ຫຼາຍກວ່ານັ້ນ, ນອກຈາກມືປືນ, ທີ່ຖືກ
ຍິງ ຫຼື ຖືກຂ້າຕາຍ. ເຫດການດັ່ງກ່າວນັ້ນ ໄດ້ເກີດຂຶ້ນຫຼາຍກວ່າ 340 ຄັ້ງໃນ ສະຫະ
ລັດ ໃນປີ 2017.

XS
SM
MD
LG