ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄື່ອນໄຫວ ເພື່ອສິດທິ ໃນການ ຄອບຄອງປືນ ຈັດການໂຮມຊຸມນຸມ ທົ່ວ ສຫລ


ພວກຄົນທີ່ເຂົ້າຮ່ວມ ໃນການໂຮມຊຸມນຸມ ເພື່ອສິດທິໃນການ
ຄອບຄອງປືນ ຢູ່ທີ່ລັດຖະສະພາ ໃນເມືອງຫຼວງ ອິນເດຍນາ
ໂປລິສ ຂອງລັດ ອິນເດຍນາ ເມື່ອວັນທີ 14 ເມນາ 2018.
ພວກຄົນທີ່ເຂົ້າຮ່ວມ ໃນການໂຮມຊຸມນຸມ ເພື່ອສິດທິໃນການ ຄອບຄອງປືນ ຢູ່ທີ່ລັດຖະສະພາ ໃນເມືອງຫຼວງ ອິນເດຍນາ ໂປລິສ ຂອງລັດ ອິນເດຍນາ ເມື່ອວັນທີ 14 ເມນາ 2018.

ພວກສະໜັບສະໜູນສິດທິໃນການໃຊ້ປືນ ຊຶ່ງສ່ວນຫຼາຍ ພາກັນຖືປືນຍາວ ແລະມີລູກ
ປືນນຳ ໄດ້ພາກັນໄປເຕົ້າໂຮມກັນ ຢູ່ຕຶກສະພາຕ່າງໆຂອງລັດ ທົ່ວປະເທດໃນວັນເສົາ
ວານນີ້ ເພື່ອຊຸກຍູ້ໃຫ້ຖອຍຄືນ ຄວາມພະຍາຍາມທີ່ຈະໃຫ້ມີກົດໝາຍ ຄວບຄຸມປືນ ທີ່
ເຄັ່ງຄັດກວ່າເກົ່າ ຊຶ່ງພວກເຂົາເຈົ້າຢ້ານວ່າ ຈະເປັນການຂົ່ມຂູ່ ຕໍ່ສິດທິຂອງພວກເຂົາ
ເຈົ້າ ຕາມກົດໝາຍລັດຖະທຳມະນູນ ໃນການຖືອາວຸດນັ້ນ.

ຈາກລັດດາລາແວ ໄປຫາ ລັດໄວໂອມິງນັ້ນ ຜູ້ຄົນຫຼາຍຮ້ອຍຄົນໄດ້ໂຮມຊຸມນຸມປະທ້ວງ
ຢ່າງສັນຕິ ເພື່ອຟັງພວກກ່າວຄຳປາໄສ ທີ່ເຕືອນວ່າ ການຈຳກັດຮັດແຄບໃດໆ ຕໍ່ການ
ເປັນເຈົ້າຂອງຫຼືການໃຊ້ປືນ ໃນທີ່ສຸດ ກໍອາດຈະນຳໄປສູ່ ການຫ້າມເປັນເຈົ້າຂອງປືນ
ຊຶ່ງໄດ້ມີການຮັບປະກັນ ຢູ່ໃນສະບັບແກ້ໄຂ ສະບັບທີສອງ ຂອງລັດຖະທຳມະນູນນັ້ນ.

ທ້າວ ໂຈ ໂດບບິນສ໌ ຈາກເມືອງ ຮາຣດຟອດ ລັດເມນ, ໃສ່ໝວກ ທີ່ມີຮູບປືນຕັດອອກມາຈາກແຜ່ນແກັດ ໃນຂະນະທີ່ເຂົ້າຮ່ວມການໂຮມຊຸມນຸມ ເພື່ອສິດທິໃນການຄອບຄອງປືນ, ວັນທີ 14 ເມສາ 2018, ຢູ່ທີ່ສະພາຕ່ຳເມືອງ ອໍກັດສຕາ ລັດເມນ.
ທ້າວ ໂຈ ໂດບບິນສ໌ ຈາກເມືອງ ຮາຣດຟອດ ລັດເມນ, ໃສ່ໝວກ ທີ່ມີຮູບປືນຕັດອອກມາຈາກແຜ່ນແກັດ ໃນຂະນະທີ່ເຂົ້າຮ່ວມການໂຮມຊຸມນຸມ ເພື່ອສິດທິໃນການຄອບຄອງປືນ, ວັນທີ 14 ເມສາ 2018, ຢູ່ທີ່ສະພາຕ່ຳເມືອງ ອໍກັດສຕາ ລັດເມນ.


ທ່ານ ແວສລີ ວິນລຽມ ຜູ້ຖືປືນຍາວ AR-15 ທີ່ປະກອບສ່ວນກັບຄົນປະມານ 100 ຄົນ
ທີ່ຜ່ານຜ່າອາກາດໜາວຈັດ ທີ່ເມືອງເຊແຢນ ລັດໄວໂອມິງ ທີ່ສະໜັບສະໜູນສິດທິ ໃນ
ການໃຊ້ປືນ ທີ່ຮ່ວມຝຸງຊົນຢູ່ຕໍ່ໜ້າຕຶກສານສູງສຸດກ່າວວ່າ “ຖ້າເຈົ້າມີອາຄານຫຼັງນຶ່ງ
ຢູ່ແລ້ວ ແລະເຈົ້າເອົາກ້ອນດິນຈີ່ອອກຈາກມັນ ເທືຶ່ອລະກ້ອນ ເຮັດແລ້ວກໍເຮັດອີກ
ຕໍ່ມາບໍ່ດົນ ເຈົ້າກໍຈະບໍ່ມີຕຶກຫຼັງນັ້ນອີກຕໍ່ໄປ.”

ຊາຍຄົນນຶ່ງ ຖືທຸງທີ່ ຂຽນຂໍ້ຄວາມວ່າ "ເຂົ້າມາ ແລະເອົາມັນໄປ" ໃນລະຫວ່າງ ການຊຸມນຸມ ຂອງພວກທີ່ສະໜັບສະໜູນ ສິດທິໃນການຄອບຄອງປືນ ຢູ່ທີ່ ລັດຖະສະພາ, ວັນທີ 14 ເມສາ 2018, ໃນນະຄອນ ອອສຕິນ ລັດເທັກຊັສ.
ຊາຍຄົນນຶ່ງ ຖືທຸງທີ່ ຂຽນຂໍ້ຄວາມວ່າ "ເຂົ້າມາ ແລະເອົາມັນໄປ" ໃນລະຫວ່າງ ການຊຸມນຸມ ຂອງພວກທີ່ສະໜັບສະໜູນ ສິດທິໃນການຄອບຄອງປືນ ຢູ່ທີ່ ລັດຖະສະພາ, ວັນທີ 14 ເມສາ 2018, ໃນນະຄອນ ອອສຕິນ ລັດເທັກຊັສ.

ທ່ານ ເດວ ກັນຢາ ຜູ້ຈັດຕັ້ງການໂຮມຊຸມນຸມດັ່ງກ່າວຜູ້ນຶ່ງ ຢູ່ໃນເມືອງອໍກັສຕາ ລັດເມນ
ກ່າວວ່າ ມີຄົນປະມານ 800 ຄົນ ພາກັນມາປະທ້ວງ ເພື່ອມາສະແດງເຫດຜົນຂອງເຂົາ
ເຈົ້າ ວ່າ “ພວກເຮົາເປັນຄົນນັບຖືກົດໝາຍ.”

ການປະທ້ວງໃນວັນເສົາວານນີ້ ໄດ້ມີການວາງແຜນໄວ້ຢູ່ໃນຫຼາຍໆສິບຫົວເມືອງເອກ
ຂອງລັດລຸນຫຼັງບໍ່ເຖິງສາມອາທິດ ຫຼັງຈາກຫຼາຍໆຮ້ອຍພັນຄົນ ໄດ້ມາປະທ້ວງຢູ່ນະຄອນ
ຫຼວງ ວໍຊິງຕັນ ນິວຢັອກ ແລະແຫ່ງອື່ນໆ ຮຽກຮ້ອງໃຫ້ແກ້ໄຂກົດໝາຍປືນ ໃຫ້ເຄັ່ງຄັດ
ກວ່າເກົ່າ ລຸນຫຼັງ ໄດ້ມີການຍິງກັນ ຢູ່ໂຮງຮຽນ ພາກແລນ ໃນເດືອນກຸມພາຜ່ານມາທີ່ລັດ
ຟລໍຣິດາ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG