ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ພວກ​ນັກ​ເຄື່ອນ​ໄຫວ ເພື່ອ​ປົກ​ປ້ອງ​ສິດ​ທິ ໃນ​ການ​ຄອບ​ຄອງ​ປືນ ວາງ​ແຜນ​ຈະ​ໄປ​ໂຮມ​ຊຸມ​ນຸມ ໃນ​ລັດ​ເວີ​ຈີ​ເນຍ ໃນ​ວັນ​ຈັນ​ມື້ນີ້


ສະ​ມາ​ຊິກ​ສະ​ພາ ທ່ານ ແມັ​ຕ ເຊ (Matt Shea) ກ່າວ​ຖະ​ແຫລງ​ຢູ່​ທີ່ ການ​ໂຮມ​ຊຸມ​ນຸມ ກຸ່ມ​ປົກ​ປ້ອງ​ສິດ​ໃນ​ການ​ຄອບ​ຄອງ​ປືນ, ​ບ່ອນ​ທີ່​ພວກ​ໄປ​ຊຸມ​ນຸມຫຼາຍ​ຄົນ ໃຫ້​ການ​ສະ​ໜັບ​ສະ​ໜຸນ ສະ​ມາ​ຊິກ​ສະ​ພາ​ດັ່ງ​ກ່າວ, ວັນ​ທີ 17 ມັງ​ກອນ 2020, ​ໃນ​ເມືອງ​ໂອ​ລິມ​ເປຍ ລັດ​ວ​ໍ​ຊິງ​ຕັນ.
ສະ​ມາ​ຊິກ​ສະ​ພາ ທ່ານ ແມັ​ຕ ເຊ (Matt Shea) ກ່າວ​ຖະ​ແຫລງ​ຢູ່​ທີ່ ການ​ໂຮມ​ຊຸມ​ນຸມ ກຸ່ມ​ປົກ​ປ້ອງ​ສິດ​ໃນ​ການ​ຄອບ​ຄອງ​ປືນ, ​ບ່ອນ​ທີ່​ພວກ​ໄປ​ຊຸມ​ນຸມຫຼາຍ​ຄົນ ໃຫ້​ການ​ສະ​ໜັບ​ສະ​ໜຸນ ສະ​ມາ​ຊິກ​ສະ​ພາ​ດັ່ງ​ກ່າວ, ວັນ​ທີ 17 ມັງ​ກອນ 2020, ​ໃນ​ເມືອງ​ໂອ​ລິມ​ເປຍ ລັດ​ວ​ໍ​ຊິງ​ຕັນ.

ພວກ​ນັກ​ເຄື່ອນ​ໄຫວ​ເພື່ອຄອບ​ຄອງ​ປືນ ຫຼາຍ​ພັນ​ຄົນ ​ຮວມ​ທັງ ​ພວກ​ສະ​ມາ​ຊິກ​ທະ​ຫານ​ບ້ານ​ຕິດ​ອາ​ວຸດ ແມ່ນ​ໄດ້​ວາງ​ແຜນ​ທີ່​ຈະ​ໄປ​ເຕົ້າ​ໂຮມ​ກັນ ເພື່ອ​ການຊຸມ​ນຸມ​ປະ​ທ້ວງ ​ໃນ​ວັນ​ຈັນ​ມື້ນີ້ ຢູ່​ທີ່​ເມືອງ​ເອກ ຕັ້ງ​ຢູ່ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ຂອງ​ລັດ​ເວີ​ຈີ​ເນຍ ໃນ​ການຄັດ​ຄ້ານ​ຕໍ່​ຂໍ້​ສະ​ເໜີ​ກົດ​ລະ​ບຽບ​ໃໝ່​ໃນ​ການ​ຄວບ​ຄຸມ​ປືນ.

ການ​ຮັກ​ສາ​ຄວາມ​ປອດ​ໄພ ໄດ້​ຖືກ​ເພີ້ມ​ຂຶ້ນ​ຢູ່​ໃນ​ອ້ອມ​ແອ້ມ​ສະ​ຖານ​ລັດ​ຖະ​ສະ​ພາ​ຂອງ​ລັດ​ດັ່ງ​ກ່າວ.

ບັນ​ດາ​ສະ​ມາ​ຊິ​ກ​ສັງ​ກັດ​ພັບ​ເດ​ໂມ​ແຄ​ຣັດ ຜູ້​ທີ່​ຫາ​ກໍ​ໄດ້ເຂົ້າ​ຄວບ​ຄຸມ ​ທັງ​ສອງ​ສະ​ພາ​ຂອງ​ລັດ ເມື່ອບໍ່​ດົນ​ມານີ້ ກໍ​ໄດ້​ຮັບ​ຜ່ານ​ກົດ​ໝາຍຫຼາຍ​ສະ​ບັບກ່ຽວ​ກັບ​ປືນ ​ທີ່​ເຄັ່ງ​ຄັດ​ຂຶ້ນ ອັນ​ເປັນ​ຈຸດ​ສູນ​ກາງ​ທີ່​ຖືກ​ສຸມ​ໃສ່ນັ້ນ.

ສະ​ພາ​ສູງ​ຂອງ​ລັດ​ເວີ​ຈີ​ເນຍ ໄດ້​ຮັບ​ຜ່ານ​ກົດ​ໝາຍ ເມື່ອ​ຕອນ​ແລງວັນ​ພະ​ຫັດ​ຜ່ານ​ມາ ທີ່​ບັງ​ຄັບ​ໃຫ້​ມີ​ການກວດ​ປະ​ຫວັດຂອງ​ອາ​ວຸດ​ປືນ​ທຸກຊະ​ນິດ​ທີ່​ຂ່າຍ​ອອກ​ໄປ ແລະ​ຕັ້ງ​ຂໍ້​ກຳ​ນົດການ​ຊື້​ປືນ​ໄດ້​ນຶ່ງກະ​ບອກ​ຕໍ່​ເດືອນ. ສະ​ພາ​ສູງ​ຂອງ​ລັດ ຍັງ​ໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ ເພື່ອ​ຟືນ​ຄືນ​ສິດ​ທິ​ຂອງ​ລັດ​ຖະ​ບານ​ທ້ອງ​ຖິ່ນ ທີ່​ຈະ​ຫ້າມບໍ່​ໃຫ້​ມີ​ອາ​ວຸດ​ຕ່າງໆ ​ຢູ່​ໃນ​ຕຶກ​ອາ​ຄານ​ຂອງສາ​ທາ​ລະ​ນະ ແລະ​ສະ​ຖານ​ທີ່​ ​ອື່ນໆນຳ​ດ້ວຍ.

ກຸ່ມ​ນີ​ໂອ-ນາ​ຊີ ກຸ່ມ​ທະ​ຫານ​ບ້ານ ແລະ​ກຸ່ມ​ສິດ​ທິ​ໃນ​ການ​ຄອບ​ຄອງ​ປືນ​ອື່ນໆ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ເຕົ້າ​ໂຮມ​ກັນ​ຂະ​ໜາດ​ໃຫຍ່ ເພື່ອ​ການ​ຊຸມ​ນຸມ​ໃນ​ວັນ​ຈັນ​ມື້ນີ້ ຊຶ່ງ​ໄດ້​ເປັນ​ການ​ຈັດ​ຕັ້ງ​ປະ​ຈຳ​ປີ ໂດຍ​ສັນ​ນິ​ບາດພົນ​ລະ​ເມືອງ​ເວີ​ຈີ​ເນຍເພື່ອການ​ປ້ອງ​ກັນ ຫຼື Virginia Citizens Defense League.

ແຜນ​ການ​ເດີນ​ຂະ​ບວນ​ປະ​ທ້ວງ ໄດ້​ນຳ​ຄືນ​ມາ​ຄວາມ​ຊົງ​ຈຳ​ຂອງ​ຄວາມ​ຮຸນ​ແຮງ​ໂດຍການ​ໂຮມ​ຊຸມ​ນຸມ​ຂອງກຸ່ມ​ຜິວ​ຂາວ​ທີ່​ຖື​ວ່າ​ຕົນ​ມີ​ອຳ​ນາດ​ສູງ​ສຸດ ຢູ່​ໃນ​ເມືອງ​ຊາ​ຣ​ລັອດ​ສວີ​ລ ຂອງ​ລັດ​ເວີ​ຈີ​ເນຍ ທີ່​ຢູ່​ໃກ້​ຄຽງນັ້ນ ເມື່ອ​ປີ 2017 ເມື່ອ​ແມ່​ຍິງ​ຄົນ​ນຶ່ງ ໄດ້​ຖືກ​ຂ້າ​ຕາຍ ແລະອີກຫຼາຍກວ່າ 30 ຄົນ ໄດ້​ຮັ​ບ​ບາດ​ເຈັບ ໃນ​ຂະ​ນະ​ທີ່​ ສະ​ມາ​ຊິກ​ຂອງ​ກຸ່ມ​ຜິວ​ຂາວ​ທີ່ຖື​ວ່າ​ຕົນ​ມີ​ອຳ​ນາດ​ສູງ​ສຸດ ຜູ້​ນຶ່ງ ຂັບ​ລົດ​ແລ່ນ​ເຂົ້າ​ຕຳ​ຝຸງ​ຄົນ​ທີ່​ກຳ​ລັງ​ປະ​ທ້ວງ​ຕໍ່​ຕ້ານ​ກຸ່ມ​ດັ່ງ​ກ່າວ​ຢູ່ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດ​ທິ​ໃນ​ການ​ຄອບ​ຄອງ​ປືນ ຊຶ່ງ​ໄດ້​ອ້າງ​ເຖິງ​ສິດ​ທິ​ຂອງ​ພວກ​ເຂົາ​ເຈົ້າ​ທີ່ຮັບ​ປະ​ກັນ​ໂດຍ​ລັດ​ຖະ​ທຳ​ມະ​ນູນ ເພື່ອ​ໃຫ້​ຄອບ​ຄອງ​ປືນໃດໆ​ກໍໄດ້ ນັ້ນ ໄດ້ຂໍ​ໃຫ້​ສານ​ສູງ​ສຸດ​ຂອງ​ລັດ​ເວີ​ຈີ​ເນຍ ລົງ​ຄວາມ​ເຫັນຕໍ່​ກົດ​ລະ​ບຽບ​ໃນ​ການ​ຫ້າມ​ຊົ່ວ​ຄາວນັ້ນ ຜິດຕໍ່​ລັດ​ຖະ​ທຳ​ມະ​ນູນ ແຕ່​ສານ​ດັ່ງ​ກ່າວ ກໍ​ໄດ້​ຢືນ​ຢັນ​ຕາມ​ການ​ຫ້າມນັ້ນ ໃນວັນ​ສຸກ​ຜ່ານ​ມາ.

​ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG