ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມືປືນ ໃນການໂຈມຕີ ວັດອິສລາມ ຢູ່ນີວຊີແລນ ຈະຕາງໜ້າໃຫ້ຕົນເອງ ໃນການຮັບຟັງການຕັດສິນຄະດີ


ພາບຖ່າຍໃນວັນທີ 26 ມີນາ, 2020 ທີ່ຖ່າຍຈາກໜ້າຈໍວີດິໂອ ສະແດງໃຫ້ເຫັນວ່າ ທ້າວ Brenton Harrison Tarrant ໄດ້ປາກົດໂຕຢູ່ໃນວີດິໂອຈາກເມືອງ Christchurch, ນີວຊີແລນ
ພາບຖ່າຍໃນວັນທີ 26 ມີນາ, 2020 ທີ່ຖ່າຍຈາກໜ້າຈໍວີດິໂອ ສະແດງໃຫ້ເຫັນວ່າ ທ້າວ Brenton Harrison Tarrant ໄດ້ປາກົດໂຕຢູ່ໃນວີດິໂອຈາກເມືອງ Christchurch, ນີວຊີແລນ

ຜູ້ຊາຍທີ່ຖືກກ່າວຫາວ່າ ດໍາເນີນການຍິງໃນການສັງຫານໝູ່ທີ່ຮ້າຍແຮງທີ່ສຸດ ຢູ່ ໃນປະຫວັດສາດຂອງນີວຊີແລນ ຈະໄປປາກົດໂຕໂດຍຕາງໜ້າໃຫ້ຕົນເອງ ຢູ່ ໃນການຮັບຟັງການຕັດສິນຄະດີໃນເດືອນໜ້ານີ້.

ບັນດາທະນາຍຄວາມສໍາລັບທ້າວ ເບຣນທັນ ແທແຣນທ໌ (Brenton Tarrant) ຊາວອອສເຕຣເລຍກ່າວວ່າ ພວກເຂົາເຈົ້າຖືກທ້າວ ແທແຣນທ໌ປະຕິເສດບໍ່ໃຫ້ ເປັນຜູ້ຕາງໜ້າລາວ ຢູ່ໃນການຮັບຟັງຄະດີໃນວັນຈັນມື້ນີ້ ຢູ່ທີ່ສານສູງຂອງເມືອງ ໄຄຣສເຊີດ (Christchurch). ຜູ້ພິພາກສາໄດ້ອະນຸມັດຄໍາຮ້ອງຂໍຂອງທ້າວ ແທແຣນທ໌ ພາຍຫລັງທີ່ໄດ້ລົມກັບລາວໂດຍເປັນການສ່ວນຕົວແລ້ວ ຢູ່ໃນການ ປະຊຸມ ກ່ອນການດໍາເນີນການຮັບຟັງຄະດີ ໃນການລົມໂທລະສັບຜ່ານວີດິໂອ

ໂດຍເວົ້າວ່າ ທ່ານຢາກໃຫ້ແນ່ວ່າ ທ້າວ ແທແຣນທ໌ເຂົ້າໃຈກ່ຽວກັບການກະທໍາ ຂອງຕົນ.

ການຮັບຟັງເພື່ອຕັດສິນຄະດີ ທີ່ໄດ້ຖືກຊັກຊ້າມາຍ້ອນການລະບາດຂອງໄວຣັສ ໂຄໂຣນາ ຖືກກໍານົດວ່າ ຈະເລີ້ມຕົ້ນຂຶ້ນໃນວັນທີ 24 ສິງຫາ ແລະຄາດວ່າ ຈະແກ່ຍາວໄປດົນກວ່າ 3 ມື້.

ທ້າວ ແທແຣນທ໌ ໄດ້ຍອມຮັບຜິດໃນ 51 ກະທົງຂອງການຄາດຕະກໍາ, 40 ຂໍ້ຫາ ວ່າພະຍາຍາມທໍາການຄາດຕະກໍາ ແລະ 1 ຂໍ້ຫາໃນການທໍາການກໍ່ການ ຮ້າຍທີ່ມີການກ່ຽວພັນກັບການຍິງປືນໃສ່ ວັດສາສະໜາອິສລາມ 2 ແຫ່ງຢູ່ໃນ ເມືອງໄຄຣສເຊີດ (Christchurch) ໃນວັນທີ 15 ມີນາ ປີ 2019.

ບໍ່ພໍເທົ່າໃດຊົ່ວໂມງກ່ອນຈະດໍາເນີນການຍິງປືນໃສ່ຄົນໃນວັນທີ 15 ມີນາ ປີ 2019 ນັ້ນ, ຊາວອອສເຕຣເລຍທີ່ຄິດວ່າຊາວຜິວຂາວດີເລີດຊຶ່ງດຽວນີ້ມີອາຍຸໄດ້ 29 ປີ ຄົນນັ້ນ ໄດ້ພິມເຜີຍແຜ່ ຄໍາຖະແຫລງການຂອງຕົນໂດຍອະທິບາຍກ່ຽວ ກັບເຫດຜົນຂອງຕົນທີ່ທໍາການໂຈມຕີນັ້ນ. ຈາກນັ້ນລາວກໍໄດ້ເອົາພາບເຫດການ ໂຈມຕີນັ້ນລົງເຜີຍແຜ່ສົດທາງ Facebook, ທີ່ມີຄົນເບິ່ງຢູ່ທົ່ວໂລກຫລາຍຄົນ ກ່ອນມັນຈະຖືກເອົາລົງ.

ທ້າວ ແທແຣນທ໌ ຮັບສາລະພາບຜິດແບບບໍ່ຄາດຝັນໃນເດືອນມີນາຜ່ານມາຢູ່ໃນ ການຮັບຟັງຄະດີຢູ່ສານຜ່ານທາງວີດິໂອ ຈາກຫ້ອງຂັງຂອງລາວຢູ່ນະຄອນໂອກ ແລນ, ໃນຂະນະທີ່ນີວ ຊີແລນເລີ້ມການປິດປະເທດລົງເປັນເວລາ 4 ອາທິດ ເພື່ອຕໍ່ສູ້ກັບການລະບາດຢ່າງໜັກຂອງໄວຣັສໂຄໂຣນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG