ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

​ກຸ່ມ​ປືນ​ຍາວ ເປີດກອງ​ປະ​ຊຸມ​ ທີ່​ລັດ​ເທັກ​ຊັ​ສ ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ໄດ້​ມີການ​ຍິງ​ສັງ​ຫານ​ໝູ່ ​ທີ່ນັ້ນ


ໄມ​້​ກາງ​ເຂນ ​ພ້ອມ​ກັບ​ຊື່​ຜູ້ເຄາະ​ຮ້າຍ ໃນ​ການ​ຍິງ​ສັງ​ຫານ​ໝູ່ ທີ່​ໂຮງ​ຮຽນ​ປະ​ຖົມ​ຣອບ ຢູ່​ເມືອງ​ຢູ​ວາ​ລ​ເດ ລັດ​ເທັກ​ຊັ​ສ ເມື່ອ​ວັນ​ທີ 26 ພຶດ​ສະ​ພາ 2022.
ໄມ​້​ກາງ​ເຂນ ​ພ້ອມ​ກັບ​ຊື່​ຜູ້ເຄາະ​ຮ້າຍ ໃນ​ການ​ຍິງ​ສັງ​ຫານ​ໝູ່ ທີ່​ໂຮງ​ຮຽນ​ປະ​ຖົມ​ຣອບ ຢູ່​ເມືອງ​ຢູ​ວາ​ລ​ເດ ລັດ​ເທັກ​ຊັ​ສ ເມື່ອ​ວັນ​ທີ 26 ພຶດ​ສະ​ພາ 2022.

ສະ​ມາ​ຄົມ​ປືນ​ຍາວ​ແຫ່ງ​ຊາດ ຈະ​ດຳ​ເນີນ​ການ​ຕໍ່​ໄປ ກ່ຽວ​ກັບ​ການເປີດກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ຕົນ ທີ່​ນະ​ຄອນ​ຮຸສ​ຕັນ ໃນ​ວັນ​ສຸກມື້ນີ້ ບໍ່​ເທົ່າ​ໃດ​ມື້ ​ຫຼັງ​ຈາກ​ມື​ປືນ​ໄວ​ລຸ້ນ ໄດ້​ເຂົ້າ​ໄປ​ໃນ​ໂຮງ​ຮຽນ​ປະ​ຖົມ​ຣອບ (Robb) ທີ່​ເມືອງຢູ​ວາ​ລ​ເດ​ແລ້ວ​ກໍ​ຍິງ​ສັງ​ຫານ​ພວກ​ເດັກ​ນ້ອຍ 19 ຄົນ​ແລະ​ນາຍ​ຄູ​ອີກ 2 ຄົນ.

ຜູ້​ປົກ​ຄອງ​ລັດ​ເທັກ​ຊັ​ສ ທ່ານເກ​ຣັກ ແອບ​ບັອດ ທີ່​ໄດ້​ມີ​ໝາຍ​ກຳ​ນົດ​ຈະ​ໄປ​ກ່າວ​ຄຳ​ປາ​ໄສ​ດ້ວຍ​ຕົວ​ທ່ານ​ເອງ ທີ່ກອງ​ປະ​ຊຸມ​ດັ່ງ​ກ່າວ​ໃນ​ວັນ​ສຸກມື້ນີ້ ໄດ້​ປະ​ກາດ​ຖອນ​ຕົວ​ບໍ່​ໄປ​ຮ່ວມ ແລະ​ຈະ​ເດີນ​ທາງໄປ​ໂຮງຮຽນ​ຢູ​ວາ​ລ​ເດ​ແທນ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແນວ​ໃດ​ກໍ​ຕາມ ຍັງ​ມີ​ໝາຍ​ກຳ​ນົດ​ທີ່​ຈະ​ໄປ​ກ່າວ​ຄຳ​ປາ​ໄສ ທີ່ກອງ​ປະ​ຊຸມ​ເປັນ​ເວ​ລາ 3 ມື້ ຊຶ່ງ​ຈັດ​ຂຶ້ນ​ໂດຍກຸ່ມວິ່ງ​ເຕັ້ນ​ສະ​ໜັບ​ສະ​ໜຸນ​ສິດ​ທິ​ໃນ​ການ​ຖື​ປືນ.

ໃນ​ຂະ​ນະ​ດຽວ​ກັນ ພວກ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ລັດ​ເທັກ​ຊັ​ສ​ກຳ​ລັງ​ປະ​ເຊີນ​ໜ້າ​ ກັບ​ຄຳ​ຖາມ​ທີ່​ຫຍຸ້ງ​ຍາກ ກ່ຽວ​ກັບ​ການ​ຮັບ​ມື​ຂອງ​ພວກ​ເຂົາ​ເຈົ້າ ແລະ​ໄລ​ຍະ​ເວ​ລາ​ອັນ​ຍືດ​ຍາວ ກ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ບຸກ​ເຂົ້າ​ໄປ​ໃນ​ໂຮງ​ຮຽນ​ແລະ​ປະ​ເຊີນ​ໜ້າ​ກັບ​ມື​ປືນ​ອາ​ຍຸ 18 ປີ ທ້າວຊາ​ລ​ວາ​ດໍ ຣາມອ​ສ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ທ້າວ​ຣາມອ​ສ ຊຶ່ງອອກ​ຈາກ​ໂຮງ ຮຽນ​ມັດ​ທະ​ຍົມ​ປາຍ​ກ່ອນ​ຮຽນ​ຈົບ ໄດ້​ຢູ່​ໃນ​ໂຮງ​ຮຽນ​ປະ​ຖົມ​ຣອບ​ເປັນ​ເວ​ລາ 40 ນາ​ທີ ຫາ​ນຶ່ງ​ຊົ່ວ​ໂມງ ກ່ອນ​ທີ່​ຕຳ​ຫຼວດ​ຈະ​ບຸກ​ເຂົ້າ​ໄປ​ໃນ​ຫ້ອງ​ຮຽນ​ຊັ້ນ ປ. 4 ບ່ອນ​ທີ່​ມື​ປືນ​ໄດ້​ສັງ​ຫານ 21 ຄົນ.

ພວກ​ທີ່​ເຫັນ​ເຫດ​ການ​ກ່າວ​ວ່າ ພວກ​ພໍ່​ແມ່​ເດັກ​ນ້ອຍ​ທີ່​ຕົກ​ຄ້າງ​ຢູ່​ຂ້າງ​ໃນ​ໂຮງ​ຮຽນ ຊຶ່ງ​ຕັ້ງ​ຢູ່​ໃນ​ຄຸ້ມ​ບ້ານ​ເຮືອນ​ຂອງ​ປະ​ຊາ​ຊົນ ແລະ​ມີ​ຜູ້​ຄົນ​ໄປ​ເຕົ້າ​ໂຮມ​ກັນ​ໃນ​ຕອນທ່ຽງ​ຂອງວັນ​ອັງ​ຄານ ໄດ້​ພາ​ກັນ​ຮ້ອງ​ໃສ່​ຕຳ​ຫຼວດ​ໃຫ້​ບຸກ​ເຂົ້າ​ໄປ​ໃນ​ໂຮງ​ຮຽນ​ແລະ​ໃຫ້​ຍຸ​ຕິ​ການ​ສັງ​ຫານ​ໝູ່​ທີ່ນັ້ນ.

ນຶ່ງ​ໃນ​ບັນ​ດາ​ຜູ້​ທີ່​ເຫັນ​ເຫດ​ການ​ຢູ່ນອກ​ໂຮງ​ຮຽນ ແມ່ນ​ທ້າວ​ຮວນ ກາ​ຣານ​ຊາ ອາ​ຍຸ 24 ປີ ທີ່​ແນມ​ເບິ່ງ​ເຫດ​ການ​ຈາກ​ຂ້າງນອກ​ເຮືອນ​ຂອງ​ລາວ ທີ່​ຢູ່​ຟາກ​ທາງນັ້ນ ກ່າວ​ວ່າ ມີ​ພວກ​ແມ່​ຍິງ​ຮ້ອງ​ໃສ່​ຕຳ​ຫຼວດ ໃຫ້ “ບຸກ​ເຂົ້າ​ໄປ! ບຸກ​ເຂົ້າ​ໄປ!”

ຕຳ​ຫຼວດ​ໄດ້​ໃຫ້​ລາຍ​ລະ​ອຽດ​ໃນ​ວັນ​ພະ​ຫັດ​ວານນີ້​ກ່ຽວ​ກັບ​ໄລ​ຍະ​ເວ​ລາ​ຂອງ​ການ​ຍິງ​ກັນ​ທີ່​ເກີດ​ຂຶ້ນ. ທ່ານ​ວິກ​ເຕີ ເອ​ສ​ກາ​ລອນ ຜູ້​ອຳ​ນວຍ​ການ​ປະ​ຈຳ​ເຂດ ພະ​ແນກ​ຮັກ​ສາ​ຄວາມ​ປອດ​ໄພ​ສາ​ທາ​ລະ​ນະ​ຊົນ​ຂອງ​ລັດ​ເທັກ​ຊັ​ສ ກ່າວ​ວ່າ ທ້າວ​ຣາມອ​ສ ໄດ້ເຂົ້າ​ໄປ​ໃນ​ໂຮງ​ຮຽນ​ທາງ​ປະ​ຕູ​ທີ່​ບໍ່​ໄດ້​ໃສ່​ກະ​ແຈ ໂດຍ​ບໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ໂຮງ​ຮຽນ ຊຶ່ງ​ຂັດ​ກັນ​ກັບ​ລາຍ​ງານ​ໃນ​ຂັ້ນ​ຕົ້ນ.

ຕາມ​ປົກ​ກະ​ຕິ​ແລ້ວ ທາງ​ໂຮງ​ຮຽນ​ຈະ​ມີ​ຍາມ​ຕິດ​ອາ​ວຸດ​ປະ​ຈຳ​ການ​ຢູ່ ແຕ່​ເວ​ລາ​ມື​ປືນ​ໄປ​ຮອດ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ “ບໍ່​ມີ​ຍາມຢູ່​ທີ່ນັ້ນ​ເລີຍ ແລະ​ກໍ​ອາ​ວຸດ” ແລະ​ມືປືນ​ຈຶ່ງ​ສາ​ມາດ​ເຂົ້າ​ໄປ​ໃນ​ໂຮງ​ຮຽນ “ໂດຍ​ບໍ່​ມີ​ການ​ຂັດ​ຂວາງ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເອ​ສ​ກາ​ລອນ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG