ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກສະໜັບສະໜຸນ ການຄວບຄຸມປືນ ເດີນຂະບວນ ໃນວໍຊິງຕັນ (ສະໄລດ໌)


ການເດີນຂະບວນ ໃນນະຄອນຫລວງວໍຊິງຕັນຂອງ ພວກສະໜັບສະໜຸນໃຫ້ມີການຄວບຄຸມປືນ ໃນວັນເສົາ ທີ 26 ມັງກອນ 2013
ການເດີນຂະບວນ ໃນນະຄອນຫລວງວໍຊິງຕັນຂອງ ພວກສະໜັບສະໜຸນໃຫ້ມີການຄວບຄຸມປືນ ໃນວັນເສົາ ທີ 26 ມັງກອນ 2013
ພວກສະໜັບສະໜຸນໃຫ້ມີການຄວບຄຸມປືນ ໄດ້ພາກັນເດີນຂະ
ບວນ ໃນນະຄອນຫລວງວໍຊິງຕັນ ໃນວັນເສົາວານນີ້ ຊຶ່ງແມ່ນ
ພຽງບໍ່ເທົ່າໃດມື້ ກ່ອນທີ່ສະພາສູງ ຈະເລີ້ມຮັບຟັງຄໍາໃຫ້ການ
ກ່ຽວກັບການອອກກົດໝາຍຄວບຄຸມປືນ.

ພວກເດີນຂະບວນຫລາຍຄົນ ໃນກຸ່ມທີ່ພາກັນໄປໂຮມຊຸມນຸມ
ໃນວັນເສົາ ວານນີ້ ໄດ້ຖືປ້າຍທີ່ມີຊື່ຂອງພວກທີ່ໄດ້ຮັບເຄາະ
ຮ້າຍ ຈາກການກໍ່ອາຊະຍາກໍາດ້ວຍປືນ.

ປະຊາຊົນກຸ່ມນຶ່ງ ທີ່ມາຈາກເມືອງ Newtown ໃນລັດ
Connecticut ບ່ອນທີ່ເດັກນ້ອຍນັກຮຽນ 20 ຄົນ ແລະຜູ້ໃຫຍ່
ອີກ 6 ຄົນ ຖືກຍິງຕາຍ ໃນໂຮງຮຽນປະຖົມແຫ່ງນຶ່ງ ໃນເດືອນ
ທັນວາ ທີ່ຜ່ານມານັ້ນ ກໍໄດ້ເຂົ້າ ຮ່ວມໃນການໂຮມຊຸມນຸມປະ
ທ້ວງທີ່ສະໜາມຫລວງ ເຊັ່ນກັນ.

ນັບຕັ້ງແຕ່ໄດ້ມີການເສຍຊີວິດໃນລັດ Connecticut ເປັນຕົ້ນມາ ປະທານາທິບໍດີບາຣັກ ໂອບາມາ ໄດ້ເຊັນຄໍາສັ່ງໃຫ້ດໍາເນີນການ 23 ສະບັບ ແລະໄດ້ຮຽກຮ້ອງໃຫ້ລັດຖະສະພາ ສະຫະລັດ ຮັບຜ່ານກົດໝາຍໃໝ່ ຫລາຍສະບັບ ເພື່ອແນໃສ່ແກ້ໄຂຄວາມຮຸນແຮງ ຈາກ ການໃຊ້ປືນ.

ມາດຕະການທີ່ໄດ້ສະເໜີໄປນັ້ນ ລວມມີ ການເກືອດຫ້າມການໃຊ້ປືນ ປະ ເພດທີ່ໃຊ້ໂດຍ ທະຫານ ທີ່ມີຂະໜາດແຮງ ແລະປິດຊ່ອງຫວ່າງທີ່ເຮັດໃຫ້ພວກຊື້ປືນຫລາຍຄົນ ຫລີກລ່ຽງ ການກວດກາປະຫວັດພື້ນຖານໄດ້.

ປະມວນພາບການປະທ້ວງ ທີ່ນະຄອນວໍຊິງຕັນ:

XS
SM
MD
LG