ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊຸດກົ​ດຫມາຍ ຄວບຄຸມປືນ ອາດຈະເຂົ້າ​ສູ່ ເວ​ທີ​ລົງ​ຄະ​ແນນ​ສຽງຂອງ ສະພາສູງ ສະຫະລັດ ໃນ​ທ້າຍ​ອາ​ທິດນີ້


ຜູ້ນໍາສຽງສ່ວນຫຼາຍຂອງສະພາສູງສະຫະລັດ, ທ່ານ Chuck Schumer, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ​ນິວຢອກ ໂດຍມີສະ​ມາ​ຊິກ​ສະ​ພາ​ສູງ Chris Murphy ຢູ່​ທາງ​ຂ້າງກ່າວ​ຕໍ່​ພ​ວກ​ນັກ​ຂ່າວ ພາຍ​ຫລັງ​ມີ​ການ​ປະ​ຊຸມ​ປິດ​ລັບໃນ​ເວ​ລາ​ກິນ​ເຂົ້າ​ທ່ຽງ ຢູ່​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ໃນວັນ​ທີ 14 ມິ​ຖຸ​ນາ, 2022.
ຜູ້ນໍາສຽງສ່ວນຫຼາຍຂອງສະພາສູງສະຫະລັດ, ທ່ານ Chuck Schumer, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ​ນິວຢອກ ໂດຍມີສະ​ມາ​ຊິກ​ສະ​ພາ​ສູງ Chris Murphy ຢູ່​ທາງ​ຂ້າງກ່າວ​ຕໍ່​ພ​ວກ​ນັກ​ຂ່າວ ພາຍ​ຫລັງ​ມີ​ການ​ປະ​ຊຸມ​ປິດ​ລັບໃນ​ເວ​ລາ​ກິນ​ເຂົ້າ​ທ່ຽງ ຢູ່​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ໃນວັນ​ທີ 14 ມິ​ຖຸ​ນາ, 2022.

ບັນດາສະມາຊິກລັດຖະສະພາສະຫະລັດສາມາດອາດຈະນໍາເອົາຊຸດກົ​ດຫມາຍ ຄວບຄຸມປືນທີ່ເຂັ້ມງວດຂຶ້ນ ທີ່​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ສອງ​ພັກການເມືອງ ເຂົ້າ​ສູ່ເວ​ທີ​ລົງ​ຄະ​ແນນ​ສຽງຂອງສະພາສູງສະຫະລັດໂດຍ​ໄວໃນທ້າຍ ອາທິດນີ້, ອີງ​ຕາມ ຜູ້ນໍາສຽງສ່ວນຫຼາຍຂອງສະພາສູງສະຫະລັດ, ທ່ານ​ຈ​ຊັກ ຊຸມ​ເມີ (Chuck Schumer) ທີ່ ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້.

ທ່ານຊຸມ​ເມີ ກ່າວ​ວ່າ “ຂໍ້​ຕົກລົງ​ດັ່ງກ່າວ​ເປັນ​ບາງ​ສິ່ງ​ບາງ​ຢ່າງ ທີ່​ຫລາຍ​ຄົນ​ເຊື່ອ​ວ່າ ​ເປັນ​ໄປບໍ່​ໄດ້ໃນ​ບໍ່​ເທົ່າ​ໃດ​ອາທິດກ່ອນ​ໜ້າ​ນີ້​, ​ແຕ່​ພວກ​ສັງ​ກັດພັກ​ເດ​ໂມ​ແຄຣັດ ​ແລະ​ສະມາຊິກ​ພັກຣີພັບ​ບລິ​ກັນ​ຈຳນວນ​ນຶ່ງ ​ກ່າວ​ວ່າ ພວກ​ເຮົາ​ຕ້ອງໄດ້​ພະຍາຍາມ.”

ສະມາຊິກພັກເດໂມແຄຣັດ 10 ທ່ານ ແລະສະມາຊິກພັກຣີພັບບລີກັນ 10 ທ່ານ ໄດ້ຕົກລົງກັນໃນທ້າຍອາທິດແລ້ວ ນີ້ ກ່ຽວກັບກອ​ບ​ຂອງຂໍ້ຕົກລົງທີ່​ວ່າ ຖ້າຖືກ​ຮັບ​ຮອງ​ເອົາ ມັນຈະສະໜອງທຶນໃຫ້ແກ່ການ​ຮັກ​ສາຄວາມປອດໄພຂອງ ໂຮງຮຽນ ແລະການບໍລິການສຸຂະພາບຈິດ ໃນຂະນະທີ່ຊຸກຍູ້ໃຫ້ລັດຕ່າງໆ ຂະຫຍາຍກົດໝາຍທີ່​ມີ​ສັນ​ຍານ​ເຕືອນ ຫລື ທຸງແດງ.

ທ່ານຊຸມ​ເມີ ກ່າວອີກວ່າ ຊຸດກົດ​ໝາຍດັ່ງກ່າວ ຈະເປັນຕົວແທນຂອງຄວາມພະ ຍາຍາມຢ່າງ​ຫລວງຫຼາຍຂອງລັດ ຖະສະພາ ໃນ​ການ​ເຮັດນິ​ຕິ​ກຳຄວບຄຸມປືນ ນັບຕັ້ງແຕ່ມີ​ກົດ​ໝາຍ​ແບ​ຣດ​ດີ ບີ​ລ (Brady Bill) ທີ່ໄດ້ກໍານົດໄລຍະ ເວລາ ລໍຖ້າຫ້າມື້ ກ່ອນຈະຂາຍປືນສັ້ນໃຫ້​ຜູ້​ຊື້​ ເມື່ອ 28 ປີກ່ອນ. ທ່ານ ຊຸມ​ເມີ ເປັນ​ຜູ້ຮ່ວມໃນການຂຽນຮ່າງ​ກົດ​ໝາຍນັ້ນ.

ທ່ານຊຸມ​ເມີ ກ່າວຕໍ່​ໄປວ່າ "ຂໍ້ຕົກລົງນີ້ຈະເສີມຂະຫຍາຍການກວດສອບປະຫວັດ ສໍາລັບຜູ້ທີ່ມີອາຍຸຕໍ່າກວ່າ 21 ປີ, ຊ່ວຍໃຫ້ລັດຕ່າງໆ ມີກົດໝາຍທີ່​ສົ່ງ​ສັນ​ຍານ​ເຕືອນ ຫລື ທຸງແດງ ຂອງພວກເຂົາເຈົ້າ ເພື່ອປ້ອງກັນເຫດການຍິງກັນ ກ່ອນ ທີ່ມັນຈະເກີດຂຶ້ນ, ແລະຈະເຮັດໃຫ້ຜູ້ທີ່​ທຳ​ການທາ​ລຸນໃນຄອບ​ຄົວ ຮຽກ​ຮ້ອງ​ເອົາອາວຸດ ຍາກຂຶ້ນກວ່າເກົ່າ ໂດຍການປິດຊ່ອງຫວ່າງທີ່​ກ່ຽວ​ຂ້ອງ​ກັບ​ແຟນຝ່າຍຊາຍ."

ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ​ໃນ​ສະ​ພາ​ສູງ​, ທ່ານມິ​ສ ແມັກ​ຄອນ​ແນ​ລ (Mitch McConnell) ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ຖ້າ​ເນື້ອ​ໃນທາງ​ນິ​ຕິ​ບັນ​ຍັດຂອງຮ່າງ​ກົດ​ໝາຍນີ້ ​ສະ​ແດງ​ໃຫ້​ເຫັນກອ​ບອັນ​ນັ້ນ​ແທ້ ທ່ານ​ຈະ​ຮູ້​ສຶກ​ສະ​ບາຍໃຈ ທີ່​ຈະ​ລົງ​ຄະ​ແນນ​ສຽງຮັບ​ຮອງ​ເອົາ​ກົດ​ໝາຍ​ໃໝ່​ເຫຼົ່າ​ນີ້.

ຄວາມ​ພະຍາຍາມ​ດັ່ງກ່າວ​ ໄດ້​ເຂົ້າມາຮ່ວມກັນ​ຫລັງ​ຈາກ​ການ​ຍິງ​ສັງຫານ​ໝູ່ ​ທີ່​ໄດ້​ສັງຫານ​ຊາວ​ອາ​ເມຣິກັນ​ຫລາຍ​ສິບ​ຄົນ—​ໃນ​ນັ້ນ​ ມີພວກ​ເດັກນ້ອຍ​ຫລາຍ​ຄົນ — ດ້ວຍ​ການໄດ້​ມາ​ຢ່າງຖືກຕ້ອງຕາມ​ກົດໝາຍ ທີ່ເປັນອາວຸດໃນ​ລະ​ດັບ​ທະຫານ.

ປະທານາທິບໍດີໂຈ ໄບ​ເດັນ ກ່າວໃນຖະແຫຼງການສະ​ບັບ​ນຶ່ງ ໃນວັນອາທິດຜ່ານ​ມາວ່າແຜນການດັ່ງ​ກ່າວ "ບໍ່ໄດ້ເຮັດທຸກຢ່າງທີ່ຂ້າພະເຈົ້າຄິດວ່າຕ້ອງໄດ້​ເຮັດ ແຕ່ມັນສະທ້ອນໃຫ້ເຫັນເຖິງບາດກ້າວທີ່ສໍາຄັນທີ່​ໄປໃນ ທິດທາງທີ່ຖືກຕ້ອງ ແລະຈະເປັນນິ​ຕິ​ກຳກ່ຽວ​ກັບຄວາມປອດໄພໃນ​ການ​ໃຊ້ປືນທີ່ສໍາຄັນທີ່ສຸດ ທີ່ເອົາຜ່ານ​ລັດ​ຖະ​ສະ​ພາ ໃນຮອບຫຼາຍສິບປີ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກ​ິດ

XS
SM
MD
LG