ມືປືນທີ່ໃສ່ໜ້າກາກ ໄດ້ພາກັນຍິງໃສ່ ພວກປະທ້ວງ ທີ່ພາກັນ
ກາງເຕ້ນ ຕັ້ງຄ້າຍ ຢູ່ໃນເມືອງຫລວງຂອງອີຈິບ ເຮັດໃຫ້ມີຜູ້
ໄດ້ຮັບບາດເຈັບ 9 ຄົນ ໃນຂະນະທີ່ພວກສະໜັບສະໜູນ
ແລະຕໍ່ຕ້ານ ປະທານາທິບໍດີ Mohamed Morsi ຕຽມທໍາ
ການໂຮມຊຸມນຸມປະທ້ວງຕ້ານກັນຄັ້ງໃຫຍ່.
ເຈົ້າໜ້າທີ່ ແລະຜູ້ເຫັນເຫດການກ່າວວ່າ ພວກມືປືນ ທີ່ບໍ່ຮູ້ວ່າແມ່ນໃຜ ພາກັນຍິງໃສ່ພວກປະທ້ວງທີ່ຈະຕຸລັດ Tahrir ໃນກຸງໄຄໂຣ ໃນຕອນເຊົ້າໆວັນອັງຄານມື້ນີ້. ຕົກມາເຖິງທ່ຽງວັນ ຈະຕຸລັດດັ່ງກ່າວແມ່ນມີ ຄວາມສະຫງົບ ເຕ້ນກໍຍັງມີຢູ່ໃນບໍລິເວນໃຈກາງຈະຕຸລັດ ແລະຈໍາ ນວນຜູ້ຄົນຢູ່ໃນບໍລິເວນນັ້ນ ຄ່ອຍໆເພີ້ມທະວີຂື້ນມາ.
ບັນດາຜູ້ນໍາຝ່າຍຄ້ານ ກໍາລັງພາກັນກົດດັນໃຫ້ ທ່ານ Morsi ຍົກເລີກແຜນການລົງປະຊາມະຕິ ກ່ຽວກັບຮ່າງລັດຖະທໍາມະນູນສະບັບໃໝ່ ທີ່ໄດ້ກໍນົດໃສ່ວັນເສົາຈະມານີ້.
ທາງກຸ່ມ National Salvation Front ຝ່າຍຄ້ານ ທີ່ນໍາໂດຍພວກຫົວເສລີນິຍົມ ອັນມີ
ຮວມທັງ ທ່ານ Mohamed El Baradel ແລະ Amr Moussa ນັ້ນ ໄດ້ຮຽກຮ້ອງໃຫ້ຜູ້ສະໜັບສະໜູນ ພາກັນເດີນຂະບວນປະທ້ວງໄປຍັງ ທໍານຽບປະທານາທິບໍດີ ໃນກຸງໄຄໂຣ ໃນວັນອັງ ຄານນີ້. ເຂົາເຈົ້າເວົ້າວ່າ ຮ່າງລັດຖະທໍາມະນູນດັ່ງກ່າວ ບໍ່ຕາງໜ້າ ປະຊາ
ຊົນອີຈິບ ຢ່າງເໝາະສົມ.
ແຕ່ ທ່ານ Morsi ບໍ່ຍອມຍົກເລີກການລົງປະຊາມະຕິ. ໃນມື້ວັນຈັນ ທ່ານໄດ້ໃຫ້ອໍານາດພວກທະຫານ ຈັບກຸມບັນດາພົນລະເຮືອນໄດ້ ອັນເປັນພາກສ່ວນນຶ່ງຂອງດໍາລັດ ເພື່ອຊ່ວຍຮັກສາຄວາມສະຫງົບໃນການລົງປະຊາມະຕິ. ດໍາລັດດັ່ງກ່າວສັ່ງໃຫ້ທະຫານ ປະຕິບັດ
ໜ້າທີ່ສະໜັບ ສະໜຸນຕໍາຫລວດ ເພື່ອປົກປ້ອງ “ບັນດາສະຖາບັນທີ່ສໍາຄັນຕ່າງໆ.”
ມີກໍາລັງທະຫານປະຈໍາການຢ່າງຫລວງຫລາຍ ຢູ່ໃນກຸງໄຄໂຣ ລ່ວງໜ້າ ການເດີນຂະບວນ ທີ່ມີການວາງແຜນໄວ້ນັ້ນ.