ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດພາຄີ ເຂດອ່າວເປີເຊຍ ຫາ​ຄວາມ​ໝັ້ນ​ໃຈ ​ຈາກ​ສະຫະລັດ


Gulf Partners to Seek US Reassurances at Summit
please wait

No media source currently available

0:00 0:02:51 0:00

ເບິ່ງລາຍງານ ເລື່ອງນີ້

ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ເປັນ​ເຈົ້າພາບ ຈັດ​ກອງ​ປະຊຸມ
ສຸດ​ຍອດ ຫົກປະ​ເທດສະມາຊິກ​ທີ່​ນຳພາ​ໂດຍ​ນິກາຍ​ຊູ​ນີ ຂອງ
ສະພາ​ຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ ​ໃນ​ອາທິດ​ນີ້ ທີ່​ຄາດ​ກັນ​ວ່າ ຈະ
​ເພັ່ງ​ເລັງ​ໃສ່​ເລື່ອງ ຄວາມ​ພະຍາຍາມ​ ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ
​ດ້ານ​ນິວ​ເຄລຍ ກັບ​ອີຣ່ານ ​ແລະ ການມີ​ສ່ວນ​ພົວພັນ​ຂອງ​ອີຣ່ານ
ຢູ່​ໃນ​ເຢເມັນ ຈົນຮອດ ຊີ​ເຣຍ.

ສຳ​ຫລັບ​ບັນດາ​ຜູ້ນຳຂອງ​ປະ​ເທດ​ໃນ​ອ່າວ​ເປີ​ເຊຍ ​ພາບ​ຂອງ​
ພວກ​ກະບົດ Houthi ທີ່​ສະໜັບ​ສະ​ໜຸນ​ໂດຍ​ອີຣ່ານ ​ບຸກຢຶດ​ເອົາ
ນະຄອນຫລວງ Sana’a ຂອງ​ເຢ​ເມັນ ​ແລະ ​ຂັບ​ໄລ່​ລັດຖະບານ
​ທີ່ສະໜັບ​ສະ​ໜຸນ​ໂດຍສະຫະລັດ​ອອກ​ໄປນັ້ນ ​ແມ່ນເປັນ​ຮ່ອງຮອຍ
ຂອງໄພ​ຂົ່ມ​ຂູ່​ທີ່​ເພີ້​ມທະວີຂຶ້ນຈາກ​ອີຣ່ານ ​ແລະ ​ເຂົາ​ເຈົ້າມາ​ຮ່ວມ ໃນກອງ​ປະຊຸມ​ສຸດ​ຍອດ
ຄັ້ງ​ນີ້ ​ເພື່ອ​ຫາ​ຄວາມ​ໝັ້ນ​ໃຈ ​ຈາກ​ສະຫະລັດ.

ເອກອັກຄະລັດຖະທູດ ສະຫະລັດ ອາຣັບເອເມີເຣັສ ປະຈຳສະຫະລັດ ທ່ານ Yousef Al Otaiba
ເອກອັກຄະລັດຖະທູດ ສະຫະລັດ ອາຣັບເອເມີເຣັສ ປະຈຳສະຫະລັດ ທ່ານ Yousef Al Otaiba

ຂໍ້​ໂຕ້​ແຍ້​ງຂອງປະທານາທິບໍດີ ​ໂອ​ບາ​ມາ ກໍ​ແມ່ນ​ວ່າ ການ​
ເຈລະຈາ​ ເລື່ອງ​ການ​ເຮັດ​ຂໍ້​ຕົກລົງ ນິວ​ເຄລຍກັບ​ອີຣ່ານນັ້ນ
ໃນໂຕມັນ​ເອງແລ້ວ ກໍ​ແມ່ນຈະໝາຍເຖິງ ຄວາມໝັ້ນຄົງ​ສຳ​
ຫລັບ​ເຂົາ​ເຈົ້າ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ ຖ້າ​ໂຄງ​ຮ່າງ
ທີ່​ໄດ້​ ເຫັນພ້ອມ​ນຳກັນ​ແລ້ວ​ນັ້ນ ​ ນຳ​ໄປ​ສູ່​ຂໍ້​ຕົກລົງ​ສຸ​ດທ້າຍ
ຢ່າງ​ຄົບ​ຖ້ວນ​ແລ້ວ ມັນກໍ​ຈະ​ເຮັດ​ ໃຫ້​ປະ​ເທດ​ຂອງ​ພວກ​ເຮົາ
ບັນດາ​ພັນທະ​ມິດ ​ແລະ​ໂລກ​ຂອງ​ພວກ​ເຮົາ ປອດ​ໄພ​ຂຶ້ນ.”

Yemen US Saudi Summit
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG