ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຂອງ ຖານເຈາະ ຕົກລົງຈ່າຍ ຄ່າປັບໃໝ ຫຼາຍກວ່າ 1 ພັນລ້ານ ໂດລາ


ທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທຳສະຫະລັດ
ທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທຳສະຫະລັດ
ເຈົ້າຂອງຖານເຈາະນໍ້າມັນທີ່ເກີດລະເບີດຢູ່ອ່າວເມັກຊິໂກໃນປີ
2010 ແລະ ພາໃຫ້ ມີນໍ້າມັນຮົ່ວໄຫຼ ຮ້າຍແຮງສຸດ ໃນປະຫວັດ
ສາດຂອງສະຫະລັດນັ້ນ ຈະຈ່າຍຄ່າ ປັບໃໝເປັນເງິນຫຼາຍກວ່າ
1 ພັນລ້ານໂດລາ.

ພາຍໃຕ້ການຕົກລົງກັບກະຊວງຍຸຕິທຳຂອງສະຫະລັດ ບໍລິສັດ
Transocean Deepwater ຮັບຮູ້ ໃນວັນພະຫັດ ວານນີ້ວ່າ ມັນເປັນຄວາມຜິດທາງອາຍາ ທີ່ຕົນບໍ່ໄດ້ທຳການສືບສວນເບິ່ງ
ຫຼັກຖານທີ່ວ່າ ທໍ່ນໍ້າມັນໃຕ້ທະເລເລິກບໍ່ໄດ້ມີຄວາມແໜ້ນໜາ
ປອດໄພ. ນອກນັ້ນ ບໍລິສັດດັ່ງກ່າວຍັງຍອມຮັບຜິດວ່າ ຕົນໄດ້
ລະເມີດກົດໝາຍນໍ້າສະອາດຂອງລັດຖະບານກາງ.

ບໍລິສັດ Transocean ຈະຈ່າຍຄ່າປັບໃໝດ້ານແພ່ງ ດ້ານອາ
ຍາແລະອື່ນໆອີກ ເປັນເງິນ 1 ພັນ 400 ລ້ານໂດລາ. ເງິນຈຳນວນດັ່ງກ່າວນີ້ຈະຖືກນຳໄປ ໃຊ້ສຳລັບຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກນໍ້າມັນຮົ່ວໃນບໍລິເວນອ່າວເມັກຊິໂກຮວມທັງ ບ່ອນຢູ່ອາໄສຂອງນົກແລະສັດປ່ານໍາດ້ວຍ.

ທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ກ່າວວ່າ ການຕົກລົງກັນ ໃນວັນພະຫັດວານນີ້ ແມ່ນບາດກ້າວທີ່ສຳຄັນ ໃກ້ຄຽງກັບຄວາມຍຸຕິທຳສຳລັບມະນຸດ ໃນ ຄວາມຄາດເຄື່ອນຂອງສິ່ງແວດລ້ອມແລະເສດຖະມິຕິທີ່ເກີດຈາກການຮົ່ວໄຫຼຂອງນໍ້າມັນ.

ຖານເຈາະນໍ້າມັນ ຢູ່ນອກແຄມຝັ່ງຂອງລັດ Louisiana ໄດ້ເກີດລະເບີດຂຶ້ນ ໃນເດືອນເມ ສາປີ 2010 ເຮັດໃຫ້ພວກຄົນງານ 11 ຄົນເສຍຊີວິດ. ເຫດລະເບີດທີ່ວ່ານີ້ ໄດ້ພາໃຫ້ມີນໍ້າ ມັນຮົ່ວໄຫຼແບບຄວບຄຸມບໍ່ໄດ້ຈຳນວນຫຼາຍລ້ານລິດອອກຈາກບໍ່ທີ່ຢູ່ພື້ນທະເລເປັນເວລາ 3 ເດືອນ.

ກ່ຽວຂ້ອງກັນ

XS
SM
MD
LG