ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາລັດຖະມົນຕີ ເຂດອ່າວເປີເຊຍ ໃຫ້ການໜູນຫລັງ ຊາອຸດີ ອາຣາເບຍ ໃນການຂັດແຍ້ງກັບອີຣ່ານ


​​ເລຂາທິການໃຫຍ່ຂອງສະພາການຮ່ວມມືເຂດອ່າວເປີເຊຍ ຫຼື Gulf Cooperation Council ທ່ານ Abdullatif al-Zayani, ປາກົດໂຕ ຢູ່ທີ່ ສຳນັກງານໃຫຍ່ ຂອງສັນນິບາດອາຣັບ ໃນນະຄອນ Cairo ເມື່ອເດືອນກັນຍາ 2014, ກ່າວວ່າ ມັນແມ່ນທັດສະນະຂອງສະພາ ທີ່ອີຣ່ານ "ມີຄວາມຮັບຜິດຊອບ" ສຳລັບການໂຈມຕີຕໍ່ສະຖານການທູດຂອງຊາອຸດີອາຣາເບຍ ເມື່ອບໍ່ດົນມານີ້.
​​ເລຂາທິການໃຫຍ່ຂອງສະພາການຮ່ວມມືເຂດອ່າວເປີເຊຍ ຫຼື Gulf Cooperation Council ທ່ານ Abdullatif al-Zayani, ປາກົດໂຕ ຢູ່ທີ່ ສຳນັກງານໃຫຍ່ ຂອງສັນນິບາດອາຣັບ ໃນນະຄອນ Cairo ເມື່ອເດືອນກັນຍາ 2014, ກ່າວວ່າ ມັນແມ່ນທັດສະນະຂອງສະພາ ທີ່ອີຣ່ານ "ມີຄວາມຮັບຜິດຊອບ" ສຳລັບການໂຈມຕີຕໍ່ສະຖານການທູດຂອງຊາອຸດີອາຣາເບຍ ເມື່ອບໍ່ດົນມານີ້.

ບັນດາລັດຖະມົນຕີ ຂອງສະພາການຮ່ວມມືເຂດອ່າວເປີເຊຍ
ຫຼື GCCໄດ້ສະແດງເຈດຕະນາ ໃຫ້ການສະໜັບສະໜູນ ແກ່
ຊາອຸດີ ອາຣາເບຍ ໃນບັນຫາຂັດແຍ້ງທາງດ້ານການທູດ ກັບ ປະເທດອີຣ່ານທີ່ມີຊາວມຸສລິມນິກາຍຊີໄອອາໄສຢູ່ເປັນສ່ວນ
ໃຫຍ່ນັ້ນ.

ຄະນະດັ່ງກ່າວ ຊຶ່ງປະກອບດ້ວຍ ຊາອຸດີ ອາຣາເບຍ, ບາຫ໌ເຣນ,
ກາຕ້າ, ໂອມານ, ຄູເວດ ແລະ ສະຫະລັດອາຣັບເອເມີເຣັສ ໄດ້
ກ່າວຕຳນິຕິຕຽນ ໃນຖະແຫລງການສະບັບໜຶ່ງ ໃນອັນທີ່ພວກຕົນ
ອະທິບາຍວ່າ ເປັນການແຊກແຊງ ໃນເລື້ອງພາຍໃນຂອງຊາອຸດີ
ອາຣາເບຍ ແລະ ໃນພາກພື້ນ.

Gulf Foreign Ministers
please wait

No media source currently available

0:00 0:00:47 0:00

ເລຂາທິການໃຫຍ່ຂອງ GCC ທ່ານ Abdullatif al-Zayani ໄດ້ກ່າວຫຼັງຈາກເຂົ້າກອງ
ປະຊຸມ ຢູ່ທີ່ນະຄອນຫຼວງຣິຢາດ ວ່າ “ຄະນະລັດຖະມົນຕີ ໄດ້ປຶກສາຫາລືກັນ ເຖິງຜົນ
ສະທ້ອນຂອງການໂຈມຕີ ຕໍ່ສະຖານທູດ ຊາອຸດີ ຢູ່ໃນນະຄອນເຕຫະຣ່ານ ແລະ ກົງສຸນ
ຊາອຸດີ ຢູ່ໃນເມືອງ Mashhad ຂອງອີຣ່ານແລ້ວ. ຄະນະໄດ້ປະນາມຢ່າງແຂງແຮງ ຕໍ່
ການກະທຳຕ່າງໆເຫຼົ່ານັ້ນ ແລະ ໄດ້ກ່າວວ່າ ອີຣ່ານມີຄວາມຮັບຜິດຊອບ ສຳລັບການ
ກະທຳກໍ່ການຮ້າຍເຫຼົ່ານີ້.”

ນອກນັ້ນຊາອຸດີອາຣາເບຍ ຍັງໄດ້ຂໍຮ້ອງໃຫ້ ອົງການການຮ່ວມມືຂອງອິສລາມ ແລະ ສັນ
ນິບາດອາຣັບ ເປີດກອງປະຊຸມ ເພື່ອປຶກສາຫາລືກັນກ່ຽວກັບສະຖານະການນີ້.

ລັດຖະມົນຕີການຕ່າງປະເທດ ຊາອຸດີ ທ່ານ Adel al-Jubeir ໄດ້ກ່າວວ່າ ປະເທດຂອງ
ທ່ານ ຊຶ່ງໄດ້ຕັດສາຍສຳພັນກັບອີຣ່ານໄປແລ້ວ ເມື່ອສັບປະດາຜ່ານມານີ້ ພວມພິຈາລະນາ
ເອົາມາດຕະການຕ່າງໆ ຕື່ມອີກ.

ທ່ານກ່າວວ່າ “ພວກເຮົາກຳລັງເບິ່ງວ່າ ຈະເອົາມາດຕະການໃດຕື່ມອີກ ຖ້າຫາກ ວ່າ
ອີຣ່ານ ສືບຕໍ່ເອົານະໂຍບາຍໃນປັດຈຸບັນນີ້ຢູ່.”

ຄວາມເຄັ່ງຕຶງໄດ້ເພີ້ມສູງຂຶ້ນ ຫລັງຈາກຊາອຸດີອາຣາເບຍ ໄດ້ປະຫານຊີວິດ ຜູ້ນຳນັກສອນ
ສາສະໜາອິສລາມ ນິກາຍຊີໄອ Sheik Nimr al-Nimr ເມື່ອບໍ່ດົນມານີ້. ຫຼັງຈາກທີ່ຣິຢາດ
ໄດ້ປະກາດ ການປະຫານຊີວິດຂອງທ່ານ Nimr ພ້ອມກັນກັບ 46 ຄົນອື່ນໆອີກ ຊຶ່ງໄດ້
ເຮັດໃຫ້ພວກຊາວອີຣ່ານທີ່ທຳການປະທ້ວງໂກດແຄ້ນ ທັບມ້າງເຄື່ອງເຮືອນ ແລະວາງເພີງ
ໃສ່ສະຖານທູດຊາອຸດີອາຣາເບຍ ຢູ່ໃນນະຄອນເຕຫະຣ່ານ ພ້ອມກັນນັ້ນ ພວກເດີນຂະ
ບວນ ຍັງໄດ້ໂຈມຕີກົງສຸນ ຂອງຊາອຸດີ ຢູ່ໃນເມືອງ Mashhad ຂອງອີຣ່ານອີກດ້ວຍ.

ໃນການຕອບໂຕ ຊາອຸດີອາຣາເບຍ ແລະ ບາຫ໌ເຣນ ຊຶ່ງເປັນຊາວມຸສລິມນິກາຍຊີໄອສ່ວນ
ໃຫຍ່ ກໍຕັດສາຍສຳພັນທາງການທູດ ກັບອີຣ່ານເຊັ່ນກັນ. ຄູເວດໄດ້ຮຽກໂຕເອກອັກຄະລັດ ຖະທູດ ຂອງຕົນ ກັບຄືນ ສ່ວນ ສະຫະລັດອາຣັບເອເມີເຣັສ ໄດ້ຫລຸດລະດັບສາຍສຳພັນ
ຂອງຕົນກັບອີຣ່ານລົງ ແລະ ໂອມານ ພ້ອມກັບກາຕ້າ ໄດ້ປະນາມການໂຈມຕີດັ່ງກ່າວນັ້ນ.

XS
SM
MD
LG