ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກ​ຊ່ຽວ​ຊານ ເວົ້າ​ວ່າ ໂຣກທີ່​​ເກີດ​ຈາກ ​ແມ່​ພະ​ຍາດ ກີ​ເນຍ ກຳ​ລັງ​ຈະ​ຖືກ​ດັບ​ສູນ ໃຫ້​ໝົດ​ໄປ​


ເດັກ​ນ້ອຍ​ພວມ​ໄດ້​ຮັບ​ການ​ຮຳ​ບາດ​ແຜ ​ທີ່​ໄຄ່​ພອງ​ຢູ່​ຂາ​ທີ່​ມີແມ່​ພະ​ຍາດກີ​ເນຍ ປາ​ກົດ​ອອກ​ມາ ຈາກ​ພະ​ຍາ​ບານ ໃນ​ສູງ​ກາງ​ຄາ​​ເຕີ ຢູ່​ໃນ​ເມືອງ​ ອາ​ບູຢອງ, ໃນ​ວັນ​ທີ 4 ພະ​ຈິກ, 2010
ເດັກ​ນ້ອຍ​ພວມ​ໄດ້​ຮັບ​ການ​ຮຳ​ບາດ​ແຜ ​ທີ່​ໄຄ່​ພອງ​ຢູ່​ຂາ​ທີ່​ມີແມ່​ພະ​ຍາດກີ​ເນຍ ປາ​ກົດ​ອອກ​ມາ ຈາກ​ພະ​ຍາ​ບານ ໃນ​ສູງ​ກາງ​ຄາ​​ເຕີ ຢູ່​ໃນ​ເມືອງ​ ອາ​ບູຢອງ, ໃນ​ວັນ​ທີ 4 ພະ​ຈິກ, 2010

ມີ​ຄົນ​ປ່ວຍພຽງ 28 ລາຍ​ເທົ່າ​ນັ້ນ ທີ່ເປັນ​ພະ​ຍາດເກີດມາ​ຈາກ​ແມ່​ພະ​ຍາດກີ​ເນຍ ຫລື GWD ໃນ​ປີ​ກາຍນີ້, ອີງ​ຕາມລາຍ​ງານ​ ຂອງສູນ​ກາງຄາ​ເຕີ ທີ່​ຕັ້ງ​ຢູ່​ໃນ​ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ​ວານນີ້.

ອົງ​ການ​ທີ່ບໍ່ຂຶ້ນ​ກັບ​ລັດ​ຖະ​ບານ​ທີ່ສ້າງ​ຕັ້ງ​ຂຶ້ນ​ໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຈີມ​ມີ ຄາ​ເຕີ (Jimmy Carter) ເວົ້າ​ວ່າ ພະ​ຍາດ​ດັ່ງ​ກ່າວ ກຳ​ລັງ​ກ້າວ​ໄປ​ສູ່​ການ​ຖືກ​ດັບ​ສູນ​ ເທື່ອ​ລະ​ເລັກ​ລະ​ໜ້ອຍ.

ສູນ​ກາງຄາ​ເຕີ ເວົ້າ​ວ່າ ມີ​ຄົນ​ປ່ວຍ​ເປັນໂຣກ​ ທີ່​ເກີດມາ​ຈາກ​ແມ່​ພະ​ຍາດກີ​ເນຍ 3 ລ້ານ​ 5 ແສນຄົນຢູ່​ໃນ​ທະ​ວີບ​ອາ​ຟ​ຣິ​ກາ ແລະ​ເອ​ເຊຍໃນ​ແຕ່​ລະ​ປີກ່ອນ​ທີ່​ສູນ​ກາງ​ດັ່ງ​ກ່າວ ​ຈະ​ເອົາ​ບົດ​ບາດ​ໃນ​ການ​ນຳ​ພາ​ໂຄງ​ການ​ກຳ​ຈັດ​ແມ່​ພະ​ຍາດກີ​ເນຍ ໃຫ້​ໝົດ​ໄປໃນປີ 1986.

ທ່ານ ອາ​ດາມ ວາຍ​ສ໌ (Adam Weiss), ອຳ​ນວຍການຂອງ​ໂຄງ​ການ​ດັ່ງ​ກ່າວ​ເວົ້າ​ວ່າ "ສິ່ງ​ເຫລົ່າ​ນີ້ບໍ່​ແມ່ນເປັນ​ພຽງ​ໂຕ​ເລກ​, ມັນ​ເປັນ​ການ​ເວົ້າ​ເຖິງ​ຄົນ." ທ່ານ​ກ່າວ​ອີກວ່າ "ສະ​ນັ້ນ​ແລ້ວ ຈຶ່ງ​ມີ​ອາ​ສາ​ສະ​ໝັກ, ທີ່​ປຶກ​ສາ​ດ້ານ​ເທັກ​ນິກ ແລະ​ພະ​ນັກ​ງານ​ຫລາຍ​ສິບ​ພັນ​ຄົນ ລົງໄປເຮັດ​ວຽກຢູ່​ໃນ​ຫລາຍໆ ພັນ​ໝູ່​ບ້ານ ເພື່ອ​ຊອ​ກ​ຫາ ແລະ​ຈຳ​ກັດຄົນປ່ວຍ​ ເປັນ​ພະ​ຍາດ​ທີ່ພາ​ໃຫ້​ລຳ​ບາກນີ້ລາຍ​ສຸດ​ທ້າຍ ບໍ່​ໃຫ້​ໄປ​ຕິດໃສ່​ຜູ້​ອື່ນ ແລະສະ​ແດງ​ໃຫ້​ຄົນ​ຮູ້​ຈັກ​ວິ​ທີ ທີ່​ຈະ​ກຳ​ຈັດ​ມັນ​ໃຫ້​ໝົດ​ໄປໃນ​ທັນ​ທີ ແລະ​ກຳ​ຈັດ​ໃຫ້ໝົດ​ໄປສຳ​ລັບ​ທຸກ​ຄົນ."

ມະ​ນຸດແລະ​ສັດ ຕິດ​ໂຣກ​ທີ່ເກີດ​ມາຈາກ​ແມ່​ພະ​ຍາດກີ​ເນຍໄດ້ ຍ້ອນ​ການ​ດື່ມ​ນ້ຳ ທີ່​ປົນເປື້ອນ​ໄປ​ດ້ວຍໂຕ​ສັດ​ນ້ອຍໆ ທີ່​ມີ​ດັກ​ແດ້​ຂອງ​ແມ່ພະ​ຍາດ​ຢູ່​ໃນ​ນັ້ນ. ດັກ​ແດ້ນັ້ນ ຈະ​ປະ​ສົມ​ພັນ​ກັນ​ຢູ່​ໃນ​ຮ່າງ​ກາຍ ​ຂອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ແລະ​ພາຍ​ຫລັງ​ທີ່ໂຕ​ຜູ້ເສຍ​ຊີ​ວິດ​ໄປ, ໂຕ​ແມ່​ກໍ​ຈະ​ປາ​ກົດ​ອອກ​ມາ​ໃຫ້​ເຫັນ ​ຢູ່​ໃນ​ຕຸ່ມ​ໄຂ່​ພອງ ຢູ່​ເທິງ​ຜີວ​ໜັງ ແລະ​ກໍ​ສາ​ມາດຖືກ​ດຶງ​ອອກ​ມາ​ໄດ້​ພຽງ​ແຕ່ເທື່ອ​ລະ​ເລັກ ລະ​ໜ້ອຍ.

ໂຣກ​ທີ່​ເກີດ​ຈາກ​ແມ່​ພະ​ຍາດກີ​ເນຍບໍ່​ຄ່ອຍ​ຈະ​ພາ​ໃຫ້​ເສຍ​ຊີ​ວິດ. ແຕ່​ວ່າ ສູນ​ກາງ​ຄາ​ຣ໌​ເຕີ ເວົ້າ​ວ່າມັນ​ອາດ​ຈະ​ເຮັດ​ໃຫ້​ຜູ້​ໄດ້​ຮັບ​ເຄາະ​ຮ້າຍບໍ່​ສາ​ມາດໄປເຮັດ​ວຽກ, ເຮັດ​ງານ​ໄດ້​ ເປັນ​ຫລາຍ​ເດືອນ, ຊຶ່ງ​ເປັນ​ສິ່ງ​ທີ່​ພວກ​ຊາວ​ບ້ານ ທີ່​ເຮັດ​ວຽກ​ໄຮ່ ກາ​ນ​ນາ ຫລື​ໄປ​ໂຮງ​ຮຽນບໍ່​ສາ​ມາດ​ຂາດ​ໄດ້.

ບໍ່​ມີ​ຢາ​ປ້ອງ​ກັນ​ພະ​ຍາດ​ທີ່​ກັນ GWD ໄດ້ແລະ​ກໍ​ບໍ່​ມີ​ຢາ​ປົວ​ພະ​ຍາດນີ້​ໄດ້ເຊັ່ນ ກັນ.

ແຕ່​ວ່າ ພະ​ຍາດ​ດັ່ງ​ກ່າວ ສາ​ມາດ​ປ້ອງ​ກັນ​ໄດ້​ໂດຍ​ການ​ສອນໃຫ້ປະ​ຊາ​ຄົມ​ຕ່າງໆ ໃຫ້​ຮູ້ຈັກ​ວິ​ທີຕອງ​ນ້ຳ ແລະ​ເອົາ​ຄົນ​ປ່ວຍ ແລະ​ສັດ​ທີ່​ເປັນ​ພະ​ຍາດນີ້ ໃຫ້​ອອກ​ໄປ​ຫ່າງ​ຈາກ​ແຫລ່ງ​ນ້ຳ.

ເຖິງ​ແມ່ນ​ວ່າ ​ໂຣກ​ທີ່​ເກີດ​ຈາກ​ແມ່​ພະ​ຍາດກີ​ເນຍ ອາດ​ຈະ​ໃກ້​ຈະ​ຖືກ​ດັບ​ສູນ​ໃຫ້​ໝົດ​ໄປ​ແລ້ວ​ກໍ​ຕາມ, ສູນ​ກາງ​ຄ​າ​ເຕີ ເວົ້າ​ວ່າ ຍັງ​ມີ​ສັດ​ທີ່​ເປັນ​ພະ​ຍາດນີ້​ຢູ່​ຫລາຍ​ພັນ​ລາຍ ໃນ​ຫລາຍ​ປະ​ເທດ​ຢູ່​ທະ​ວີບ​ອາ​ຟ​ຣິ​ກາ ບ່ອນ​ທີ່ ຄວາມ​ຮຸນ​ແຮງ ແລະ​ການ​ຂາດ​ສະ​ຖຽນ​ລະ​ພາບເຮັດ​ໃຫ້​ການ​ປ້ອງ​ກັນ​ພະ​ຍາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ພົບ ​ຄວາມຫຍຸ້ງຍາກນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG