ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພັກ​ຝ່າຍ​ຄ້ານ ທີ່ສຳຄັນ ຂອງ Guinea ຮຽກຮ້ອງໃຫ້ມີ ການເລືອກຕັ້ງໃໝ່


Guinea Elections
please wait
Embed

No media source currently available

0:00 0:01:39 0:00

ຜູ້ນຳ​ຂອງພັກ​ຝ່າຍ​ຄ້ານທີ່ສຳຄັນຂອງ Guinea ​ສະຫະພາບ​ກຳ
ລັງເພື່ອປະຊາທິປະໄຕ ໄດ້ຮຽກຮ້ອງ ໃຫ້ມີການເລືອກຕັ້ງໃໝ່
ໂດຍກ່າວວ່າ ໄດ້ມີການສໍ້ໂກງຄະແນນໃນການປ່ອນບັດເລືອກ
ຕັ້ງປະທານາທິບໍດີໃນວັນອາທິດແລ້ວນີ້.

ທ່ານ Cellou Dalein Diallo ກ່າວ​ວ່າ ​ຝ່າຍ​ຄ້ານ ບໍ່​ຍອມຮັບ​
ເອົາ​ຜົນ​ຂອງ​ການ​ເລືອກ​ຕັ້ງ ຊຶ່ງ​ເປັນ​ທີ່​ຄາດ​ກັນ​ວ່າ ​ຈະ​ປະກາດ​
ໃຫ້ຮູ້ໃນ​ເຊົ້າ​ວັນ​ອັງຄານມື້​ນີ້ ຫຼື​ບໍ່​ກໍ​ວັນ​ພຸດ​ມື້​ອື່ນ​ ​ເພາະວ່າ ການ​
ລົງ​ຄະ​ແນນ​ສຽງນັ້ນ ​ແມ່ນສັນນິຖານ​ກັນ​ວ່າ ​ເປັນ​ການສໍ້ໂກງ
ຄະແນນສຽງຢ່າງ​ໃຫຍ່ ​ທີ່​ເຂົ້າ​ຂ້າງ​ຜູ້ນຳ​ທີ່​ກຳ​ອຳ​ນາດ​ຢູ່​ໃນ​ຂະ
ນະນີ້ ກໍ​ຄື​ທ່ານ Alpha Conde.

ຜູ້ນຳ​ຝ່າຍ​ຄ້ານ​ອີກຄົນນຶ່ງ ທ່ານ Sydia Toure ຈາກ​ພັກສະຫະພາບກຳລັງປະຊາທິປະໄຕ
ຫຼື Union of Republican Force ໄດ້​ບອກ​ກັບ VOA​ ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້​ວ່າ ມີ​ຫຼາຍ​ກວ່າ 20 ເປີເຊັນ ຂອງ​ຄະ​ແນນ​ສຽງ​ທີ່​ເປັນ​ບັດ ​ແລະ 30 ເປີເຊັນ ຂອງ​ຊອງ​ຄະ​ແນນ ນັ້ນ​ແມ່ນບໍ່​ມີ​ໃຫ້​ໃນ​ສະຖານ​ທີ່​ປ່ອນ​ບັດ ​ແລະ​ວ່າ​ຈຳ​ນວນ​ຂອງ​ພວກ​ທະຫານ ໄດ້ພາກັນໄປປ່ອນ
ບັດເປັນ​ຈຳນວນ​ຫຼາຍ ທີ່​ເລືອກ​ເອົາປະທານາທິບໍດີ Conde.

ທ່ານ Diallo ​ໄດ້​ກ່າວ​ວ່າ ມັນ​ຄວນ​ຈະ​ມີ​ການ​ເລືອກ​ຕັ້ງ​ໃໝ່​ເພື່ອໃຫ້ Guinea ​ມີ​ສັນຕິພາບ
​ແລ​ະ​ມີສະຖຽນລະ​ພາບ​.

ທ່ານກ່າວວ່າ “ການ​ຄຸ້ມຄອງຈັດ​ການ​ເລືອກ​ຕັ້ງ​ນັ້ນ​ແມ່ນ​ບໍ່​ດີ; ພວກ​ເຮົາ​ແມ່ນ​ມີ​ບັນຫາ​ຫຼາຍ ທັງ​ເລື້ອງ​ເຄື່ອງ​ໃຊ້​ຂອງ​ສອຍ. ພວກ​ເຮົາ​ມີ​ບັນ​ຫາ​ເລື້ອງ​ການ​ຈັດຕັ້ງ ພວກ​ເຮົາ​ມີ​ບັນຫາ​ເລື້ອງ​ຄວາມ​ປອດ​ໄພ. ​ໃນ​ເຂດ​ທ້ອງ​ຖິ່ນ​ຂອງ​ຂ້າພະ​ເຈົ້າ ​ທີ່ເມືອງ Gaoual ພວກ​ເຮົາ​ຍິ່ງ​ມີ​ບັນ ຫາ​ໃນເລື້ອງ​ອຸບປະກອນ​ເຄື່ອງໃຊ້​ສອຍ​ຫຼາຍ. ພວກ​ເຮົາ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ເລືອກ​ຕັ້ງ​ໃໝ່. ຂ້າພະ​ເຈົ້າບໍ່​ຮູ້​ດອກ​ວ່າ​ເມື່ອ​ໃດ​ພວກ​ເຮົາ​ຈຶ່ງ​ຈະ​ມີ ​ແຕ່​ວ່າ​ເພື່ອ​ໃຫ້ມີສັນ​ຕິ​ພາບ, ຄວາມ​ປອດ​ໄພ ຂອງGuinea ​ແລ້ວ​ນັ້ນ ພວກ​ເຮົາຈຳ​ເປັນ​ຈະ​ມີ​ການ​ເລືອກ​ຕັ້ງ​ໃໝ່.”

​ເມື່ອມີການຖາມວ່າ ຈະ​ເອົາ​ເງິນ​ມາ​ຈາກ​ໃສ ​ເພື່ີອຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່​ນີ້ທ່ານ Diallo ​ໄດ້​ກ່າວ​ວ່າ ການ​ເລື​ອກຕັ້ງ​ທີ່​ເຊື່ອ​ຖື​ໄດ້​ໃນ Guinea ນັ້ນ ​ແມ່ນ​ບໍ່​ແມ່ນ​ກ່ຽວກັບ​ເລື້ອງ​ເງິນ ​ແລະມັນ​ກັບ​ແມ່ນການຂາດ​ການ​ຈັດຕັ້ງແລະຄຸ້ມຄອງທີ່​ດີ.

XS
SM
MD
LG