ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດກີນີ ປະກາດ ປອດຈາກລະບາດ ຂອງເຊື້ອອີໂບລາແລ້ວ


ພະນັກງານການແພດຄົນໜຶ່ງ ກຳລັງສັກຢາປ້ອງກັນອີໂບລາ ຢູ່ນະຄອນຫຼວງ Conakry ປະເທດ Guinea.
ພະນັກງານການແພດຄົນໜຶ່ງ ກຳລັງສັກຢາປ້ອງກັນອີໂບລາ ຢູ່ນະຄອນຫຼວງ Conakry ປະເທດ Guinea.

ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ຂອງໂລກ ກຳລັງ​ປະກາດ​ວ່າ
ກີ​ນີ ປອດຈາ​ກ ອີ​ໂບລາ​ແລ້ວ ຫລັງ​ຈາກ​ຫລາຍ​ກວ່່າ 2,500
ຄົນ​ໄດ້​ເສຍ​ຊີວິດ​ຍ້ອນພະຍາດ​ດັ່ງ ກ່າວ ຢູ່​ໃນປະ​ເທດ​ອາຟຣິ
ກາ​ຕາ​ເວັນ​ຕົກ.

ການ​ປະກາດ​ນີ້​ ​ແມ່ນ​ເຮັດ​ໃຫ້​ຍັງ​ເຫລືອ​ແຕ່ໄລ​ບີ​ເຣຍປະ​ເທດ​
ດຽວ​ເທົ່າ​ນັ້ນ ທີ່​ຍັງ​ລໍຖ້າ​ການ​ປະກາດ ກ່ຽວ​ກັບການແຜ່​ລະ
ບາດຂອງ​ພະຍາດ​ອີ​ໂບລາ.

ປະທານ​ກຸ່ມ​ທະນາຄານໂລ​ກ ທ່ານ Jim Yong Kim ​ໄດ້​ອອກ​
ຖະ​ແຫລ​ງການ ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ລັດຖະບານ ​ແລະ​ປະຊາຊົນ​ກີ​ນີ ທີ່​ໄດ້​ບັນລຸຄວາມ​ສຳ​ເລັດ ອັນ​ສຳຄັນ.ທ່ານ​ໄດ້​ຮຽກຮ້ອງ​ໃຫ້ທຸກ​ຄົນ​ເປັນ​ຫູ​ເປັນ​ຕາ​ ​ເພື່ອ​ໃຫ້​ປະ​ເທດ​ດັ່ງກ່າວ “ບໍ່​ມີ​ການລະ​ບາດໃໝ່​ຫລື ​ສູນກໍລະນີ​.”

​ໃນ​ວັນ​ພຸດ​ມື້​ນອຶ່ນນີ້ ຈະມີ​ພິທີຢ່າງເປັນ​ທາງ​ການ​ເພື່ອປະກາດ​ກ່ຽວ​ກັບ​ຂີດໝາຍ ດັ່ງກ່າວ
ຢູ່​ໃນ​ນະຄອນຫລວງ Conakry​.

​ໃນ​ເດືອນ​ພະຈິກ ຄົນ​ເຈັບ​ທີ່​ຮູ້​ວ່າ​ເປັນ​ຜູ້​ສຸດ​ທ້່າຍ​ໃນ ກີ​ນີ ທາລົກຜູ້ຍິງ ອາຍຸ 21 ມື້ ​ໄດ້ຫາຍ
​ດີຈາກການ​ປິ່ນປົວ​ ຢູ່​ສູນ​ກາງ​ໃນນະຄອນ Conakry ​ແລ້ວ.

ຍັງ​ອີກ​ຫລາຍ​ສິບ​ຄົນ ຢູ່​ໃນກີ​ນີກຳລັງ​ຖືກຕິດຕາມ​ສີ້​ງຊອມ​ເບິ່ງ​ວ່າເຂົາ​ເຈົ້າ​ມີຮ່ອງ ຮອຍ
​ກ່ຽວ​ກັບ​ອາການ​ຂອງ​ເຊື້ອ​ໄວຣັສນີ້ຫລືບໍ່. ​ໃນ​ເມື່ອວ່ານັບ​ແຕ່​ບໍ່​ມີ​ກໍລະນີ​ໃໝ່​ ​ທີ່​ໄດ້​ຖືກ​ຄົ້ນ
​ພົບ​ຕື່ມ​ອີກ ກີ​ນີກໍ​ໄດ້​ປະກາດ​ວ່າ ປອດ​ຈາກ​ເຊື້ອອີ​ໂບລາ​ແລ້ວ.

ລະຍະ​ເວລາສີ້​ງຊອມ​ເບິ່ງ ອີ​ໂບລາ ມີ​ຢູ່ 21 ມື້​ ​ແລະ​ການ​ໝົດ​ຄວາມ​ເປັນ​ຫ່ວງ ​ແທ້ໆ​ແມ່ນ
ສອງເທົ້າຂອງ​ລະຍະ​ເວລາ​ດັ່ງກ່າວ​ຕ້ອງ​ໄດ້​ຜ່ານ ກ່ອນ​ທີ່ອົງກາ​ນອະ ນະາໄມ​ໂລກ ຫລື
WHO ປະກາດກ່ຽວ​ກັບ​ການ​ໄດ້​ຮັບໄຊຊະ​ນະ​ຢູ່ໃນ​ປະ​ເທດ. ສອງ​ປະ​ເທດເພື່ອນ​ບ້ານຍັງ
​ຖືກຄຸມ​ຄາມ​ຈາກ​ການແຜ່​ລະບາດ​ອີ​ໂບລາ ​ນັ້ນກໍ​ຄື ໄລ​ບີ​ເຣຍ ​ແລະ ​ຊີ​ແອຣາ ​ເລ​ອອນ.
ຊີແອຣາ ເລ​ອອນ ​ໄດ້​ປະກາດປອດຈາກ ​ເຊື້ອອີ​ໂບລາ ​ໃນ​ເດືອນ​ພະຈິກ. ​ໄລ​ບີ​ເຣຍ ​ໄດ້
​ປະກາດສອງ​ເທື່ອ ວ່າ​ຕົນ​ປອດ​ຈາກ​ເຊື້ອອີ​ໂບລາ​ແລ້ວ ແຕ່​ກໍ​ຍັງ​ມີກໍລະນີ​ໃໝ່ ​ປາກົດ​ໂຕ
​ຂື້ນ​ມາ​ໃຫ້​ເຫັນ​ອີກ.

ການແຜ່​ລະບາດ ທີ່​ໄດ້​ເລີ້ມມາ​ຈາກກີ​ນີ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 11,000
ຄົນ​ຢູ່ໃນ​ເຂດອາ​ຟຣິກາຕາ​ເວັນ​ຕົກ.

ເບິ່ງວີດີິໂອກ່ຽວຂ້ອງ:

2 Years after Ebola
please wait
Embed

No media source currently available

0:00 0:03:02 0:00

XS
SM
MD
LG