ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜົນການເລືອກຕັ້ງ ໃນກີນີ


ປະຊາຊົນຜູ້ສະໜັບສະໜຸນທ່ານ Alpha Conde ຜູ້ນໍາພັກຝ່າຍຄ້ານ ສະແດງຄວາມດີໃຈ ຫລັງຈາກສານສູງສຸດ ຂອງກີນີ ປະກາດເມື່ອວັນທີ 3 ທັນວາ ວ່າ ທ່ານ Conde ຊະນະການເລືອກຕັ້ງ.
ປະຊາຊົນຜູ້ສະໜັບສະໜຸນທ່ານ Alpha Conde ຜູ້ນໍາພັກຝ່າຍຄ້ານ ສະແດງຄວາມດີໃຈ ຫລັງຈາກສານສູງສຸດ ຂອງກີນີ ປະກາດເມື່ອວັນທີ 3 ທັນວາ ວ່າ ທ່ານ Conde ຊະນະການເລືອກຕັ້ງ.

ສານສູງສຸດຂອງປະເທດກີນີ ໄດ້ຢັ້ງຢືນຜົນການເລືອກຕັ້ງ
ປະທານາທິບໍດີ ທີ່ມອບໄຊຊຊະນະໃຫ້ຜູ້ນໍາຝ່າຍຄ້ານ
ທ່ານ ອາລຟາ ຄອນເດ ໂດຍທີ່ບໍ່ຮັບພິຈາລະນາຄໍາຈົ່ມວ່າ
ວ່າມີການໂກງການເລືອກຕັ້ງຈາກທ່ານ Cellou Dalein Diallo ຜູ້ເປັນຄູ່ແຂ່ງຂອງທ່ານນັ້ນ.

ເຈົ້າໜ້າທີ່ສານສູງສຸດທ່ານນຶ່ງ ໄດ້ປະກາດຂ່າວນີ້ ໃນຕອນ
ເຊົ້າຂອງວັນສຸກມື້ນີ້ ໃນກອງປະຊຸມໃຫ້ສໍາພາດຂ່າວໃນ ເມືອງຫລວງ ໂຄນາກຣີ ຂອງກີນີ.

ຄະນະກໍາມະການການເລືອກຕັ້ງຂອງກີນີ ໄດ້ກ່າວໃນ
ເດືອນແລ້ວນີ້ວ່າ ທ່ານ ຄອນເດ ໄດ້ຮັບ 52.5 ເປີເຊັນ
ຂອງບັດຄະແນນສຽງທັງໝົດ ໃນການເລືອກຕັ້ງຮອບຕັດສິນຊີ້ຂາດ ເມື່ອວັນທີ 7 ພະຈິກ
ຜ່ານມານີ້ ໃນຂະນະທີ່ທ່ານ Diallo ໄດ້ຄະແນນ 47.5 ເປີເຊັນ. ແຕ່ທ່ານ Diallo ໄດ້ທ້າ
ຜົນການເລືອກຕັ້ງນັ້ນ ໂດຍກ່າວວ່າ ໄດ້ມິການຂົ່ມຂູ່ຮາວີພວກປ່ອນບັດ ແລະມີການສໍ້ໂກງ ທີ່ໄດ້ກະທົບຕໍ່ຜົນການເລືອກຕັ້ງ. ລັດຖະບານໄດ້ປະກາດໃຊ້ພາວະສຸກເສີນ ຫລັງຈາກມີຄົນ ເສຍຊີວິດ ຢ່າງໜ້ອຍ 7 ຄົນ ໃນເຫດການກໍ່ຄວາມວຸ້ນວາຍ ລຸນຫລັງການເລືອກຕັ້ງ.

XS
SM
MD
LG