ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລຶອກຕັ້ງປະທານາທິບໍດີ ທີ່ປະເທດກີນີ


ພວກມີສິດ​ເລືອກ​ຕັ້ງໃນປະເທດກີນີ ກຳລັງພາກັນອອກໄປປ່ອນບັດ ເພື່ອເລືອກເອົາປະທານາທິບໍດີຄົນໃໝ່ ຊຶ່ງນັບວ່າເປັນການເລືອກຕັ້ງເສລີເປັນເທື່ອ ທຳອິດ ທີ່ປະເທດໃນເຂດອາຟຣິກາຕາ​ເວັນ​ຕົກ​ແຫ່ງ​ນີ້ ​ໄດ້ຈັດ ຂຶ້ນນັບຕັ້ງແຕ່ໄດ້ຮັບເອກກະລາດມາໄດ້ຫລາຍກວ່າ 50 ປີມາແລ້ວ.

ການເລືອກຕັ້ງໃນວັນອາທິດມື້ນີ້ແມ່ນ​ເພື່ອນຳເອົາການປົກຄອງຂອງພົນລະເຮືອນກັບ​ຄືນ​ມາສູ່ປະເທດກີນີ ຫລັງຈາກຢູ່​ໃຕ້ການປົກຄອງໂດຍລັດຖະບານ ທະຫານມາໄດ້ 18 ເດືອນ. ທາງການກີນີຫວັງວ່າມັນຈະ ເປັນການເລືອກຕັ້ງທີ່ເສລີແລະຍຸຕິທຳເທື່ອທຳອິດຂອງປະເທດ ນັບຕັ້ງແຕ່ໄດ້ຮັບເອກກະລາດ ຈາກປະເທດ ຝລັ່ງໃນປີ 1958 ນັ້ນ.

ມີຜູ້ສະມັກເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈຳນວນ 24 ຄົນໃນການເລືອກຕັ້ງຄັ້ງນີ້ ແຕ່ກໍມີພຽງ ບໍ່ເທົ່າໃດຄົນທີ່ຄາດວ່າຈະເປັນຜູ້ທ້າຊິງທີ່ແຂງຂັນ.

ພວກນັກສັງເກດການກ່າວວ່າ ​ໂດຍ​ທົ່ວ​ໄປ​ແລ້ວການໂຄສະນາຫາສຽງແມ່ນເປັນໄປໃນທາງບວກແລະ ສັນຕິ ແຕ່ກໍມີການກໍ່ຄວາມຮຸນແຮງເກີດຂື້ນເມື່ອ ວັນພະຫັດຜ່ານມານີ້ ທີ່ໝູ່ບ້ານ Coyah ທາງທິດຕາເວັນ ອອກຂອງນະຄອນຫລວງໂຄນາກຣີ ຊຶ່ງເປັນເຫດການຕີກັນລະຫວ່າງ ພວກສະໜັບສະໜູນ ຂອງສອງ ພັກການເມືອງຂອງກີນີ ທີ່ຍັງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 20 ຄົນ.

ທ່ານພັນ ຄີມູນ ເລຂາທິການ​ໃຫຍ່ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ປະເທດກີນີ ຮັບປະກັນໃຫ້ການເລືອກຕັ້ງຄັ້ງນີ້ເປັນໄປ ຢ່າງໜ້າເຊື່ອຖື ແລະຢ່າງສັນຕິ.

XS
SM
MD
LG