ປະທານາທິບໍດີ ຂອງປະເທດກີນີ ທ່ານ Alpha Conde ໄດ້
ປະກາດ ອາທິດຂອງການໄວ້ອາໄລ ຫຼັງຈາກໄດ້ມີການແຕກຕື່ນ
ແລ່ນຢຽບກັນຕາຍ ໃນລະຫວ່າງ ການສະແດງດົນຕີ ຢູ່ນະຄອນ
ຫລວງຂອງປະເທດ.
ອົງການຂ່າວຝຣັ່ງ ກ່າວວ່າ ການແລ່ນຢຽບກັນຕາຍ ເກີດຂຶ້ນ
ໃນແລງ ວັນອັງຄານວານນີ້ ຢູ່ຊາຍຫາດແຫ່ງນຶ່ງ ໃນນະຄອນ
ຫລວງ Conakry ບ່ອນທີ່ຫລາຍພັນຄົນໄດ້ໄປເຕົ້າໂຮມກັນ
ເພື່ອຊົມການສະແດງຄອນເສີດ ສະຫລອງການສິ້ນສຸດລົງຂອງ
ເດືອນອົດອາຫານ ຣາມາດານ.
ພວກເຫັນເຫດການເວົ້າວ່າ ພວກເສຍຊີວິດມີຮວມທັງເດັກນ້ອຍ. ລາຍງານຂ່າວບອກວ່າ
ການຢຽບກັນຕາຍເກີດຂຶ້ນ ຍ້ອນຜູ້ຄົນຈຳນວນຫລວງຫລາຍ ພາກັນຍາດກັນອອກຈາກ
ບໍລິເວນໄປ ຜ່ານປະຕູທາງອອກທີ່ນ້ອຍໆ.
ຖະແຫລງການສະບັບນຶ່ງ ຈາກຫ້ອງວ່າການປະທານາທິບໍດີ ເອີ້ນເຫດການດັ່ງກ່າວນີ້
ເປັນ “ໂສກນາດຕະກຳ” ແຕ່ບໍ່ໄດ້ໃຫ້ຈຳນວນຄົນທີ່ເສຍຊີວິດ.
ລັດຖະບານກ່າວວ່າ ຕົນກຳລັງສືບສວນຫາສາເຫດຢູ່.