ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກີ​ນີ ບິ​ສ​ຊາວ ກ່າວ​ຫາ​ທະ​ຫານ ​ຍຶດ​ພີ້ນ​ທີ່ ສານ​ສູງ​ສຸດ


ປະ​ທາ​ນາ​ທິ​ບໍ​ດີ ທີ່​ຫາ​ກໍ່​ຖືກ​ເລືອກ​ໃໝ່​ຂອງປະ​ເທດ ກິ​ນີ ບິ​ສ​ຊາວ, ທ່ານ ອູ​ມາ​ໂຣ ຊິ​ສ​ໂຊ​ໂກ ເອັ​ມ​ບາ​ໂລ ຍົກ​ມື​ໃນ​ພິ​ທີ​ສາ​ບານ​ຕົນ. 27 ກຸມ​ພາ, 2020. REUTERS/Alberto Dabo NO RESALES. NO ARCHIVES
ປະ​ທາ​ນາ​ທິ​ບໍ​ດີ ທີ່​ຫາ​ກໍ່​ຖືກ​ເລືອກ​ໃໝ່​ຂອງປະ​ເທດ ກິ​ນີ ບິ​ສ​ຊາວ, ທ່ານ ອູ​ມາ​ໂຣ ຊິ​ສ​ໂຊ​ໂກ ເອັ​ມ​ບາ​ໂລ ຍົກ​ມື​ໃນ​ພິ​ທີ​ສາ​ບານ​ຕົນ. 27 ກຸມ​ພາ, 2020. REUTERS/Alberto Dabo NO RESALES. NO ARCHIVES

ທະ​ຫານ​ຫຼາຍ​ສິບ​ຄົນ​ໄດ້​ຍຶດ​ຄອງ​ພື້ນ​ທີ່​ຕ່າງໆ​ຂອງ ສານ​ສູງ​ສຸດ​ຂອງປະ​ເທດ ​ກີ​ນີ ບິ​ສ​ຊາວ ​ອີງ​ຕາມ​ການ​ກ່າວ​ຂອງ​ສານວັນ​ອັງ​ຄານ​ວານ​ນີ້ ເຮັດ​ໃຫ້​ວິ​ກິດ​ການຫຼັງ​ຈາກ​ການ​ເລືອກ​ຕັ້ງ​ຮຸນ​ແຮງ​ຂຶ້ນ ເຊິ່ງ​ໄດ້​ສົ່ງ​ຜົນ​ໃຫ້​ມີ​ການ​ແຕ່ງ​ຕັ້ງ​ຂອງ​ຄູ່​ແຂ່ງເປັນ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ ກີດ​ກັ້ນ​ສື່ມວນ​ຊົນ​ລັດ​ຖະ​ບານ.

ທະ​ຫານ​ຂອງ​ປະ​ເທ​ດ​ໃນ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ຊຶ່ງ​ໄດ້​ເຂົ້າ​ແຊກ​ແຊງ​ຢ່າງ​ເປັນ​ປະ​ຈຳ​ໃນ​ການ​ເມືອງ​ຫວ່າງ​ບໍ່​ເທົ່າ​ໃດ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ນີ້ ໄດ້​ປະ​ກາດ​ວ່າ​ຈະ​ຮັກ​ສາ​ຄວາມ​ເປັນ​ກາງ​ກ່ອນ​ການ​ເລື້ອ​ຕັ້ງ​ໃນ​ເດືອນ​ທັນ​ວາ​ຈະ​ມາ​ເຖິງ​ນີ້. ແຕ່ການ​ປາ​ກົດ​ໂຕ​ອາ​ທິດ​ແລ້ວ​ນີ້​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທະ​ຫານ​ຢູ່ພິ​ທີ​ຮັບ​ຕຳ​ແໜ່ງ​ທີ່​ມີ​ການ​ໂຕ້​ແຍ້ງ​ຂອງ ທ່ານ​ອູ​ມາ​ໂຣ ຊິ​ສ​ໂຊ​ໂກ ອຳ​ບາ​ໂລ ໃນ​ນາມ​ປະ​ທາ​ນາ​ທິ​ບໍ​ດີ ປາ​ກົດ​ວ່າ​ສົ່ງ​ສັນ​ຍານວ່າ​ຕົນ​ໄດ້​ເລືອກ​ຝ່າຍໃດ​ຝ່າຍ​ນຶ່ງ

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ໄດ້​ຢືນ​ຢັນ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ​ ທ່ານ​ອຳບາ​ໂລ ໃນ​ນາມ​ຜູ້​ຊະ​ນະ​ຮອບ​ສຸດ​ທ້າຍຂອງວັນ​ທີ 29 ທັນ​ວາ ເຖິງ​ແມ່​ນ​ວ່າ​ມີ​ການ​ຕຳ​ນິ​ຈາກ​ສານ​ສູງ​ສຸດ ແລະ​ໄດ້ປະ​ກາດເປັນຜູ້ຮອງ​ຊະ​ນະ​ເລີດ ທີ່​ຄະ​ນະ​ກຳ​ມາ​ທິ​ການ ບໍ່​ໃຫ້​ຄວາມ​ນັບ​ຖື​ຄຳ​ສັ່ງ​ຂອງ​ສາ​ນ ເພື່ອ​ປະ​ຕິ​ບັດ​ການກວດ​ສອບ​ຢ່າງ​ເຕັມ​ທີ່​ຈອງ​ການ​ປ່ອນ​ບັດ.

ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ພວກ​ທະ​ຫານ​ທີ່​ຢູ່​ເດີ່​ນສານ​ສູງ​ສຸດໃນ​ນະ​ຄອນ​ບິ​ສ​ຊາວ ເມືອງ​ຫຼວງ ໄດ້​ກີດ​ກັ້ນ​ທາງ​ເຂົ້າ​ຂອງ​ພວກ​ໄອ​ຍະ​ການ ແລະ​ພວກ​ເຈົ້າ​ໜ້າ​ທີ່ ທີ່​ໂຄ​ສົກ​ສານ ທ່ານ​ຊາ​ລິ​ໂມ ວີ​ເອ​ຣາ ໄດ້​ກ່າວ​ຕໍ່ພວກ​ນັກ​ຂ່າວ​ຣອຍ​ເຕີ.

ທ່ານ​ກ່າວ​ເພີ້​ມ​ວ່າ ສານ​ຢູ່​ແຫ່ງອື່ນໆໄດ້​ມີ​ທະ​ຫານ​ຢູ່​ທີ່​ນັ້ນ “ພວກ​ທະ​ຫານຍັງ​ປະ​ຕິ​ເສດ​ບໍ່​ໃຫ້​ເຂົ້າ​ໄປ​ສານ​ສູງ​ສຸດ ທີ່​ບໍ່​ສາ​ມາດ​ເຮັດ​ວຽກ​ໄດ້.”

ວິ​ທະ​ຍຸ​ລັດ​ຖະ​ບານ​ໄດ້​ມິດ​ງຽ​ບ ແລະ​ໂທ​ລະ​ພາບ​ລັດ​ຖະ​ບານ​ໄດ້​ສະ​ແດງ​ໃຫ້​ເຫັນ​ພຽງ​ແຕ່​ໜ້າ​ທີ່​ບໍ່​ມີຫ​ຍັງ​ໝົດ ນັບ​ແຕ່ງວັນ​ທີ 29 ກຸມ​ພາ​ເຫັນ​ຕົ້ນ​ມາ. ຖະ​ໜົນ​ຫົນ​ທາງ​ຢູ່​ນະ​ຄອນ​ບິ​ສ​ຊາວ​ຍັງ​ມິດ​ງຽບ.

XS
SM
MD
LG