ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ກີເນຍບິດຊາວ ກ່າວວ່າ ການໂຈມຕີ ອາດພົວພັນກັບການຄ້າຢາເສບຕິດ


ປະທານາທິບໍດີ ອູມາໂຣ ຊິສໂຊໂກ ອຳບາໂລ (Umano Sisssoco Embalo) ກ່າວຕໍ່ພວກນັກຂ່າວ ຢູ່ນະຄອນຫຼວງບິສຊາວ ກິເນຍບິດຊາວ ວັນທີ 1 ກຸມພາ 2022.
ປະທານາທິບໍດີ ອູມາໂຣ ຊິສໂຊໂກ ອຳບາໂລ (Umano Sisssoco Embalo) ກ່າວຕໍ່ພວກນັກຂ່າວ ຢູ່ນະຄອນຫຼວງບິສຊາວ ກິເນຍບິດຊາວ ວັນທີ 1 ກຸມພາ 2022.

ນະຄອນຫຼວງຂອງກິເນຍບິດຊາວ ປາກົດວ່າ ໄດ້​ມີ​ຄວາມສະຫງົບ ຫຼັງຈາກ​ໄດ້​ເກີດ​ໃນ​ອັນ​ທີ່​ປາ​ກົດ​ວ່າ ເປັນຄວາມພະຍາຍາມ​ເພື່ອເຮັດລັດຖະປະຫານ ໃນວັນອັງຄານວານນີ້.

ປະທານາທິບໍດີ ອູມາໂຣ ຊິສໂຊໂກ ອຳບາໂລ (Umano Sisssoco Emba-lo) ອະດີດນາຍພົນກອງ​ທັບ​ບົກ ໄດ້​ກ່າ​ວ​ຄຳ​ປາ​ໄສຕໍ່ປະເທດຊາດໃນຕອນແລງວັນອັງຄານວານນີ້. ທ່ານໄດ້ປາກົດໂຕຢູ່​ໃນວີດີໂອ ​ຂອງເຟສບຸກປະທານາທິບໍດີ ເພື່ອກ່າວເຖິງການໂຈມຕີ.

ທ່ານກ່າວວ່າ “ບໍ່ແມ່ນພຽງແຕ່ເຮັດລັດຖະປະຫານ ມັນແມ່ນຄວາມພະຍາຍາມທີ່ ຈະສັງຫານປະທານາທິບໍດີ ນາຍົກລັດຖະມົນຕີ ແລະຄະບໍລິຫານທັງໝົດ.” ໃນຕອນເຊົ້າວັນອັງຄານ ​ມີ​ລາຍ​ງານ​ກ່ຽວ​ກັບການຍິງກັນເກີດຂຶ້ນ ຢູ່ຄຸ້ມໃນບິດຊາວ ບ່ອນທີ່ປະທານາທິບໍດີ ໄດ້ຈັດກອງປະຊຸມຄະນະລັດ​ຖະ​ບານ.

ທ່ານອຳບາໂລ ກ່າວວ່າ ການໂຈມຕີ “ໄດ້ກະກຽມເປັນຢ່າງດີ ແລະ​ມີ​ການຈັດ ຕັ້ງ ແລະອາດຍັງເຊື່ອມ​ໂຍງໄປຫາຄົນທີ່ພົວພັນກັບການຄ້າຢາເສບຕິດ” ອີງຕາມລາຍງານອົງການຂ່າວຣອຍເຕີ. ທ່ານບໍ່ໄດ້ໃຫ້ລາຍລະອຽດເພີ້ມເຕີມຢູ່ໃນ ວີດີໂອ.

ຍັງບໍ່ເປັນທີ່​ຈະແຈ້ງວ່າ ໄດ້ມີຜູ້ຮັບບາດເຈັບ ຫຼືເສຍຊີວິດຫຼື​ບໍ່. ນອກນັ້ນຍັງບໍ່ ແຈ້ງ​ຂາວ​ເທື່ອວ່າ ໃຜຢູ່ເບື້ອງຫຼັງໃນຄວາມພະຍາຍາມເຮັດລັດຖະປະຫານ ຊຶ່ງອົງການຂ່າວຣອຍເຕີ ໄດ້ໃຫ້ຄວາມເຫັນວ່າ “ບໍ່ໄປບໍ່ມາ.”

ຢູ່ໃນຖະແຫຼງການທີ່​ພິມເຜີຍແຜ່ຢູ່ໃນທວິດເຕີ ​ຂອງ​ອົງ​ການປະຊາຄົມເສດຖະ ກິດປະເທດອາຟຣິກາຕາເວັນຕົກ ຫຼື ECOWAS ທີ່ເປັນກຸ່ມຈັດ​ຕັ້ງ​ໃນ​ຂົງເຂດຂອງ 15 ປະເທດອາຟຣິກາ ໄດ້ຮ້ອງການໂຈມຕີນີ້ວ່າ ລັດຖະປະຫານ.

​“ອົງ​ການ ECOWAS ປະນາມຄວາມພະຍາຍາມ ເຮັດລັດຖະປະຫານດັ່ງກ່າວ ແລະໃຫ້ທະຫານຮັບຜິດຊອບ ຕໍ່ການລະເມີດກຽດສັກສີຂອງປະທານາທິບໍດີ ອູມາໂຣ ຊິສໂຊໂກ ອຳບາໂລ ແລະບັນດາຄະນະລັດຖະບານຂອງທ່ານ” ນັ້ນ​ຄື​ຄຳ​ເວົ້າ​ຢູ່​ໃນຖະແຫຼງການ.

ທ່່ານອຳບາໂລ ໄດ້​ຖືກປະກາດ​ໃຫ້ເປັນຜູ້ຊະນະການເລືອກຕັ້ງໃນປີ 2020 ແຕ່ຜົນອອກມາໄດ້​ຖືກທ້າທາຍຈາກຄູ່ແຂ່ງຂອງທ່ານ ຄື ທ່ານໂດມິງໂກສ ຊິໂມ ເປີເຣຣາ (Domingoes Simoes Pereira.)

ທ່ານອຳບາໂລ ໄດ້ເລີ້ມປະກອບລັດຖະບານໃໝ່ ດ້ວຍການສະໜັບສະໜູນຂອງ ທະຫານ ແມ່ນແຕ່ໃນ​ຂະ​ນະ​ທີ່ສານສູງສຸດ​ ໄດ້ທ້າທາຍຕໍ່​ຜົນການເລືອກຕັ້ງທີ່​ຍັງດຳເນີນຢູ່ຕໍ່ໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG