ບັນດາປະຊາຊົນຜູ້ມີສິດອອກສຽງ ຢູ່ໃນປະເທດ Guinea Bissau ທີ່ມັກເກີດລັດຖະປະ
ຫານຢູ່ເລື້ອຍໆນັ້ນ ພາກັນປ່ອນບັດເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ໃນມື້ນີ້.
ຜູ້ສະມັກເລືອກຕັ້ງເກົ້າຄົນ ກໍາລັງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີ ຢູ່ໃນປະເທດ
ນ້ອຍໆແຫ່ງນີ້ ທີ່ໄດ້ຮັບເອກະລາດຈາກປໍຈຸກາລ ໃນປີ 1974 ນັ້ນ
ໂດຍນັບແຕ່ນັ້ນມາ ປະເທດກີນີ ບີສຊາວ ກໍໄດ້ຕໍ່ສູ້ດິ້ນຮົນ ຜ່ານການປົກຄອງໂດຍຜູ້ນໍາ
ຜະເດັດການຄົນນຶ່ງ ການກໍ່ລັດຖະປະຫານສາມຄັ້ງ ແລະການລອບສັງຫານປະທານາທິ
ບໍດີໃນປີ 2009. ບໍ່ມີປະທານາທິບໍດີທີ່ຖືກເລືອກຕັ້ງຄົນໃດໄດ້ດໍາລົງຕໍາແໜ່ງຈົນຄົບເຕັມ
ສະໄໝ 5 ປີນັ້ນ ຈັກຄົນ.
ຜູ້ຊະນະເລືອກຕັ້ງຄັ້ງນີ້ ຈະສືບຕໍາແໜ່ງແທນມື້ລາງປະທານາທິບໍດີ Malam Baca
i Sanha ທີ່ໄດ້ເສຍຊີວິດໄປ ໃນເດືອນມັງກອນຜ່ານມານີ້ຫລັງຈາກເຈັບປ່ວຍເປັນເວລາ
ດົນນານ ຫລັງຈາກຖືກເລືອກຕັ້ງໄດ້ສາມປີ.
ປະເທດກີນີ ບີສຊາວ ມີເວລາ 90 ມື້ເພື່ອທໍາການເລືອກຕັ້ງເອົາປະທານາທິບໍດີ ມາແທນ
ມື້ລາງທ່ານ Sanha ນັ້ນ.
ພວກປ່ອນບັດເລືອກຕັ້ງຫວັງວ່າ ປະທານາທິບໍດີຄົນໃໝ່ຈະນໍາເອົາສະຖຽນ ລະພາບ ໃນ
ລະດັບໃດລະດັບນຶ່ງ ມາສູ່ປະເທດຊາດ ຊຶ່ງເປັນປະເທດທີ່ ຖືກໃຊ້ເປັນຈຸດສົ່ງອອກຂອງການ
ຄ້າຢາເສບຕິດໂຄເຄນ ແລະບ່ອນທີ່ພວກຜູ້ນໍາພົນລະເຮືອນແລະຝ່າຍທະຫານ ມັກຈະຕໍ່
ສູ້ຍາດແຍ່ງກັນເພື່ອກໍາອໍາ ນາດນັ້ນ
ພວກສະໜັກທີ່ມີຄະແນນນໍາໜ້ານັ້ນ ກໍມີທ່ານ Kumba Yala ອະດີດປະທານາທິບໍດີ
ທີ່ຖືກໂຄ່ນລົ້ມໂດຍການກໍ່ລັດຖະປະຫານໃນປີ 2003 ແລະ ທ່ານ Carlos Gomes
Junior ທີ່ໄດ້ລາອອກຈາກຕໍາແໜ່ງ ນາຍົກລັດຖະມົນຕີ ເພື່ອສະໝັກເປັນປະທານາ
ທິບໍດີ.