ລັດຖະມົນຕີການຕ່າງປະເທດຂອງ Guinea Bissau ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ
ຂອງອົງການສະຫະປະຊາຊາດ ອະນຸດມັດການສົ່ງກຳລັງຮັກສາສັນຕິພາບໄປຍັງປະເທດ
ດັ່ງກ່າວ ເພື່ອຊ່ອຍຟື້ນຟູຄວາມປອດໄພຫຼັງຈາກໄດ້ມີການກໍ່ລັດຖະປະຫານຂອງພວກທະ
ຫານໃນສັບປະດາແລ້ວ.
ລັດຖະມົນຕີການຕ່າງປະເທດ Mamadu Jalo Pires ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນ
ຄົງທີ່ມີສະມາຊິກ 15 ປະເທດ ສົ່ງກຳລັງຮັກສາສັນຕິພາບ ໄປຍັງ Guinea Bissau ຊຶ່ງ
ເປັນປະເທດນ້ອຍໆທີ່ຕັ້ງຢູ່ໃນເຂດອາຟຣິກາຕາເວັນຕົກຈົນກວ່າປະເທດດັ່ງກ່າວຈະສາມາດ
ຟື້ນຟູການປົກຄອງຂອງພົນລະເຮືອນໄດ້.
ແຕ່ແນວໃດກໍຕາມ ພວກນັກການທູດກ່າວວ່າທາງສະພາຄວາມໝັ້ນຄົງຢາກໃຫ້ມີການໄກ່
ເກ່ຍຂອງທຸກໆອົງການຈັດຕັ້ງໃນພູມີພາກ ເຊັ່ນ ສະຫະພາບອາຟຣິກາ ປະຊາຄົມເສດຖະ
ກິດຂອງບັນດາລັດໃນອາຟຣິກາຕາເວັນຕົກຫຼື ECOWAS ເສຍກ່ອນໆທີ່ຈະອະນຸມັດໃຫ້
ມີການສົ່ງກຳລັງຮັກສາສັນຕິພາບເຂົ້າໄປ.
ກຸ່ມ ECOWAS ໄດ້ປະນາມແຜນການຂອງພວກທະຫານ ທີ່ຈະຈັດການເລືອກຕັ້ງພາຍ
ໃນເວລາສອງປີ ໂດຍກ່າວຫາພວກຜູ້ນຳທະຫານວ່າບໍ່ເອົາຫົວຊາຕໍ່ຄວາມເຂົ້າໃຈທີ່ໄດ້ມີ
ການບັນລຸກັນກ່ອນໜ້ານີ້ ທີ່ໃຫ້ຟື້ນຟູການປົກຄອງແບບປະຊາທິປະໄຕໃນທັນທີ ຢູ່ໃນປະ
ເທດດັ່ງກ່າວ.